Homeຂ່າວພາຍ​ໃນພິທີເປີດບໍ່​ແຮ່​ໃຕ້​ດິນ​ທັນ​ສະ​ໄໝ​ແຫ່ງ​ທຳ​ອິດ​ ໃນ ສ​ປ​ປ ລາວ

ພິທີເປີດບໍ່​ແຮ່​ໃຕ້​ດິນ​ທັນ​ສະ​ໄໝ​ແຫ່ງ​ທຳ​ອິດ​ ໃນ ສ​ປ​ປ ລາວ

Published on

ພາກ​ລັດ​ຖະ​ບານໄດ້​ຢ້ຽມ​ຢາມ ບໍ່​ຄຳ-ທອງ ເຊ​ໂປນ​ຂອງ ບໍ​ລິ​ສັດ ລ້ານ​ຊ້າງ ມິ​ເນ​ໂຣນ​ສ໌ ລິ​ມິ​ເຕັດ (ລ​ຊມ​ລ) ເພື່ອ ເປີດ ບໍ່​ແຮ່​ໃຕ້​ດິນ​ທັນ​ສະ​ໄໝ​ແຫ່ງ​ທຳ​ອິດ​ ໃນ ສ​ປ​ປ ລາວ.

ດ້ວຍ​ປະ​ລິ​ມານ​ສະ​ສົມ​ແຮ່​ເພື່ອ​ສຳຫຼວດທີ່​ມີຫຼາຍກວ່າ 9,5 ລ້ານ​ໂຕນ ແລະ ການ​ຜະ​ລິດ​ແຮ່​ທີ່​ຄາດ​ວ່າ​ຈະ​ເພີ່ມ​ຂຶ້ນ​ຈາກ 400.000 ໂຕນ​ໃນ​ປີ 2023 ເປັນ 1,2 ລ້ານ​ໂຕນ​ຕໍ່​ປີ ​ໃນ​ປີ​ຕໍ່ໆ​ມາ, ຄາດ​ວ່າ “ອຸ​ມົງ​ສຳຫຼວດ​ບໍ່​ໃຕ້​ດິນ​ດິ​ສ​ໂຄ​ເວີ​ຣີ​ດິບ” ຈະ​ຂະ​ຫຍາຍ​ອາ​ຍຸ​ບໍ່​ຄຳ-ທອງ ເຊ​ໂປນ ໄປ​ອີກ 7 ປີ​ເປັນ​ຢ່າງ​ຕ່ຳ ໄປ​ເຖິງ​ປີ 2030 ແລະ ປະ​ກອບ​ສ່ວນ​ຕໍ່​ການ​ຫລຸດ​ຜ່ອນ ​ຄວາ​ມ​ທຸກ​ຍາກ ແລະ ການ​ພັດ​ທະ​ນາ​ທີ່​ຍືນ​ຍົງ​ໃນ​ຊຸມ​ຊົນ​ເຈົ້າ​ພາບ.

ທ່ານ ທອງ​ພັດ ອິນ​ທະ​ວົງ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ພະ​ລັງ​ງານ ແລະ ບໍ່​ແຮ່ (ປະ​ທານ​ຄະ​ນະ​ກຳ​ມະ​ການ​ຄຸ້ມ​ຄອງ​ໂຄງ​ການ​ຄຳ-ທອງ ເຊ​ໂປນ), ທ່ານ​ນາງ ທິບ​ພະ​ກອນ ຈັນ​ທະ​ວົງ​ສາ, ຮອງ​ລັດ​ຖະ​ມົນ​ຕີ​ປະ​ຈຳ​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ ທ່ານ ວຽງ​ທະ​ວີ​ສອນ ເທບ​ພະ​ຈັນ, ຮອງ​ເຈົ້າ​ແຂວງໆ​ສະ​ຫວັນ​ນະ​ເຂດ, ທ່ານ ຄຳ​ຜຸຍ ສີ​ບຸນ​ເຮືອງ, ເຈົ້າ​ເມືອງໆ​ວິ​ລະ​ບູ​ລີ ພ້ອມການ​ນຳ​ຊຸມ​ຊົນ​ຈາກ ເມືອງວິ​ລະ​ບູ​ລີ, ແຂວງ​ສະ​ຫວັນ​ນະ​ເຂດ ເຊິ່ງ​ເປັນ​ທີ່​ຕັ້ງ​ຂອງ​ບໍ່​ຄຳ-ທອງ​ ເຊ​ໂປນ ແລະ ເຈົ້າ​ໜ້າ​ທີ່​ພາກ​ລັດ ໄດ້​ໃຫ້​ກຽດ​ເຂົ້າ​ຮ່ວມ​ງານ​ຄັ້ງ​ນີ້.

 

ທ່ານ ພໍ ແຮ​ຮິ​ສ, ຜູ້​ຈັດ​ການ​ໃຫຍ່ ລ​ຊມ​ລ ໄດ້​ກ່າວ​ວ່າ: “ໂຄງ​ການ​ຄຳ-ທອງ ເຊ​ໂປນ ມີ​ປະ​ຫວັດ​ສາດ​ການ​ຂຸດ​ຄົ້ນ​ບໍ່​ແຮ່​ມາຫຼາຍ​ພັນ​ປີ. ການ​ພັດ​ທະ​ນາ​ໃໝ່​ນີ້​ຈະ​ນຳ​ໃຊ້​ອຸ​ປະ​ກອນ​ທີ່​ທັນ​ສະ​ໄ​ໝ ແລະ ເຕັກ​ນິກ​ການ​ຂຸດ​ຄົ້ນ​ບໍ່​ແຮ່​ທີ່​ກ້າວ​ໜ້າ ເພື່ອ ຖ່າຍ​ທອດ​ຄວາມ​ຮູ້ ແລະ ທັກ​ສະ​ໃຫ້​ແກ່ ພະ​ນັກ​ງານ ແລະ ຜູ້​ຮັບ​ເໝົາ​ຄົນ​ລາວ ກໍ​ຄື ວິ​ຊາ​ການ​ມື​ອາ​ຊີບ​ດ້ານ​ບໍ່​ແຮ່​ທີ່​ເປັນ​ຄົນ​ລາວ ເພື່ອ​ວາງ​ມາດ​ຕະ​ຖານ​ໃໝ່ໆ​ໃນການ​ຂຸດ​ຄົ້ນ​ບໍ່​ແຮ່​ໃຕ້​ດິນ.”

ທ່ານ ສະໝານ ອະເນກາ, ຜູ້ອໍານວຍການໃຫຍ່ ລ​ຊມ​ລ ໄດ້ກ່າວຂອບໃຈຄະນະຜູ່ແທນຈາກພາກລັດຂັ້ນສູນ​ກາງ, ແຂວງ, ເມືອງ ແລະ ຕາງຫນ້າຈາກຊຸມຊົນທ້ອງຖິ່ນ ອ້ອມຂ້າງ ທີ່​ໄດ້ເຂົ້າມາຮ່ວມໃນພິທີ​ເປີດ​ບໍ່​ແຮ່​ໃຕ້​ດິນ​ຄັ້ງ​ນີ້. ພ້ອມກັນນີ້ ທ່ານສະ​ໝານ ກໍຍັງໄດ້ກ່າວ​ຕື່ມອີກວ່າ “ດ້ານການພັດທະນາຊຸຸມຊົນແມ່ນໄດ້ມີ ກອງ​ທຶນ​ພັດ​ທະ​ນາ​ຊຸມ​ຊົນ ທີ່ໄດ້ປະກອບສ່ວນໃນການພັດທະນາ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຊຸມ​ຊົນ​ທ້ອງ​ຖິ່ນ​ໃນ 3 ຂະແໜງການຫຼັກ ຄື: ດ້ານການຜະລິດສະບຽງອາຫານ, ສຸກຂະພາບຊຸມຊົນ ແລະ ການສຶກສາຂອງ ຄົນ​ຮຸ່ນ​ໃໝ່. ບໍ່ໄຕ້ດິນນີ້ ເປັນ​ບໍ່ທໍາອິດ ໃນ ສ​ປ​ປ ລາວ ທີ່ສອດຄ່ອງກັບ​ຂັ້ນ​ຕອນ​ການ​ປະ​ເມີນ​ຜົນ​ກະ​ທົບ​ຕໍ່​ສິ່ງ​ແວດ​ລ້ອມ ແລະ ສັງ​ຄົມ, ພ້ອມ​ທັງ​ໄດ້​ປະ​ກອບ​ສ່ວນ​ US$11 ລ້ານ ເຂົ້າ​ໃສ່​ກອງ​ທຶ​ນ​ພັດ​ທະ​ນາ​ຊຸມ​ຊົນ ແລະ ສ້າງ​ລາຍ​ໄດ້​ກວ່າ US$49 ລ້ານ ໃຫ້​ແກ່​ກຸ່ມ​ທຸ​ລະ​ກິດ​ທ້ອງ​ຖິ່ນ.”

ລ​ຊມ​ລ ໄດ້​ນຳ​ເອົາ ຊ່ຽວ​ຊານ​ສະ​ເພາະ​ດ້ານ​ຕ່າງ​ປະ​ເທດ ແລະ ອຸ​ປະ​ກອນ ເຂົ້າ​ມາ ສ​ປ​ປ ລາວ ສຳ​ລັບ ໂຄງ​ການ​ສຳ​ຄັນ​ຄັ້ງ​ນີ້. ​

ຍຸດ​ທະ​ສາດ​ການເຕີບ​ໂຕ​​ສີ​ຂຽວແຫ່ງ​ຊາດ​ຂອງ ລັດ​ຖະ​ບານ​ລາວ ຮັບ​ຮູ້​ວ່າ ອຸດ​ສາ​ຫະ​ກຳ​ບໍ່​ແຮ່​ເປັນ​ຂະ​ແໜງ​ການ​ບູ​ລິ​ມະ​ສິດ​ຍ້ອນ​ ການ​ປະ​ກອບ​ສ່ວນ​ມະ​ຫາ​ສານ​ຕໍ່​ການ​ພັ​ດ​ທະ​ນາ​ເສດ​ຖະ​ກິດ. ພ້ອມ​ກັນ​ນັ້ນ, ບໍ​ລິ​ສັດ ລ​ຊມ​ລ ກໍ​ຍັງ​ໄດ້​ຮັບ​ການ​ຢັ້ງ​ຢືນ​ລະ​ດັບ A+ ໂດຍ​ກະ​ຊວງ​ພະ​ລັງ​ງານ ແລະ ບໍ່​ແຮ່ ຢ່າງ​ສະ​ເໝີ​ມາ ຍ້ອນ​ສາ​ມາດ​ຮັກ​ສາ​ມາດ​ຕະ​ຖານ​ສາ​ກົນ​ໄດ້​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ.

ທ່ານ ພໍ ແຮ​ຣິ​ສ໌ ໄດ້​ກ່າວ​ຕື່ມ​ວ່າ​: “ການ​ຂຸ​ດ​ຄົ້ນ​ບໍ່​ແຮ່​ໃຕ້​ດິນ​ຈະ​ສ້າງ​ຜົນ​ປະ​ໂຫຍດ​ຕໍ່​ເສດ​ຖະ​ກິດ ແລະ ສັງ​ຄົມ​ຂັ້ນ ປະ​ເທດ, ພາກ​ພື້ນ ແລະ ທ້ອງ​ຖິ່ນ ກໍ​ຄື ຜູ້​ມີ​ສ່ວນ​ຮ່ວມ ແລະ ຊຸມ​ຊົນ​ເຈົ້າ​ພາບ​ຂອງ​ພວກ​ເຮົາ. ການ​ຂຸດ​ຄົ້ນ​ບໍ່​ແຮ່​ໃຕ້​ດິນ​ຈະ​ປະ​ຢັດຫຼາຍກວ່າ​ສຳ​ລັບແຫຼ່ງ​ແຮ່​ທີ່​ຢູ່​ຊັ້ນ​ເລິກກວ່າ ແລະ ມີ​ຜົນ​ກະ​ທົບ​ຕໍ່​ສິ່ງ​ແວດ​ລ້ອມ ແລະ ສັງ​ຄົມ​ທີ່​ຕ່ຳ​ກວ່າຫຼາຍ​ເມື່ອ​ສົມ​ທຽບ​ໃສ່ ການ​ຂຸດ​ຄົ້ນ​ບໍ່​ແຮ່​ເປີດ​ໜ້າ​ດິນ. ທີ່ ລ​ຊມ​ລ, ພວກ​ເຮົາ​ໝາຍ​ໝັ້ນ​ໃນ​ການ​ບັນ​ລຸ​ມາດ​ຕະ​ຖານ​ສູງ​ທີ່​ສຸດ​ດ້ານ​ຄວາມ​ປອດ​ໄພ ແລະ ສິ່ງ​ແວດ​ລ້ອມ ແລະ ເຮັດ​ວຽກ​ຢ່າງ​ໃກ້​ຊິດ​ກັບ​ຊຸມ​ຊົນ​ທ້ອງ​ຖິ່ນ​ເພື່ອ​ແບ່ງ​ປັບ​ຜົນ​ປະ​ໂຫຍດ​ຢ່າງ​ທົ່ວ​ເຖິງ.”

ການ​ສຳຫຼວດ​ໃຕິ​ດິນ​ຢູ່ ບໍ່​ຄຳ-ທອງ ເຊ​ໂປນ ຈະ​ດຳ​ເນີນ​ຕະ​ຫຼອດ​ຮອດ​ປີ 2023, ໂດຍ​ຄາດ​ວ່າ ການ​ຜະ​ລິດ​ຈາກ ​ການ​ຂຸດ​ຄົ້ນ​ບໍ່​ແຮ່​ໃຕ້​ດິນ​ນີ້​ແມ່ນ​ຈະ​ເລີ່ມ​ໃນ​ກາງ​ປີ 2023.  ​ບໍ່​ໃຕ້​ດິນ​ຈະ ຂະ​ຫຍາຍ​ເຖິງ 450 ແມັດ​ໃຕ້​ໜ້າ​ດິນ. ທາງ​ເຂົ້າ​ອຸ​ມົງ​ເພື່ອ​ເຈາະ​ສຳຫຼວດ​ໃຕ້​ດິນ ຈະ​ມີ​ຄວາມ​ຍາວຫຼາຍກວ່າ 1.800 ແມັດ, ສູງ 5 ແມັດ​, ກວ້າງ 5 ແມັດ ເພື່ອ​ອຳ​ນວຍ​ໃຫ້​ລົດ​ຈົກ ແລະ ເຄື່ອງ​ເຈາະ​ທີ່​ທັນ​ສະ​ໄໝ​.

ລ​ຊມ​ລ ໄດ້ ດຳ​ເນີນ​ການ​ຂຸດ​ຄົ້ນ​ບໍ່​ແຮ່​ຄຳ-ທອງ​ເຊ​ໂປນ ແບບເປີດ​ໜ້າ​ດິນ​ຢູ່ ແຂວງ​ສະ​ຫວັນ​ນະ​ເຂດ ຕັ້ງ​ແຕ່​ປີ 2003 ເປັນ​ຕົ້ນ​ມາ. ໃນ​ສອງ​ທົດ​ສະ​ຫວັດ​ຜ່ານ​ມາ, ລ​ຊມ​ລ ໄດ້​ປະ​ກອບ​ສ່ວນຫຼາຍກວ່າ US$1,6 ຕື້ ເປັນ​ລາຍ​ຮັບ​ໂດຍ​ກົງ​ໃຫ້​ແກ່​ລັດ​ຖະ​ບານ​ລາວ ຜ່ານ​ການ​ຈ່າຍ​ພາ​ສີ​ອາ​ກອນ ແລະ ຄ່າ​ຊັບ​ພະ​ຍາ​ກອນ​ແຮ່​ທາດ, ຫຼາຍ​ຮ້ອຍ​ລ້ານ​ໂດ​ລາ​ເປັນ​ຜົນ​ປະ​ໂຫຍດ​ທາງ​ອ້ອມ ຜ່ານ​ການ​ພັດ​ທະ​ນາ​ຊຸມ​ຊົນ, ການ​ສ້າງວຽກ​ເຮັດ​ງານ​ທຳ ແລະ ການ​ຝຶກ​ອົບ​ຮົມ​ສ້າງ​ສີ​ມື​ແຮງ​ງານ. 

ລ​ຊມ​ລ ໝາຍ​ໝັ້ນ ເປັນ​ບໍ​ລິ​ສັດ​ບໍ່​ແຮ່​ຕົວ​ແບບ​ທີ່​ດີ​ເລີດ​ ແລະ ເປັນ​ຄູ່​ຮ່ວມ​ພັດ​ທະ​ນາຂະ​ແໜງ​ບໍ່​ແຮ່ ຢູ່​ໃນ ສ​ປ​ປ ລາວ​.

 

 

 

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...