spot_img
Homeຂ່າວຕ່າງປະເທດອາເມຣິກາຈະສົ່ງກອງທັບປົກປ້ອງໄຕ້ຫວັນຖ້າຈີນຮຸກຮານ

ອາເມຣິກາຈະສົ່ງກອງທັບປົກປ້ອງໄຕ້ຫວັນຖ້າຈີນຮຸກຮານ

Published on

ທ່ານ ໄບເດັນ ສົ່ງສັນຍານເຕືອນປັກກິ່ງ, ອາເມຣິກາ ພ້ອມໃຊ້ກຳລັງປົກປ້ອງໄຕ້ຫວັນຈາກການຮຸກຮານຂອງຈີນ ໂດຍຈີນແຜ່ອິດທິພົນທົ່ວເອເຊຍ ຄືກັບຣັດເຊຍພະຍາຍາມຍຶດຢູເຄຣນ.

ວັນທີ 23 ພຶດສະພາ 2022 ບຣູມເບີກລາຍງາຍວ່າ ປະທານາທິບໍດີສະຫະລັດອາເມຣິກາ ໂຈ ໄປເດັນ ໄດ້ກ່າວໃນຂະນະທີ່ຖະແຫຼງຂ່າວລະຫວ່າງຢ້ຽມຢາມກຸງໂຕກຽວ ປະເທດຍີ່ປຸ່ນ ເພື່ອກຽມຮ່ວມປະຊຸມ “Quad” ຫຼື ກຸ່ມພາຄີ 4 ປະເທດເຊິ່ງປະກອບມີ ອາເມຣິກາ, ຍີ່ປຸ່ນ, ອິນເດຍ ແລະ ມາເລເຊຍ ມີເປົ້າໝາຍຮ່ວມກັນຄືການຄ້ານອຳນາດລັດຖະບານປັງກິ່ງ(ຈີນ)ທີ່ຈະແຜ່ອິດທິພົນໃນທະເລຈີນໃຕ້.

ທ່ານ ໄບເດັນ ໄດ້ໃຫ້ຄຳໝັ້ນສັນຍາວ່າ: ກອງທັບສະຫະລັດະພ້ອມແຊກແຊງເພື່ອປົກປ້ອງໄຕ້ຫວັນໃນການໂຈມຕີໃດໆກໍຕາມທີ່ມາຈາກຈີນ.

ໃນຂະນະດຽວກັນ ໃນຄຳຖະແຫຼງການຄົບຮອບພັກຄອມມູນິດຈີນ ປະທານາທິບໍດີ ສີຈິນຜິງ ໄດ້ກ່າວວ່າ: ການຮວມຊາດຂອງຈີນກັບໄຕ້ຫວັນເປັນສະຕາທີ່ຫຼີກລ້ຽງບໍ່ໄດ້ ແຕ່ຜູ້ນຳຈີນບໍ່ໄດ້ມີທ່າທີຊັດເຈນວ່າຈະໃຊ້ກຳລັງເຂົ້າຈັດການໄຕ້ຫວັນ ຫຼື ບໍ.

 

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...