Homeຂ່າວຕ່າງປະເທດຍີ່ປຸ່ນ ເລີ່ມທົດລອງປັບເວລາເຮັດວຽກເປັນ 4 ມື້ ແລະ ພັກ 3 ມື້

ຍີ່ປຸ່ນ ເລີ່ມທົດລອງປັບເວລາເຮັດວຽກເປັນ 4 ມື້ ແລະ ພັກ 3 ມື້

Published on

ຍີ່ປຸ່ນ ເລີ່ມປັບມື້ເຮັດວຽກຂອງພະນັກງານ ເຮັດວຽກ 4 ມື້ ພັກ 3 ມື້ ໃຫ້ພະນັກງານໄດ້ມີຄວາມສົມດຸນ ໃນຊີວິດສ່ວນຕົວ ແລະ ຄອບຄົວທີ່ດີຂຶ້ນ.

ຫຼາຍບໍລິສັດໄດ້ເລີ່ມໃຫ້ພະນັກງານເຮັດວຽກ 4 ມື້ ພັກ 3 ມື້​ ເພື່ອໃຫ້ພະນັກງານໄດ້ມີເວລາເພີ່ມທັກສະອື່ນໆ ມີເວລາພັກຫຼາຍຂື້ນ ເພື່ອປ້ອງກັນການລາອອກຈາກວຽກທີ່ໜັກເກີນໄປ.

ເລີ່ມຈາກ Panasonic Holding Corporation ເປັນບໍລິສັດລ່າສຸດທີ່ໃຫ້ເຮັດວຽກ 4 ມື້ ພັກ 3 ມື້ ໂດຍບໍລິສັດຈະໃຫ້ພະນັກງານບາງຄົນມີທາງເລືອກ.

Panasonic ໄດ້ເລີ່ມໂຄງການທົດລອງນີ້ ຮ່ວມກັບບໍລິສັດອື່ນໆເຊັ່ນ: ກຸ່ມບໍລິສັດ Hitachi Ltd, Mizuho Financial Group Inc. ແລະ Fast Retailing Co. ເຊິ່ງເປັນບໍລິສັດທີ່ຜະລິດເສື້ອ Uniqlo.

ທ່ານ ຢູກິ ຄູຊູມິ ປະທານຂອງ Panasonic ໄດ້ກ່າວວ່າ: “ເປັນຄວາມຮັບຜິດຊອບຂອງເຮົາທີ່ຈະຕ້ອງສ້າງສົມດຸນລະຫວ່າງຊີວິດສ່ວນຕົວ ແລະ ຊີວິດການເຮັດວຽກ ໃຫ້ກັບພະນັກງານທີ່ມີຄວາມຫຼາກຫຼາຍ”.

ເຖິງຢ່າງໄດກໍຕາມ ຍັງມີຄົນຄິດຕ່າງອອກໄປຄື ບໍ່ຕ້ອງພັກ 3 ມື້ຫາກຖືກຫັກຄ່າແຮງງານ ບາງບໍລິສັດທີ່ບໍ່ມີພະນັກງງານພຽງພໍ ອາດຈະເຮັດໃຫ້ວຽກຫຼາຍເກີນໄປ ແລະ ບໍ່ສາມາດເຮັດວຽກໄດ້ທັນ.

ແຫຼ່ງຂ້າວຈາກ ເຈແປນທາມ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...