Homeຂ່າວຕ່າງປະເທດເບວຢຽມ ເປັນປະເທດທຳອິດທີ່ປະກາດຄົນທີ່ຕິດເຊື້ອຝີດາດລີງ ຕ້ອງກັກໂຕເປັນເວລາ 21 ມື້

ເບວຢຽມ ເປັນປະເທດທຳອິດທີ່ປະກາດຄົນທີ່ຕິດເຊື້ອຝີດາດລີງ ຕ້ອງກັກໂຕເປັນເວລາ 21 ມື້

Published on

ເບວຢຽມ ເປັນປະເທດທຳອິດ ທີ່ອອກມາດຕະການເຂັ້ມ ຄົນທີ່ຕິດເຊື້ອຝີດາດລີງ ຕ້ອງກັກໂຕເປັນເວລາ 21 ມື້ ຫຼື 3 ອາທິດ ເພື່ອສະກັດກັ້ນບໍ່ໃຫ້ເຊື້ອໄວຣັດຝີດາດລິງລະບາດໃນປະເທດ.

ໃນວັນທີ 22 ພຶດສະພາ ເດລີ່ເມວ ໄດ້ລາຍງານວ່າ ເບວຢຽມເປັນປະເທດທຳອິດທີ່ອອກມາດຕະການບັງຄັບໃຫ້ຜູ້ທີ່ກວດຜົນຢືນຢັນຕິດເຊື້ອຝີດາດລີງ (mokeypox) ທີ່ກຳລັງລະບາດໃນຫຼາຍປະເທດໃນທະວີບເອີຣົບ ໂດຍກະຊວງສາທາລະນະສຸກໄດ້ອອກຄຳສັ່ງໃຫ້ຜູ້ທີ່ໄດ້ຮັບການກວດ ແລະ ຢືນຢັນວ່າພົບເຊື້ອຝີດາດລີງຈະຕ້ອງກັກໂຕເປັນເວລາ 21 ມື້ ຫຼື 3 ອາທິດ ເພື່ອປ້ອງກັນບໍໃຫ້ໄວຮັດແຜ່ເຊື້ອໄປຫາຜູ້ອື່ນ.

ອົງການອະນາໄມໂລກ (WHO) ລາຍງານສະຖານະການ ໄວຣັດຝີດາດລີງ ຢືນຢັນພົບຜູ້ຕິດເຊື້ອຈຳນວນ 92 ຄົນ ໃນ 12 ປະເທດຄື ອັອດສະເຕເລຍ, ເບວຢຽມ, ແຄນນາດາ, ຝຣັ່ງ, ເຢຍລະມັນ, ອີຕາລີ, ເນເທີແລນ, ປັອກຕຸຍການ, ສະເປນ, ສະວີເດັນ, ອັງກິດ ແລະ ອາເມຣິກາ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...