Homeຂ່າວຕ່າງປະເທດມະຫາເສດຖີປາກີສະຖານ ຊື້ເຮືອບິນສູ້ຮົບໃຫ້ກັບປະເທດຢູເຄຣນ

ມະຫາເສດຖີປາກີສະຖານ ຊື້ເຮືອບິນສູ້ຮົບໃຫ້ກັບປະເທດຢູເຄຣນ

Published on

ມະຫາເສດຖີຊາວປາກີສະຖານ ໂມຮຳມັດ ຊາຮໍ (Mohammad Zahoor) ໄດ້ມອບເຮືອບິນສູ້ຮົບໃຫ້ກັບຢູເຄຣນ ເພື່ອຊ່ວຍໃນການປະຕິບັດການພິດເສດທາງການທະຫານ ໃນຂະນະທີ່ການຄວາມຂັດແຍ່ງລະຫວ່າງຣັດເຊຍ ແລະ ຢູເຄຣນພາຍໃນປະເທດຍັງສືບຕໍ່.

ໃນວັນພຸດທີ່ຜ່ານມານີ້ ແຫຼ່ງຂ່າວທີເອສເອັນ ໄດ້ລາຍງານວ່າ ຊາຮໍ ແລະ ໝູ່ ໄດ້ຊ່ວຍຢູເຄຣນໃນການປະຕິບັດການທາງການທະຫານກັບຣັດເຊຍແບບມິດງຽບ ແລະ ໄດ້ຊື້ເຮືອບິນສູ້ຮົບໃຫ້ກັບຢູເຄຣນເຖິງ 2 ລຳ.

ນັບຕັ້ງແຕ່ຄວາມຂັດແຍ່ງລະຫວ່າງຣັດເຊຍ – ຢູເຄຣນໃນທ້າຍເດືອນກຸມພາ, ຊາຮໍ ເຄີຍອາໄສຢູ່ໃນຢູເຄຣນ ແລະ ເປັນອະດີດເຈົ້າຂອງໜັງສືພິມ Kyiv Post ຂອງຢູເຄຣນ, ໄດ້ຊຸກຍູ້ເພື່ອຮັບປະກັນການອົບພະຍົບພົນລະເມືອງຂອງຢູເຄຣນໃຫ້ປອດໄພ, ອີງຕາມການລາຍງານຂອງ Khaleej Times.

ຕາມການລາຍງານໄດ້ກ່າວວ່າ ມະຫາເສດຖີໄດ້ເກີດທີ່ເມືອງກາລາຈີ ແລະ ໄດ້ພະຍາຍາມລະດົມທຶນ ເພື່ອຊ່ວຍອົບພະຍົບຄົນອອກໄປເຂດອື່ນໆຂອງເອີຣົບ. ທ່ານ ຊາຮໍ ​ໄດ້​ສືບ​ຕໍ່​ພົບ​ປະ​ກັບ​ ປະມຸກລັດ ແລະ ​ຜູ້​ມີ​ອິດ​ທິ​ພົນ​ອື່ນໆ ເພື່ອ​ຮັບ​ປະ​ກັນ​ການ​ເດີນ​ທາງ​ຢ່າງ​ປອດ​ໄພ​ໃຫ້​ແກ່​ຊາວ​ຢູ​ເຄ​ຣນ.

ພວດເຂົາຍັງຮຽກຮ້ອງໃຫ້ທົ່ວໂລກເຂົ້າຂ້າງ ແລະ ຊ່ວຍເຫຼືອຢູເຄຣນ ໃນຂະນະທີ່ຄວາມຂັດແຍ່ງຍັງບໍ່ມີທ່າທີ່ຈະຫຼຸດລົງ.

ແຫຼ່ງຂ່າວຈາກສຳນັກຂ່າວຕ່າງປະເທດ

 

ບົດຄວາມຫຼ້າສຸດ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...