spot_img
Homeຂ່າວພາຍ​ໃນລາວຍາດໄດ້ 1 ຫຼຽນທອງ ກິລາປັນຈັດສີລັດ ປະເພດຟ້ອນດາວຍິງ ມີອຸປະກອນ

ລາວຍາດໄດ້ 1 ຫຼຽນທອງ ກິລາປັນຈັດສີລັດ ປະເພດຟ້ອນດາວຍິງ ມີອຸປະກອນ

Published on

ນາງ ປຸກກີ້ ສະເຫລີມບຸຜາ ນັກກິລາປັນຈັດສີລັດ ທີມຊາດລາວ ປະເພດຟ້ອນດ່ຽວຍິງ ມີອຸປະກອນ ສາມາດຍາດໄດ້ 1 ຫຼຽນທອງ ໃນການແຂ່ງຂັນຊີເກມ ຄັ້ງທີ 31 ທີ່ ສສຫວຽດນາມ ໃນການແຂ່ງຂັນຮອບທີ 01 ປຸກກີ້ ເອົາຊະນະ ນັກກິລາຈາກ ສິງກະໂປ ດ້ວຍຄະແນນ 9,900 ຄະແນນ ຮອບ 02 ປຸກກີ້ ພົບກັບນັກກິລາ ຈາກປະເທດ ອີນໂດນີເຊຍ ທີ່ເປັນແຊ້ມເກົ່າ ແລະ ນັກກິລາ ອິນໂດນີເຊຍ ຊະນະ ໄປ ເຮັດໃຫ້ ປຸກກີ້ ໄດ້ອັນດັບ 03 ຫລຽນທອງ ມາຄອງ ຫລຽນຄຳ ເປັນຂອງນັກກິລາ ມາເລເຊຍ ຫລຽນເງີນ ນັກກິລາ ອິນໂດນີເຊຍ ຫລຽນທອງ ສປປລາວ ຮ່ວມກັບ ຫວຽດນາມ.

ສຳລັບນັກກິລາ ທີມຊາດລາວ ທີ່ເຂົ້າຮ່ວມການແຂ່ງຂັນຊີເກມໃນຄັ້ງທີ 31 ທີ່ ສສ ຫວຽດນາມ ຖ້ານັກກິລາທີມຊາດລາວ ຍາດໄດ້ຫລຽນລາງວັນ ບໍລິສັດ ເບຍລາວ ຈຳກັດ ຈະມອບເງີນອຸປະຖຳ ຫລຽນຄຳ 10 ລ້ານກີບ ຫລຽນເງີນ 7 ລ້ານກີບ ຫລຽນທອງ 5 ລ້ານກີບ ບໍລິສັດ ເບຍລາວ ຈຳກັດ ໃຫ້ການອຸປະຖຳ ທັບນັກກິລາລາວ ລວມມູນຄ່າ 400 ລ້ານກີບ ໃນນັ້ນປະກອບມີເງີນ ອຸປະກອນ ຜະລິດຕະພັນເຄື່ອງດື່ມ ແລະ ອຸປະຖຳນັກກິລາທີ່ຍາດຫລຽນລາງວັນໄດ້.

ແຫຼ່ງຂ່າວ: ລາວສູ້ສູ້

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...