spot_img
Homeຂ່າວພາຍ​ໃນເຊັນສັນຍາຮ່ວມທຶນ ສ້າງຕັ້ງວິສາຫະກິດປະສົມ ບໍລິສັດ ພັດທະນານິຄົມອຸດສາຫະກໍາວຽງຈັນ ຈໍາກັດ

ເຊັນສັນຍາຮ່ວມທຶນ ສ້າງຕັ້ງວິສາຫະກິດປະສົມ ບໍລິສັດ ພັດທະນານິຄົມອຸດສາຫະກໍາວຽງຈັນ ຈໍາກັດ

Published on

ໃນວັນທີ 9 ພຶດສະພາ 2022 ອົງການປົກຄອງນະຄອນຫລວງວຽງຈັນ(ນວ), ຕາງໜ້າໂດຍພະແນກການເງິນ ນວ ແລະ ພາກທຸລະກິດຂອງສະພາການຄ້າ ແລະ ອຸດສາຫະກຳ ນວ ໄດ້ເຊັນສັນຍາຮ່ວມທຶນ ເພື່ອສ້າງຕັ້ງວິສາຫະກິດປະສົມ ບໍລິສັດ ພັດທະ ນານິຄົມອຸດສາຫະກໍາວຽງຈັນ ຈໍາກັດ ໂດຍການເຂົ້າຮ່ວມຂອງ ທ່ານ ສີລິລາດທົງສິນ ທອງເພັງ ຫົວໜ້າພະແນກການເງິນ ນວ ແລະ ທ່ານ ສັງຄົມ ຈັນສຸກ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ປະທານສະພາການຄ້າ ແລະ ອຸດສາຫະກຳ ນວ, ທັງເປັນຜູ້ອໍານວຍການບໍລິສັດ ພັດທະນານິຄົມອຸດສາຫະກຳ ວຽງຈັນ ຈຳກັດ ໂດຍມີ ທ່ານ ພູຂົງ ບັນນະວົງ ຮອງເຈົ້າຄອງ ນວ, ມີເຈົ້າເມືອງໄຊທານີ, ເຈົ້າເມືອງໄຊເສດຖາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ໃນການຮ່ວມລົງນາມຄັ້ງນີ້ ມີເປົ້າໝາຍພັດທະນາ ນວ ໃຫ້ເປັນເມືອງທີ່ສະອາດສວຍງາມ ແລະ ໜ້າຢູ່ ໂດຍມີຈຸດສຸມຈະດໍາເນີນການສໍາຫລວດເວນຄືນເນື້ອທີ່ດິນ ຂອງເຂດນິຄົມອຸດສາຫະກໍາ ນວ ໃນເນື້ອທີ່ດິນ 99,57 ເຮັກຕາ ສໍາລັບໄລຍະທີ 1 ຕາມທີ່ບໍລິສັດໄດ້ອອກແບບ ແລະ ປະເມີນໃນບົດວິພາກເສດຖະກິດ ໂດຍແບ່ງອອກເປັນ 3 ເຂດພັດທະນາເບື້ອງຕົ້ນຄື: ເຂດໂລຈິສຕິກ, ເຂດອຸດສາຫະກໍາສີຂຽວ, ເຂດການຄ້າ ແລະ ທີ່ພັກອາໄສ. ພ້ອມນັ້ນ, ບໍລິສັດຈະສືບຕໍ່ດໍາເນີນການສໍາຫລວດ ຈັດສັນເວນຄືນທີ່ດິນສ່ວນທີ່ເຫລືອ ໃນເນື້ອທີ່ 1.035,8 ເຮັກຕາ ເພື່ອພັດທະນາໂຄງການໄລຍະ 2.

ທ່ານ ສັງຄົມ ຈັນສຸກ ໄດ້ໃຫ້ຮູ້ວ່າ: ບໍລິສັດ ພັດທະນານິຄົມອຸດສາຫະກຳ ວຽງຈັນ ຈຳກັດ ສ້າງຕັ້ງຂຶ້ນໂດຍອີງຕາມຂໍ້ຕົກລົງ ຂອງທ່ານເຈົ້າຄອງ ນວ ສະບັບເລກທີ 272/ຈນວ ວ່າດ້ວຍການສ້າງຕັ້ງວິສາຫະກິດປະສົມ ລະຫວ່າງອົງການປົກຄອງ ນວ ແລະ ສະພາການຄ້າ ແລະ ອຸດສາຫະກຳ ທີ່ມີຊື່ວ່າ: ບໍລິສັດ ພັດທະນານິຄົມອຸດສາຫະກຳ ວຽງຈັນ ຈຳກັດ (ຜນອວ) ດ້ວຍທຶນຈົດທະບຽນ 10 ຕື້ກີບ, ການລົງທຶນທັງໝົດ 500 ຕື້ກີບ, ໃນນັ້ນ ພາກລັດແມ່ນອົງການປົກຄອງ ນວ ຕາງໜ້າໂດຍພະແນກການເງິນ ນວ ຖືຮຸ້ນ 25%, ສຳລັບພາກເອກກະຊົນ ແມ່ນຕາງໜ້າພາກທຸລະກິດ ຂອງສະພາການຄ້າ ແລະ ອຸດສາຫະກຳ ນວ ຖືຮຸ້ນ 75%.

ການສ້າງຕັ້ງວິສາຫະກິດປະສົມ ແມ່ນອີງໃສ່ທ່າແຮງຂອງ ນວ ທີ່ມີສະຖານີລົດໄຟລາວ-ຈີນ ຕັ້ງຢູ່ທັງສາຍຂົນສົ່ງມວນຊົນ ແລະ ສາຍຂົນສົ່ງສິນຄ້າ ເຊິ່ງເປັນທ່າແຮງໃຫ້ແກ່ການພັດທະນານິຄົມດັ່ງກ່າວ ທີ່ອົງການປົກຄອງ ນວ ກໍຄື ພະແນກອຸດສາຫະກຳ ແລະ ການຄ້າ ໄດ້ອອກແບບ ແລະ ກຳນົດເຂດໄວ້ແລ້ວແຕ່ປີ 2005 ເປັນຕົ້ນມາ ຕາມຂໍ້ຕົກລົງຮັບຮອງເອົາເຂດອຸດສາຫະກຳ ຂອງທ່ານເຈົ້າຄອງ ນວ ສະບັບເລກທີ 602/ຈຄ ນວ ກວມເອົາ 12 ບ້ານຄື: ບ້ານສະພັງຄະນົງ, ໂຄກສະອາດ, ສ້າງຄອມ, ຫົວຊຽງ, ສ້າງຫົວບໍ່, ນາໂນ, ນາໄຫ, ດຸ່ງກາງ, ດຸ່ງໃຫຍ່, ນາບຽນ, ໂພນທອງ, ໂຊກນ້ອຍ ແລະ ບ້ານໂຊກໃຫຍ່ ລວມເນື້ອທີ່ 2.080 ເຮັກຕາ, ແຕ່ມາຮອດປີ 2010 ລັດຖະບານໄດ້ອອກຂໍ້ຕົກລົງສະບັບເລກທີ 149/ນຍ ໂດຍໄດ້ແບ່ງເນື້ອທີ່ດັ່ງກ່າວ ໃຫ້ເປັນເຂດໂຄງການພັດທະນາກວມລວມໄຊເສດຖາຈໍານວນໜຶ່ງ ແລະ ເຂດນິຄົມອຸດສາຫະກຳ ນວ ຍັງເຫລືພຽງແຕ່ 1.516 ເຮັກຕາ.

ມາຮອດປັດຈຸບັນ, ມີໂຄງການທີ່ລັດຖະບານ ໄດ້ຕົກລົງ ແລະ ອະນຸມັດໄປແລ້ວລວມມີເຂດສຶກສາ ແລະ ພັດທະນາຂອງ ບໍລິສັດພົງສະຫວັນ 300 ເຮັກຕາ ແລະ ຂອງບໍລິສັດ ສວນເຢ 80,56 ເຮັກຕາ ເຊິ່ງພັດທະນາເປັນເຂດກະສິກຳ ສົ່ງອອກ.

ແຫຼ່ງຂໍ້ມູນ:ຂປລ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...