Homeປະເພນີ-ວັດທະນະທຳພຸດທະສາສະນິກະຊົນ ຮ່ວມໃສ່ບາດບຸນນະມັດສະການພະທາດຫຼວງ

ພຸດທະສາສະນິກະຊົນ ຮ່ວມໃສ່ບາດບຸນນະມັດສະການພະທາດຫຼວງ

Published on

20141106122347

 

ໃນ​ວັນ​ພະຫັດ ຂຶ້ນ 15 ຄ່ຳ ເດືອນ 12 ປີ​ມະເມຍ ກົງ​ກັບ​ວັນ​ທີ 6 ພະຈິກ 2014 ປີ ​ພສ 2557 (​ຄສ 2014) ເຊິ່ງ​ເປັນ

​ມື້​ສຸດ​ທ້າຍຂອງ​ງານ​ບຸນ​ນະມັດສະການ​ພະທາດຫຼວງ ປະຈຳ​ປີ 2014 ເລີ່ມແຕ່​ເຊົ້າ​ ບັນດາ​ການ​ນຳ​ພັກ-ລັດ ແລະ

ຊາວ​ພຸດ​ທະ​ສາ​ສະ​ນິ​ກະ​ຊົນທັງຫຼາຍ ​ໄດ້​ເຂົ້າ​ຮ່ວມ​ພິທີ​ໃສ່​ບາດຖວາຍ​ສັງຄະ​ທານ ​ໃຫ້​ພະສົງ​ສາມະ​ເນນ ຈຳນວນ

6.000 ອົງ ທີ່ເປັນ​ຈຳນວນ​ຫຼາຍ​ສົມຄວນ​ທຽບໃສ່​ປີ​ຜ່ານໆ​ມາ.

 

ເປັນ​ກຽດ​ເຂົ້າ​ຮ່ວມ​ພິທີ​ໃສ່​ບາດຄັ້ງ​ນີ້ ນຳ​ໂດຍ​ທ່ານ ຈູມ​ມາລີ ໄຊຍະ​ສອນ ປະທານ​ປະເທດ ພ້ອມພັນ​ລະ​ຍາ ບັນດາ​

ການ​ນຳ​ພັກ-ລັດການ​ນຳ​ນະຄອນຫຼວງ​ວຽງຈັນ ບັນດາ​ທູຕານຸທູດ ອົງການຈັດ​ຕັ້ງ​ສາກົນ ປະຈຳ​ລາວ ພະນັກງານ

​ການ​ນຳ​ອາວຸໂສບຳນານ ເຖົ້າ​ແກ່​ແນວ​ໂຮມ ອົງການ​ຈັດຕັ້ງ​ມະຫາຊົນ ແລະ ຊາວ​ພຸດ​ທະສາ​ສະ​ນິ​ກະ​ຊົນ​ທັງຫຼາຍ

ເພື່ອພ້ອມ​ກັນ​ເຮັດບຸນ​ສິນ​ກິນ​ທານ ແຜ່​ເມດ​ຕາ​ໄປ​ຫາ​ດວງ​ວິນ​ຍານຂອງ​ບັນດາ​ວິລະ​ກະສັດ ນັກຮົບວິລະ​ຊົນຜູ້​ມີ

​ຄຸນງາມຄວາມດີ​ຕໍ່ປະເທດ​ຊາດ ແລະ ປະຊາຊົນ​ຜູ້ທີ່​ລ່ວງ​ລັບ​ໄປ​ແລ້ວ​ນັ້ນ ແລະ ທັງເປັນ​ການ​ສ້າງ​ບຸນ​ກຸສົນ​ຮ່ວມ

​ກັນ ເສີມ​ດວງ​ສະ​ຕາ​ບ້ານ​ເມືອງ​ໃຫ້​ຢູ່ເຢັນ​ເປັນ​ສຸກ ຈະເລີນ​ກ້າວໜ້າ ແລະ ວັດທະນາ​ຖາວອນ.

 

ສ່ວນ​ຕອນ​ບ່າຍ ເລີ່ມ​ແຕ່​ເວລາ 13:30 ມີ​ພິທີ​ແຫ່​ລູກ​ຄີ​ອອກຈາກ​ວັດ​ທາດຫຼວງ​ໃຕ້ ເຂົ້າ​ສູ່​ກົມມະ​ລຽນ​ດ້ານ​ໃນພະ​

ທາດຫຼວງ ໃນ​ນັ້ນ ຂະ​ບວນ​ແຫ່​ປະກອບ​ມີຂະ​ບວນ​ທັ່ງ​ບັ້ງ ຂະ​ບວນ​ດົນຕີ​ພື້ນເມືອງ ແລະ ຂະ​ບວນ​ຟ້ອນ​ລຳແຫ່

​ອອກ​ມາ​ຕາມ​ຫຼັງ ເຊິ່ງ​ອີງໃສ່ປະຫວັດ​ເຖົ້າ​ແກ່​ບູຮານ​ເລົ່າ​ຂານກັນ​ມາ​ວ່າ: ການ​ຕີຄີ​ໄດ້​ແບ່ງອອກ​ເປັນ​ສອງ​ຝ່າຍລະ

ຫວ່າງຝ່າຍ​ປະຊາຊົນ ແລະ ຂ້າ​ລາຊະການ (ພະນັກງານ​ລັດ) ເຊິ່ງ​ຜົນການ​ແຂ່ງຂັນ​ກີລາ​ຕີຄີປາກົດ​ວ່າ ຝ່າຍ​ປະຊາ

ຊົນ​ເປັນ​ຜູ້​ຊະນະ​ຝ່າຍພະນັກງານ 5-4 ແລະ ການແຂ່ງຂັນ​ກີລາ​ຕີຄີ​ປີ​ນີ້​ກໍ່​ເຫັນ​ວ່າ ເປັນ​ຂະ​ບວນ​ຟົດຟື້ນ​ມ່ວນຊື່ນ

ໄດ້ທັງ​ຮີດຄອງ​ປະເພນີ ແລະ ໄດ້​ທັງຄວາມ​ສາມັກຄີ​ລະຫວ່າງ​ພະນັກງານ​ກັບ​ປະຊາຊົນ ມີ​ປະຊາຊົນລາວ​ບັນດາເຜົ່າ

​ທົ່ວ​ປະເທດ ​ເຂົ້າຮ່ວມ​ຊົມ​ຮ່ວມ​ເຊຍ​ເປັນ​ຈຳນວນຫຼາຍ​ພັນ​ຄົນ ແລະ ສ້າງ​ຄວາມສົນໃຈ​ໃຫ້​ແກ່​ຊາວ​ຕ່າງປະເທດ​ທີ່

​ເຂົ້າ​ມາ​ທ່ອງ​ທ່ຽວ​ນະຄອນຫຼວງວຽງ​ຈັນ.

 

ສ່ວນ​ຕອນ​ຄ່ຳ​ຄືນ​ສຸດ​ທ້າຍ​ຂອງງານ​ບຸນ​ພະ​ທາດຫຼວງ​ ປະຈຳ​ປີ 2014 ເລີ່ມ​ແຕ່​ເວລາ 19:30 ມີ​ພິທີ​ວຽນທຽນ ຈູດ​ທູບ

​ທຽນ​ບູຊາອ້ອມ​ພະ​ທາດຫຼວງ 3 ຮອບ ແລະ ຈູດ​ບັ້ງໄຟ​ສັກກາລະ​ບູຊາ​ພະທາດຫຼວງ ເພື່ອ​ເປັນ​ສິລິ​ມຸງຄຸນ ທັງເປັນ​ການ

​ສ້າງ​ສີສັນ​ອັນ​ງົດ​ງາມ ດ້ວຍ​ແສງ​ສີ ແລະ ຄົບງັນ​ຕາມປະເພນີ​ທີ່​ເຄີຍ​ປະຕິບັດ​ກັນ​ມາ ​ຈົນເຖິງ​ເວລາ 23:00 ໂມງ​ກາງ

ຄືນ ຈາກ​ນັ້ນ ບຸນ​ກໍ່​ໄດ້​ປິດ​ລົງ​ດ້ວຍຜົນສຳເລັດ​ອັນ​ຈົບງາມ ສ້າງຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ຜູ້​ທີ່​ມາທ່ຽວ​ຊົມ.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...