spot_img
Homeຂ່າວຕ່າງປະເທດເກົາຫຼີເໜືອມີຜູ້ຕິດເຊື້ອເພີ່ມເກືອບ 3 ລ້ານຄົນ

ເກົາຫຼີເໜືອມີຜູ້ຕິດເຊື້ອເພີ່ມເກືອບ 3 ລ້ານຄົນ

Published on

ສຖານະການການແຜ່ລະບາດຂອງພະຍາດໂຄວິດໃນເກົາຫຼີເໜືອຍັງຄົງໜ້າເປັນຫ່ວງ ໂດຍລ່ຍງານຫຼ້າສຸດ ໃນວັນທີ 20 ພຶດສະພາ 2022 ທີ່ຜ່ານມາພົບວ່າ: ມີປະຊາຊົນທີ່ເກີດອາການໄຂ້ສູງ ແລະ ອາດມີຄວາມສ່ຽງໃນການຕິດເຊື້ອສູງ ລວມແລ້ວຫຼາຍກວ່າ 2.2 ລ້ານຄົນ ຫຼືຄິດເປັນເກືອບ 9% ຈາກຈຳນວນປະຊາກອນທັງໝົດກວ່າ 25.9 ລ້ານຄົນ ຂະນະທີ່ຍອດຜູ້ເສີຍຊີວິດຢ່າງນ້ອຍ 65 ຄົນ ຕາມລາຍງານຂອງສຳນັກຂ່າວກາງເກົາຫຼີ.

ທີ່ຜ່ານມາ ກ່ອນຈະຍອມຮັບວ່າເກີດການລະບາດຂອງພະຍາດໂຄວິດ-19 ພາຍໃນປະເທດລັດຖະບານ ປຽງຍາງ ໃຊ້ເວລາກວ່າ 2 ປີເຄິ່ງໃນການປະຕິເສດໃນການຊ່ວຍເຫຼືອດ້ານວັກຊີນຈາກນາໆຊາດ ແລະ ໝັ້ນໃຈວ່າລະບົບສັງຄົມນິຍົມຂອງເກົາຫຼີເໜືອ ສາມາດປົກປ້ອງປະຊາກອນຈາກເຊື້ອພະຍາດທີ່ຂ້າຊີວິດຂອງຄົນທົ່ວໂລກກວ່າ 6 ລ້ານຄົນໄດ້.

ສະຖານະການແທ້ຈິງທີ່ກຳລັງຈະເກີດຂຶ້ນ ແລະ ມີແນວໂນ້ມທີ່ຈະຮ້າຍແຮງ  ທ່າມກາງປະຊາກອນທີ່ຍັງບໍ່ໄດ້ຮັບວັກຊີນ ສົ່ວຜົນໃຫ້ນາໆຊາດຕາງກໍສະແດງຄວາມກັງວົນວ່າ ປະສິທິພາບ ແລະ ໂຄງສ້າງພຶ້ນຖານດ້ານສາທາລະນະສຸກເກົາຫຼີເໜືອທີ່ມີຢູ່ຢ່າງຈຳກັດອາດຈະເຮັດໃຫ້ບໍ່ສາມາດຮັບມືກັບສະຖານະການໂຫດຮ້າຍທີ່ກຳລັງຈະເກີດຂຶ້ນໄດ້ ໃນຂະນະທີ່ລັດຖະບານ ປຽງຍາງ ຍັງຄົງບໍ່ຍອມເປີດຮັບຄວາມຊ່ວຍເຫຼືອຈາກຕ່າງຊາດ ເຊິ່ງອາດສົ່ງຜົນໃຫ້ທະວີຄວາມຮຸນແຮງຈົນເຂົ້າຂັ້ນວິກິດໄດ້

ແຫຼ່ງຂໍ້ມູນ:The standard

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...