Homeຂ່າວຕ່າງປະເທດຢູເຄຣນ ໄດ້ໃຊ້ເງິນຫຼາຍກວ່າ 8.3 ພັນລ້ານໂດ ໃນການເຮັດສົງຄາມກັບຣັດເຊຍ ແທນທີ່ຈະໃຊ້ໄປພັດທະນາປະເທດ

ຢູເຄຣນ ໄດ້ໃຊ້ເງິນຫຼາຍກວ່າ 8.3 ພັນລ້ານໂດ ໃນການເຮັດສົງຄາມກັບຣັດເຊຍ ແທນທີ່ຈະໃຊ້ໄປພັດທະນາປະເທດ

Published on

ສຳນັກຂ່າວ ຣອຍເຕີ ໄດ້ລາຍງານວ່າ, ໃນວັນພະຫັດ ທີ່ຜ່ານມານີ້ ລັດຖະມົນຕີກະຊວງການເງິນ ໄດ້ກ່າວວ່າ: ຢູເຄຣນ ໄດ້ໃຊ້ເງິນຫຼາຍກວ່າ 8.3 ພັນລ້ານໂດລາສະຫະລັດ ໃນການເຮັດສົງຄາມກັບຣັດເຊຍ ແທນທີ່ຈະໃຊ້ໄປພັດທະນາປະເທດ.

ທັ້ງນີ້ ຢູເຄຣນ ບໍ່ເຄີຍເປີດເຜິຍຂໍ້ມູນຈຳນວນເງິນ ເຊິ່ງເຮັດໃຫ້ເຫັນເຖິງການເລື່ອມລ້ຳທາງເສດຖະກິດທີ່ຢູເຄຣນກຳລັງດຳເນີນຢູ່, ຂະນະທີ່ທະຫານຕໍ່ຕ້ານການການຮຸກຮານຂອງຣັດເຊຍ ໃນພາກຕາເວັນອອກຂອງປະເທດ.

ໃນການໃຊ້ຈ່າຍນີ້ ໄດ້ໃຊ້ງົບປະມານເພື່ອການພັດທະນາປະເທດຂັ້ນຕົ້ນ ໄດ້ໃຊ້ງົບເພື່ອຊື້ອາວຸດ ແລະ ໃຊ້ໃນການຊ່ວຍເຫຼືອຜູ້ອົບພະຍົບ ຫຼື ລີ້ໄພ ຫຼາຍກວ່າ 2.7 ລ້ານຄົນ .

ຢູເຄຣນ ຈຳເປັນຕ້ອງໄດ້ຮັບການສະໜັບສະໜູນຈາກຕ່າງປະເທດ ເພື່ອລະດົມທຶນໃນການໃຊ້ຈ່າຍໃນເສດສຸກເສີນຕ່າງໆ. ເຊິ່ງຢູເຄຣນ ໄດ້ຮັບເງິນຈາກພາຍນອກປະມານ 2 ພັນລ້ານໂດລາໃນເດືອນເມສານີ້, 719 ລ້ານໂດລາ ມາຈາກທຶນສະໜັບສະໜູນ. ໃນເດືອນກຸມພານີ້ໄດ້ປະມານ 5.4 ພັນລ້ານໂດລາ, ລວມເຖິງເງິນທີ່ໄດ້ຮັບການຊ່ວຍເຫຼືອອີກ 801 ລ້ານໂດລາ.

Marchenko ໄດ້ກ່າວເພີ່ມອີກວ່າ: ” ຫາກບໍ່ຄຳນຶງເຖິງຄວາມຊ່ວຍເຫຼືອຈາກຕ່າງປະເທດ ລາຍຮັບຂອງປະເທດຈະໄດ້ໃນເດືອນ ພຶດສະພາ-ມິຖຸນາ ຢູ່ລະດັບ 45-50% ທີ່ວາງແຜນໄວ້ ໂດຍທີ່ສະຖານະການຈະບໍ່ຮ້າຍແຮງໄປກວ່ານີ້”

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...