Homeຂ່າວຕ່າງປະເທດສີລັງກາ ສາມາດເຕີມນ້ຳມັນເປັນມື້ສຸດທ້າຍ

ສີລັງກາ ສາມາດເຕີມນ້ຳມັນເປັນມື້ສຸດທ້າຍ

Published on

ໃນວັນທີ 16 ທີ່ກຸງໂຄລຳໂບ ປະເທດສີລັງກາ, ນາຍົກລັດຖະມົນຕີຄົນໃໝ່ຂອງສີລັງກາໄດ້ກ່າວວ່າ: ເມື່ອວັນຈັນປະເທດໄດ້ຮັບຜົນກະທົບຈາກວິກິດການເງິນເຟີ້ ແລ້ວຕ້ອງໄດ້ໃຊ້ນ້ຳມັນເປັນມື້ສຸດທ້າຍ.

ທ່ານ ລານິນ ວິກຳສິງເຫ (Ranil Wickremesinghe) ໄດ້ຮັບການແຕ່ງຕັ້ງເປັນນາຍົກລັດຖະມົນຕີຄົນໃໝ່ໃນວັນພະຫັດທີ່ຜ່ານມານີ້ ແລ້ວໄດ້ກ່າວໃນການປະລາໄຊຂອງປະເທດຊາດວ່າ ປະເທດຕ້ອງການແລກປ່ຽນເງິນຕາຕ່າງປະເທດ ຈຳນວນ 75 ລ້ານໂດລາ ເພື່ອທີ່ຈະນຳເຂົ້າສິນຄ້າທີ່ຈຳເປັນ ແລະ ມີນ້ຳມັນສຳຮອງໃຫ້ໃສ່ພຽງມື້ດຽວ.

ປະເທດຈະມີນ້ຳມັນກາຊວນ ແລະ ແອັດຊັງ ໂດຍໃຊ້ສິນເສື້ອຈາກອິນເດຍເພື່ອສາມາດສະໜອງນ້ຳມັນໄດ້ອີກ 2-3 ມື້, ແຕ່ປະເທດຍັງປະເຊີນກັບການຂາດແຄນຢາຈຳເປັນຫຼາຍຊະນິດ.

ປະຊາຊົນໄດ້ມີການຕໍ່ແຖວເພື່ອເຕີມນ້ຳມັນເຊື້ອໄຟເປັນເວລາ 6-7 ຊົ່ວໂມງ ເຊິ່ງເປັນເວລາທີ່ດົນທີ່ສຸດ.

ປະເທດຂາດເງິນຕາຕ່າງປະເທດ ເຮັດໃຫ້ອັດຕາເງິນເຟີ້ຮຸນແຮງ ແລະ ຂາດແຄນຢາ, ນ້ຳມັນເຊື້ອໄຟ ແລະ ເຄື່ອງໃຊ້ຈຳເປັນອື່ນໆ, ເຮັດໃຫ້ຫຼາຍຄົນອອກມາປະທ້ວງ.

ເນື່ອງຈາກວິກິດການດັ່ງກ່າວ ໄດ້ພາໃຫ້ເກີດການປະທ້ວງແຜ່ຫຼາຍ ຈົນເຮັດໃຫ້ເກີດມີການລາອອກຂອງນາຍົກລັດຖະມົນຕີຄົນກ່ອນໃນອາທິດແລ້ວນີ້, ໃນລະຫວ່າງການຕໍ່ສູ້ກັນຂອງກຸ່ມສະໜັບສະໜູນລັດຖະບານ ແລະ ຜູ້ປະທ້ວງ ໄດ້ຂ້າຄົນໄປ 9 ຄົນ ແລະ ບາດເຈັບອີກ 300 ຄົນ.

ເຊິ່ງອະດີດລັດຖະມົນຕີກະຊວງການເງິນ ໄດ້ມີການເຈລະຈາໃນເບື້ອງຕົ້ນກັບຜູ້ໃຫ້ກູ້ຢືມຫຼາຍຝ່າຍ, ແຕ່ລາວໄດ້ລາອອກພ້ອມກັບ ມະຮິນດາ ລາສປາກຊາ (Mahinda Rajapaksa) ໃນອາທິດແລ້ວນີ້.

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...