Homeຂ່າວຕ່າງປະເທດ"ໄທແອເອເຊຍ ເອັກສ" ຍື່ນຂໍຟື້ນຟູກິດຈະການ ເພື່ອດຳເນີນທຸລະກິດຕໍ່

“ໄທແອເອເຊຍ ເອັກສ” ຍື່ນຂໍຟື້ນຟູກິດຈະການ ເພື່ອດຳເນີນທຸລະກິດຕໍ່

Published on

ໃນວັນທີ 19 ພຶດສະພາ ທີ່ກຸງເທບ ໄທແອເອເຊຍ ເອັກສ (ລະຫັດທ່ຽວບິນ XJ) ສາຍການບິນທີ່ລາຄາປະຢັດໃຫ້ບໍລິການເສັ້ນທາງໄລຍະໄກ ກຽມເຂົ້າສູ່ຂະບວນການຟື້ນຟູກິດຈະການ ໂດຍຍື່ນຄຳຮ້ອງຕໍ່ສານໃນວັນທີ 17 ພຶດສະພາ ແລະ ສານໄດ້ຮັບຄຳຮ້ອງໃນວັນທີ 18 ພຶດສະພາ, ໂດຍມີເປົ້າໝາຍເພື່ອການບໍລິຫານຈັດການ ແລະ ປັບໂຄງສ້າງໜີ້ຢ່າງມີປະສິດທິພາບ ສາມາດເຕີບໂຕໄດ້ໃນອານາຄົດ ຫຼັງໄດ້ຮັບຜົນກະທົບຮຸນແຮງຈາກສະຖານະການ ການແຜ່ລະບາດຂອງໂຄວິດ-19  ການເຂົ້າສູ່ຂະບວນການດັ່ງກ່າວຈະບໍ່ກະທົບຕໍ່ການໃຫ້ບໍລິການແກ່ຜູ້ໂດຍສານ ແລະ ຍັງໃຊ້ບໍລິການໄດ້ຕາມປົກກະຕິ, ໂດຍ ໄທແອເອເຊຍ ເອັກສ ຍັງມີແຜນງານພ້ອມບິນສູ່ປະເທດເກົາຫຼີໃຕ້ ແລະ ຍີ່ປຸ່ນ ຕັ້ງແຕ່ເດືອນ ມິຖຸນາ 2022 ເປັນຕົ້ນໄປ.

ທັ້ງນີ້ການຍື່ນຟື້ນຟູກິດຈະການຂອງ ໄທແອເອເຊຍ ເອັກສ ບໍ່ມີສ່ວນກ່ຽວຂ້ອງກັບການດຳເນີນງານຂອງສາຍການບິນ ໄທແອເອເຊຍ (ລະຫັດທ່ຽວບິນ FD) ແລະ ເອວີເອຊັ່ນ (AAV) ເນື່ອງຈາກເປັນຄົນລະບໍລິສັດ ຄົນລະສາຍການບິນ.

ທ່ານ ປະລິມາ ຈີຣະແພດ ປະທານເຈົ້າໜ້າທີ່ບໍລິຫານ ສາຍການບິນ ໄທແອເອເຊຍ ເອັກສ ໄດ້ກ່າວວ່າ: ການປັບຍຸດທະສາດຂອງສາຍການບິນ ໄທແອເອເຊຍ ເອັກສ ໂດຍເຂົ້າສູ່ຂະບວນການຟື້ນຟູກິດຈະການໃນຊ່ວງນີ້ ສາມາດບໍລິຫານຈັດການເພື່ອດຳເນີນທຸລະກິດຕໍ່ໄປໄດ້ຢ່າງດີທີ່ສຸດ ໂດຍສະເພາະຢ່າງຍິ່ງໃນການບໍລິຫານພາລະໜີ້ ທີ່ເກີດຂຶ້ນໄດ້ຊ່ວງໄດ້ຮັບຜົນກະທົບຈາກສະຖານະການ ການແຜ່ລະບາດຂອງໂຄວິດ-19   ທີ່ດົນເຖິງ 2 ປີ ໂດຍເຊື່ອວ່າຈະໄດ້ຮັບການສະໜັບສະໜູນແຜນນີ້ ຈາກຜູ້ມີສ່ວນໄດ້-ເສຍທຸກຝ່າຍ.

ພາຍຫຼັງຈາກສານລົ້ມລະລາຍກາງ ມີຄຳສັ່ງໃຫ້ຟື້ນຟູກິດຈະການຂອງສາຍການບິນ ໄທແອເອເຊຍ ເອັກສ ແລ້ວ ສາຍການບິນຈະເລັ່ງເພື່ອຟື້ນຟູກິດຈະການ ຕະຫຼອດເຖິງເສີມສະພາບຄ່ອງທາງການເງິນຂອງບໍລິສັດ ແລະ ດຳເນີນທຸລະກິດຕໍ່ໄປຢ່າງເຕັມຄວາມສາມາດ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...