Homeຂ່າວຕ່າງປະເທດເຫດການກາດຍິງໃນໂຮງຮຽນປະຖົມໃນລັດເທັກຊັສ ມີຜູ້ເສຍຊີວິດຫຼາຍເຖິງ 21 ຄົນ

ເຫດການກາດຍິງໃນໂຮງຮຽນປະຖົມໃນລັດເທັກຊັສ ມີຜູ້ເສຍຊີວິດຫຼາຍເຖິງ 21 ຄົນ

Published on

ເຫດການກາດຍິງໃນ ໂຮງຮຽນປະຖົມໃນລັດເທັກຊັສ ປະເທດສະຫະລັດອາເມຣິກາ ເຮັດໃຫ້ນັກຮຽນເສຍຊີວິດຫຼາຍເຖິງ 19 ຄົນ ແລະ ຄູອາຈານ ເສຍຊີວິດ 2 ຄົນ, ຜູ້ກະທຳແມ່ນມີອາຍຸ 18 ປີ ຕຳຫຼວດເຊື່ອວ່າລົງມືເຮັດໂດຍບໍ່ມີແຮງຈູງໃຈ.

ໃນວັນທີ 25 ພຶດສະພານີ້ ສຳນັກຂ່າວ ຊີເອັນເອັນ ລາຍງານວ່າ: ເກີດເຫດກາດຍິງທີ່ໂຮງຮຽນປະຖົມສຶກສາຣັອບ (Robb Elementary School) ໃນເມືຶອງຢູວາລດີ ລັດເທັກຊັສ ສົ່ງຜົນໃຫ້ມີຜູ້ເສຍຊີວິດເຖິງ 21 ຄົນ ໃນນັ້ນມີນັກຮຽນ 19 ຄົນ ແລະ ຄູອາຈານ 2 ຄົນ, ນອກນີ້ຍັງມີຜູ້ບາດເຈັບສົ່ງໄປໂຮງໝໍແລ້ວ 2 ຄົນ ສ່ວນຄົນຮ້າຍເປັນຜູ້ຊາຍອາຍຸ 18 ປີ ໃຊ້ອາວຸດປືນໄຣເຝິນ ແລະ ປືນສັ້ນ ເຊິ່ງລາວໄດ້ຖືກວິສາມັນໃນຈຸດເກີດເຫດແລ້ວ.

ທ່ານເກຣັກ ແອບບັອດ ຜູ້ວ່າການລັດເທັກຊັສ ເປີດເຜີຍວ່າ: ມືປືນຜູ້ກໍ່ເຫດຄື ທ້າວ ຊັລວາດໍ ອາຍຸ 18 ປີ ເປັນຄົນອາເມຣິກາ ການສືບສວນເບື້ອງຕົ້ນພົບວ່າ ເປັນນັກຮຽນຂອງໂຮງຮຽນຢູວາລດີ ແລະ ເຊື່ອວ່າລາວໄດ້ຍິງສັງຫານຍ່າຂອງລາວກ່ອນ ແລ້ວຂັບລົດໄປຫາໂຮງຮຽນປະຖົມ ແຕ່ຕຳຫຼວດຍັງບໍ່ຢືນຢັນຄວາມເຊື່ອມໂຍງລະຫວ່າງສອງເຫດການນີ້.

ຕຳຫຼວດໄດ້ເວົ້າວ່າ: ໄດ້ມີຄຳສັ່ງລັອກດາວທຸກໂຮງຮຽນໃນເຂດນັ້ນ ຈາກການກວດສອບເບື້ອງຕົ້ນແມ່ນຄົນຮ້າຍໄດ້ກໍ່ເຫດຄົນດຽວ ແລະ ກຳລັງຫາສາເຫດແຮງຈູງໃຈ.

ຂະນະດຽວກັນມີລາຍງານວ່າ ປະທານາທິບໍດີ ໂຈ ໄບເດັນ ຕຽມຖະແຫຼງການໃນທຳນຽບຂາວກ່ຽວກັບເຫດການສະເທືອນຂັວນໃນໂຮງຮຽນເທື່ອນີ້.

 

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...