Homeຂ່າວຕ່າງປະເທດສະຫະລັດອາເມລິກາ ສ້າງອາວຸດທີ່ມີຄວາມໄວກວ່າສຽງ

ສະຫະລັດອາເມລິກາ ສ້າງອາວຸດທີ່ມີຄວາມໄວກວ່າສຽງ

Published on

ໃນວັນທີ 17 ພຶດສະພາ ທີ່ກຸງວໍຊິງຕັນ ປະເທດອາເມລິກາ, ກອງທັບອາກາດຂອງສະຫະລັດໄດ້ຖະແຫຼງການກ່ຽວກັບ ຄວາມສຳເລັດໃນການທົດສອບ “ອາວຸດຄວາມໄວກວ່າສຽງ” ຫຼື “ອາວຸດໄຮເປີໂຊນິກ” ໂດຍການທົດສອບເກີດຂຶ້ນບໍລິເວນນອກຝັ່ງທະເລທາງໃຕ້ ຂອງລັດແຄລິຟໍເນຍ, ໃນວັນເສົາທີ່ຜ່ານມານີ້ ຍົນໄດ້ຖິ້ມລະເບີດທາງຍຸດທະສາດບີ-52 ສາມາດປ່ອຍອາວຸດທີ່ເອີ້ນວ່າ “Air-launched Rapid Response Weapon” ຫຼື ແອໂຣ.

ອາວຸດນີ້ ພັດທະນາ ແລະ ຜະລິດມາຈາກບໍລິສັດ ມາຕິນ ແລະ ມັນຂັບເຄື່ອນດ້ວຍຊັ້ນບັນຍາກາດດ້ວຍຄວາມໄວອາຍພົ່ນ ຫຼັງຈາກນັ້ນມັນຮ່ອນລົງມາຕາມແຮງໂນ້ມຖ່ວງຂອງໂລກ ເພື່ອຊັດໃສ່ເປົ້າໝາຍ ເຊິ່ງການເຄື່ອນທີ່ຂອງມັນເປັນໄປຕາມແຜນ ຫຼື ໄວກວ່າສຽງ 5 ເທົ່າ.

ນອກຈາກ ອາເມລິກາແລ້ວ ກໍ່ຍັງມີ ຣັດເຊຍ ທີ່ມີອາວຸດຊະນິດນີ້ ແລະ ໄດ້ໃຊ້ຫຼາຍຄັ້ງແລ້ວໃນສົງຄາມຢູເຄຣນ.

ແຫຼ່ງຂ່າວຈາກ ຣອຍເຕີ

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...