spot_img
Homeຂ່າວພາຍ​ໃນອາຊຽນ-ສະຫະລັດ ຮ່ວມກັນຕ້ານການລະບາດຂອງພະຍາດໂຄວິດ-19

ອາຊຽນ-ສະຫະລັດ ຮ່ວມກັນຕ້ານການລະບາດຂອງພະຍາດໂຄວິດ-19

Published on

ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ສືບຕໍ່ເຂົ້າຮ່ວມກອງປະຊຸມ ສຸດຍອດອາຊຽນ-ອາເມລິກາ ສະໄໝພິເສດ ໃນວັນທີ 13 ພຶດສະພາ 2022 ທີ່ ວໍຊິງຕັນ ດີຊີ, ສະຫະລັດ ອາເມລິກາ ໂດຍໄດ້ພົບປະປຶກສາຫາລືກັບ ທ່ານ ໂຈ ໄບເດັນ ປະທານາທິບໍດີ ແລະ ບັນດາລັດຖະມົນຕີຂະແໜງການທີ່ກ່ຽວຂ້ອງຂອງອາເມລິກາ.

ໃນຂົງເຂດສາທາລະນະສຸກ, ສອງຝ່າຍຮ່ວມມື ເພື່ອຄວບຄຸມ ແລະ ສະກັດກັ້ນການແພ່ລະບາດຂອງພະຍາດໂຄວິດ-19 ແລະ ສາຍພັນທີ່ອາດຈະເກີດຂຶ້ນໃໝ່ໃນອານາຄົດ.

ສ.ອາເມລິກາ ປະກອບສ່ວນເຂົ້າໃນກອງທຶນອາຊຽນ ເພື່ອຕອບໂຕ້ພະຍາດໂຄວິດ-19, ທຶນ, ວັກຊິນ ແລະ ອຸປະກອນການແພດ ໃຫ້ແກ່ບັນດາປະເທດອາຊຽນ. ພ້ອມນີ້, ອາເມລິກາ ຢຶນຢັນຈະສືບຕໍ່ຊ່ວຍເຫລືອອາຊຽນ ດ້ານສາທາລະນະສຸກ ເພື່ອຟື້ນຕົວທາງດ້ານເສດຖະກິດຈາກການແພ່ລະບາດ ແລະ ສົ່ງເສີມຄວາມໝັ້ນຄົງດ້ານສຸຂະພາບ.

ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ຖືໂອກາດນີ້ ສະແດງຄວາມຂອບໃຈຕໍ່ລັດຖະບານ ອາເມລິກາ ທີ່ໄດ້ໃຫ້ການຊ່ວຍເຫລືອບັນດາປະເທດອາຊຽນ ລວມທັງ ສປປ ລາວ ພ້ອມທັງສະເໜີໃຫ້ອາຊຽນ ແລະ ອາເມລິກາ ເພີ່ມການຮ່ວມມື ໃນການຄົ້ນຄວ້າ ແລະ ຜະລິດວັກຊິນ ແລະ ຢາປິ່ນປົວພະຍາດໂຄວິດ-19 ແລະ ຢາປົວພະຍາດ ເພື່ອສະໜອງວັກຊິນຕ້ານໂຄວິດ-19 ຢູ່ພາກພື້ນອາຊຽນໃຫ້ພຽງພໍ ແລະ ສະເໝີພາບ. ນອກນັ້ນ, ກໍຊຸກຍູ້ໃຫ້ອາເມລິກາ ສະໜັບສະໜູນແຜນວຽກຟື້ນຟູຮອບດ້ານອາຊຽນ ແລະ ສືບຕໍ່ເພີ່ມທະວີການຮ່ວມມືໃນການເຊື່ອມຈອດເສດຖະກິດພາກພື້ນ ໃຫ້ມີຄວາມຍືນຍົງ, ຮັບປະກັນຕ່ອງໂສ້ການຜະລິດໃຫ້ມີຄວາມໂລ່ງລ່ຽນ, ສົ່ງເສີມຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ, ຊຸກຍູ້ການຫັນເປັນດີຈິຕອນ ແລະ ອໍານວຍຄວາມສະດວກທາງດ້ານການຄ້າ, ການລົງທຶນ ແລະ ການບໍລິການ ໃຫ້ມີປະສິດທິພາບ.

ບົດຄວາມຫຼ້າສຸດ

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...