Homeຂ່າວຕ່າງປະເທດກຸ່ມຕໍ່ຕ້ານຂອງມຽນມາ ຮຽກຮ້ອງໃຫ້ຄົນຕາເວັນຕົກສະໜັບສະໜູນອາວຸດ

ກຸ່ມຕໍ່ຕ້ານຂອງມຽນມາ ຮຽກຮ້ອງໃຫ້ຄົນຕາເວັນຕົກສະໜັບສະໜູນອາວຸດ

Published on

ໃນວັນທີ 17 ພຶດສະພາທີ່ຜ່ານມານີ້ ການລາຍງານຈາກເມືອງຢ່າງກຸ້ງປະເທດມຽນມາໄດ້ລາຍງານວ່າ: ທ່ານ ຫຍີ່ ມູນ ລັດຖະມົນຕີກະຊວງປ້ອງກັນປະເທດ (NUG) ຫຼື ລັດຖະບານເງົາ ເປັນຝ່າຍຕໍ່ຕ້ານລັດຖະບານທະຫານມຽນມາ ໄດ້ຮຽກຮ້ອງຂໍຄວາມສະໜັບສະໜູນດ້ານການເງິນ ແລະ ອາວຸດຈາກຕາເວັນຕົກ ເພື່ອມາຊ່ວຍເສີມໃຫ້ກັບກອງທັບມຽນມາ ເນື່ອງຈາກອາວຸດທີ່ມີຢູ່ແລ້ວແມ່ນເກົ່າ ແລະ ບໍ່ມີປະສິດທິພາບ.

ລັດຖະບານມຽນມາ ປະກາດຕອນເດືອນພຶດສະພາປີກາຍນີ້ວ່າ “ກອງກຳລັງປະຊາຊົນ” ຂອງລັດຖະບານເງົາ ເຊິ່ງເປັນ “ອົງກອນກໍ່ການຮ້າຍ” ໂດຍມີເຄືອຄ່າຍຢູ່ຕາມເມືອງໃຫຍ່ໃນມຽນມາ ປະກາດເຮັດສົງຄາມກັບປະຊາຊົນ ກັບ ກອງທັບມຽນມາທີ່ໄດ້ເຮັດລັດຖະປະຫານຕອນເດືອນ ມີນາ ປີ 2021.

ຢ່າງໃດກໍຕາມ ລັດຖະບານມຽນມາຍັງບໍ່ຮັບເຊີນໃຫ້ເຂົ້າຮ່ວມປະຊຸມ ເນື່ອງຈາກຍັງມີຄວາມຂັດແຍ້ງກັບສະມາຊິກອາຊຽນທີ່ເຫຼືອ ກ່ຽວກັບການດຳເນີນການຕາມ ສັນທະໄມຕີ 5 ຂໍ້ ເຊິ່ງໄດ້ຕົກລົງກັນໃນເດືອນມີນາ ປີ 2021.

ແຫຼ່ງຂ່າວຈາກ ຣອຍເຕີ

ບົດຄວາມຫຼ້າສຸດ

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ສປປ ລາວ ເຂົ້າຮ່ວມເປັນສະມາຊິກເຄືອຂ່າຍພັນທະມິດດ້ານທຸລະກິດປະຊາສຳພັນໃນອາຊີ (OAC)

ໃນວັນທີ 5 ພະຈິກ 2026 ທີ່ຜ່ານມາ, ສປປ ລາວ ໄດ້ເຂົ້າຮ່ວມການເປັນສະມາຊິກເຄືອຂ່າຍພັນທະມິດດ້ານທຸລະກິດປະຊາສຳພັນໃນອາຊີ ຫຼື One Asia Communications (OAC) ໃນເວທີປຶກສາຫາລືດ້ານການສື່ສານ...

ແກ້ໄຂຫຼາຍບັນຫາ ນະຄອນຫຼວງວຽງຈັນ ແກ້ໄຂບັນຫາຄວາມທຸກຍາກ ການຂາດແຄນຄູສອນ ການບໍລິຫານຈັດການຂີ້ເຫຍື້ອ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V ໄດ້ດໍາເນີນມາຮອດວັນທີ 13 ພະຈິກ 2026 ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ພາຍໃຕ້ການເປັນປະທານຂອງ ທານ...

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...