Homeຂ່າວຕ່າງປະເທດອິນເດຍ ຜະເຊີນກັບອາກາດທີ່ຮ້ອນທີ່ສຸດໃນຮອບ 100 ປີ

ອິນເດຍ ຜະເຊີນກັບອາກາດທີ່ຮ້ອນທີ່ສຸດໃນຮອບ 100 ປີ

Published on

ວັນທີ 16 ພຶດສະພາ ທີ່ຜ່ານມານີ້, ອິນເດຍກຳລັງຜະເຊີນກັບ ສະພາບອາກາດທີ່ຮ້ອນຢ່າງຮຸນແຮງທີ່ສຸດ ໃນຮອບ 100 ປີ ໃນຫຼາຍພື້ນທີ່ຂອງປະເທດ ລວມທັງ ນະຄອນຫຼວງນິວແດນລີ ມີອຸນຫະພູມທີ່ຫຼາຍກວ່າ 40 ອົງສາ ແລະ ເຮັດໃຫ້ມີຜູ້ເສຍຊີວິດຍ້ອນອາກາດທີ່ຮ້ອນເກືອບ 30 ຄົນ.

ສຳນັກງານ ອຸຕຸນິຍົມວິທະຍາ ຂອງອິນເດຍ ລາຍງານວ່າ: ຄື້ນຄວາມຮ້ອນທີ່ໄດ້ແຜ່ເຂົ້າມາປົກຄຸມໄປທາງພາກເໜືອຂອງອິນເດຍ ສົ່ງຜົນໃຫ້ອຸນຫະພູມຂຶ້ນສູງເຖິງ 45 ອົງສາ ໃນລັດ ຣາຊາຖານ (Rajasthan) ຈຶ່ງໄດ້ໃຫ້ເຈົ້າໜ້າທີ່ທາງການ ນຳເອົາລົດຊີດນ້ຳ ຈຳນວນ 4 ຄັນ ອອກມາພົ່ນນ້ຳ ເພື່ອຫຼຸດຜ່ອນຄວາມຮ້ອນຮຸນແຮງໃນຄັ້ງນີ້.

ໃນອາກາດທີ່ຮ້ອນຮຸນແຮງແບບນີ້ ເປັນສາເຫດທີ່ເຮັດໃຫ້ ຜົນຜະລິດຊາວກະຊິກຳເສຍຫາຍ ແລະ ຕາຍເປັນຈຳນວນຫຼວງຫຼາຍ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...