Homeຂ່າວພາຍ​ໃນຄົ້ນພົບແຂ້ວບູຮານ ທີ່ມີອາຍຸຫຼາຍກວ່າ 164,000ປີ!

ຄົ້ນພົບແຂ້ວບູຮານ ທີ່ມີອາຍຸຫຼາຍກວ່າ 164,000ປີ!

Published on

ຈາກການລາຍງານຂອງແຫຼ່ງຂ່າວຕ່າງປະເທດ, ໄດ້ຄົ້ນພົບແຂ້ວເຫຼັ້ມໜຶ່ງທີ່ມີອາຍຸເກົ່າແກ່ພາຍໃນຖ້ຳຂອງ ສປປ ລາວ ອາດເປັນຫຼັກຖານອັນທຳອິດຂອງກຸ່ມມະນຸດທີ່ສູນພັນໄປແລ້ວ ທີ່ເອີ້ນວ່າ Denisovans ໃນອາຊີຕາເວັນອອກສຽງໃຕ້.

ໂດຍທີມງານ ນານາຊາດ ໄດ້ສະຫຼຸບວ່າແມ່ນແຂ້ວຂອງເດັກນ້ອຍຜູ້ຍິງ 3.5-8.5 ປີ ໃນຕອນທີ່ລາວເສຍຊີວິດ, ເຊິ່ງຜ່ານມາໄດ້ 164,000 ປີແລ້ວ.

ນອກຈາກນີ້ແລ້ວ ກໍ່ຍັງມີລາຍງານການພົບເຫັນ ເສດຟັອດຊິວຂອງ Denisovans ໃນເຂດຕ່າງໆຂອງໂລກອີກດ້ວຍ.

 

ບົດຄວາມຫຼ້າສຸດ

ໄລຍະ 9 ເດືອນ ປີ 2026 ເສດຖະກິດຂອງລາວ ຂະຫຍາຍຕົວ ໃນລະດັບ 4,8

ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໃນໄລຍະ 9 ເດືອນ ປີ 2026 ໄດ້ດໍາເນີນໃນສະພາບການພາກພື້ນ ແລະ ສາກົນ ທີ່ຍັງສືບຕໍ່ເຄັ່ງຮ້ອນ, ຜັນແປຢ່າງສັບສົນ, ແຕ່ພາຍໃຕ້ການນໍາພາ-ຊີ້ນໍາ ຂອງກົມການເມືອງສູນກາງພັກ,...

ທ່ານ ທອງລຸນ ສີສຸລິດ ສົ່ງຄໍາອວຍພອນອັນອົບອຸ່ນ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 77 ປີ

ວັນທີ 01 ຕຸລາ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາ ຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກໄທ

ໃນຕອນບ່າຍຂອງວັນທີ 1 ຕຸລາ 2026 ທີ່ ຫໍປະຊຸມແຫ່ງຊາດ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ...