spot_img
Homeຂ່າວພາຍ​ໃນຂ່າວດີ! ສັກວັກຊີນຄົບ ເດີນທາງເຂົ້າ ສປປ ລາວ ຈະບໍ່ມີການກວດໂຄວິດ-19 ອີກຕໍ່ໄປ

ຂ່າວດີ! ສັກວັກຊີນຄົບ ເດີນທາງເຂົ້າ ສປປ ລາວ ຈະບໍ່ມີການກວດໂຄວິດ-19 ອີກຕໍ່ໄປ

Published on

ມາດຕະການເຂົ້າ-ອອກ ສປປ ລາວ ແລະ ມາດຕະການຜ່ອນຜັນພາຍໃນປະເທດ ໃນໄລຍະມີການລະບາດຂອງພະຍາດໂຄວິດ-19.

ຕາມການຖະແຫຼງຂ່າວ ໃນວັນທີ 7 ພຶດສະພາ 2022 ໂດຍທ່ານ ທ່ານ ນ. ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຜູ້ປະຕິບັດໜ້າທີ່ໂຄສົກລັດຖະບານ ໃຫ້ຮູ້ວ່າ: ເນື່ອງຈາກການລະບາດຂອງພະຍາດໂຄວິດ-19 ແລະ ອັດຕາການຕາຍ ຢູ່ປະເທດເຮົາ ໄດ້ຫຼຸດໜ້ອຍຖອຍລົງ ແລະ ອີງຕາມຄວາມຮຽກຮ້ອງຕ້ອງການຕົວຈິງ ເພື່ອຟື້ນຟູເສດຖະກິດ ໃນໄລຍະການລະບາດຂອງພະຍາດດັ່ງກ່າວ, ຄະນະສະເພາະກິດ ຈຶ່ງໄດ້ປະສານສົມທົບກັບພາກສ່ວນກ່ຽວຂ້ອງຄົ້ນຄວ້າ ມາດຕະການໃນການເຂົ້າ-ອອກ ສປປ ລາວ ໃນໄລຍະໃໝ່ ໃຫ້ສອດຄ່ອງກັບສະພາບຕົວຈິງ ໂດຍໄດ້ສົມທຽບກັບບົດຮຽນຕົວຈິງຢູ່ບັນດາປະເທດອ້ອມຂ້າງ ເຊັ່ນ: ສສ ຫວຽດ ນາມ, ຣາຊະອານາຈັກກຳປູເຈຍ ແລະ ຣາຊະອານາຈັກໄທ. ຫຼັງຈາກນັ້ນ ກໍ່ໄດ້ນຳເອົາຮ່າງມາດຕະການດັ່ງກ່າວ ທາບທາມ ເພື່ອຮັບປະກັນຄວາມກຽມພ້ອມຮອບດ້ານ ແລະ ການມີສ່ວນຮ່ວມ ຂອງທົ່ວສັງຄົມ ຢ່າງກວ້າງຂວາງ. ໂດຍອີງໃສ່ຜົນການທາບທາມ, ຄະນະສະເພາະກິດ ຈຶ່ງໄດ້ຄົ້ນຄວ້າປັບປຸງບັນດາມາດຕະການຕື່ມ ແລະ ໄດ້ລາຍງານສະເໜີລັດຖະບານພິຈາລະນາ. ມາຮອດມື້ນີ້, ລັດຖະບານ ໄດ້ກຳນົດມາດຕະການສຳລັບການເຂົ້າອອກປະເທດ, ເຊິ່ງຂ້າພະເຈົ້າ ຈະຂໍອະນຸຍາດອ່ານລາຍລະອຽດຂອງແຈ້ງການ ໃຫ້ບັນດາທ່ານຊາບ ດັ່ງນີ້:

 

  1. ເຫັນດີຜ່ອນຜັນມາດຕະການເຂົ້າ-ອອກ ສປປ ລາວ ຄື:
  • ເປີດດ່ານສາກົນທຸກດ່ານ ສຳລັບການເຂົ້າ-ອອກ ຂອງພົນລະເມືອງລາວ, ຄົນຕ່າງງດ້າວ, ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດ.
  • ໃຫ້ພົນລະເມືອງຂອງບັນດາປະເທດທີ່ມີສັນຍາຍົກເວັ້ນວີຊາ ກັບ ສປປ ລາວ ແບບສອງຝ່າຍ ຫຼື ຝ່າຍດຽວ ສາມາດເດີນທາງເຂົ້າ ສປປ ລາວ ໂດຍບໍ່ຈຳເປັນຕ້ອງຂໍວີຊາ.
  • ສໍາລັບພົນລະເມືອງ ຂອງບັນດາປະເທດ ທີ່ບໍ່ມີສັນຍາຍົກເວັ້ນວີຊາ ກັບ ສປປ ລາວ ແມ່ນ ສາມາດຂໍວີຊາຈາກສະຖານທູດ, ສະຖານກົງສູນ ແຫ່ງ ສປປ ລາວ ທີ່ປະຈຳຢູ່ຕ່າງປະເທດ ຫຼື ຜ່ານລະບົບ E-VISA ຫຼື ຂໍ ວີຊາກັບດ່ານ ຢູ່ດ່ານສາກົນ ທີ່ມີໜ່ວຍງານວີຊາກັບດ່ານ.
  • ພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດ ອາຍຸແຕ່ 12 ປີ ຂຶ້ນໄປ ທີ່ບໍ່ທັນມີໃບຢັ້ງຢືນສັກວັກຊີນຄົບໂດສ ໃຫ້ມີຜົນກວດດ້ວຍເຄື່ອງກວດແບບໄວ (ATK) ພາຍໃນ 48 ຊົ່ວໂມງ ກ່ອນອອກຈາກປະເທດຕົ້ນທາງ. ເມື່ອເດີນທາງມາຮອດ ສປປ ລາວ ແລ້ວ ແມ່ນ ຈະບໍ່ມີການກວດຕົວຢ່າງ ຢູ່ສະໜາມບິນ ຫຼື ຢູ່ດ່ານຊາຍແດນສາກົນ ທາງບົກ ຫຼື ທາງເຮືອ. ສ່ວນຜູ້ທີ່ມີໃບຢັ້ງຢືນການສັກວັກຊີນຄົບໂດສແລ້ວ ແມ່ນສາມາດເດີນທາງເຂົ້າມາ ສປປ ລາວ ໄດ້ປົກກະຕິ ໂດຍບໍ່ມີການກວດຫາເຊື້ອໂຄວິດ-19 ອີກ ທັງຈາກປະເທດຕົ້ນທາງ ແລະ ເມື່ອເດີນທາງມາຮອດ ສປປ ລາວ.
  • ສໍາລັບຄົນຕ່າງປະເທດ ທີ່ເດີນທາງເຂົ້າມາ ສປປ ລາວ ກໍລະນີມີການຕິດເຊື້ອພະຍາດໂຄວິດ-19 ແມ່ນຕ້ອງຮັບຜິດຊອບຄ່າໃຊ້ຈ່າຍໃນການປິ່ນປົວດ້ວຍຕົນເອງ.

2.ເຫັນດີດ້ານຫຼັກການ ໃຫ້ສາມາດນຳໃຊ້ພາຫະນະປະເພດຕ່າງໆ ເຂົ້າ-ອອກ ສປປ ລາວ ຄືກັນກັບໄລຍະກ່ອນການລະບາດຂອງພະຍາດໂຄວິດ-19. ມອບໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງ ອອກຄຳແນະນຳກ່ຽວກັບການນຳໃຊ້ພາຫະນະສ່ວນຕົວ, ໂດຍສານ ແລະ ທ່ອງທ່ຽວ ເຂົ້າ-ອອກ ສປປ ລາວ ໃຫ້ສອດຄ່ອງກັບສັນຍາສອງຝ່າຍ ແລະ ຫຼາຍຝ່າຍທີ່ ສປປ ລາວ ເປັນພາຄີ.

3.ໃຫ້ບັນດາກະຊວງ, ອົງການທຽບເທົ່າ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນ ຕະຫຼອດຮອດຜູ້ປະກອບການທຸລະກິດ ກະກຽມຄວາມພ້ອມທຸກດ້ານ ໃນການບໍລິການຕ້ອນຮັບນັກທ່ອງທ່ຽວ ໂດຍສະເພາະ ການປັບປຸງສະຖານທີ່ທ່ອງທ່ຽວ, ໂຮງແຮມ, ຮ້ານອາຫານ, ການບໍລິການຂົນສົ່ງ ແລະ ອື່ນໆ ທີ່ຕິດພັນໃຫ້ໄດ້ມາດຕະຖານ ແລະ ມີຄຸນນະພາບດີກວ່າເກົ່າ ໂດຍໃຫ້ຖືວ່າວຽກງານທ່ອງທ່ຽວ ແມ່ນຄວາມຮັບຜິດຊອບລວມຂອງສັງຄົມ ເພື່ອເປັນການກະຕຸກຊຸກຍູ້ຟື້ນຟູເສດຖະກິດ ທີ່ກຳລັງພົບຄວາມຫຍຸ້ງຍາກຍ້ອນມີການລະບາດຂອງພະຍາດ ໂຄວິດ-19.

4.ມອບໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ສົມທົບກັບຂະແໜງສາທາລະນະສຸກ ສືບຕໍ່ຕິດຕາມເຝົ້າລະວັງ ສາຍພັນໃໝ່ ເພື່ອຮັບປະກັນ ໃຫ້ແກ່ການປ້ອງກັນ, ຄວບຄຸມ, ກວດວິເຄາະ ແລະ ປິ່ນປົວ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ພ້ອມທັງ ສຸມໃສ່ການຈັດຕັ້ງການສັກວັກຊີນ ໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້.

5.ນອກຈາກນີ້ ຍັງໄດ້ມີມາດຕະການຜ່ອນຜັນພາຍໃນປະເທດ ໂດຍເຫັນດີໃຫ້ເປີດຮ້ານບັນເທີງ ແລະ ຄາລາໂອເກະ, ແຕ່ໃຫ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນໂຄວິດ-19 ຢ່າງເຂັ້ມງວດ.

ມາດຕະການທີ່ໄດ້ກ່າວມາທັງໝົດນັ້ນ ມີຜົນສັກສິດ ນັບແຕ່ວັນທີ 9 ພຶດສະພາ 2022 ເປັນຕົ້ນໄປ, ພ້ອມຍັງຈະສືບຕໍ່ປະເມີນສະພາບການ, ທົບທວນ ແລະ ດັດປັບມາດຕະການ ໃຫ້ເໝາະສົມກັບສະພາບຕົວຈິງຕື່ມ, ກໍລະນີມີການປ່ຽນແປງ ລັດຖະບານ ຈະແຈ້ງໃຫ້ຊາບເປັນແຕ່ລະໄລຍະ.

.

.

ບົດຄວາມຫຼ້າສຸດ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບ ປະທານປະເທດ ແຫ່ງ ສສ ຫວຽດນາມ

ນາຍົກລັດຖະມົນຕີ ພົບປະກັບ ປະທານປະເທດ ແຫ່ງ ສສ ຫວຽດນາມ ໃນຕອນບ່າຍວັນທີ 25 ເມສາ 2025 ຢູ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ...

ຂ່າວດີ! ສປປ ລາວ ຫາລືກຽມອອກຈາກສະຖານະພາບ ປະເທດດ້ອຍພັດທະນາ ໃນປີ 2026

ຂ່າວດີໃນປີໜ້າ! ສປປ ລາວ ຫາລືກຽມອອກຈາກສະຖານະພາບ ປະເທດດ້ອຍພັດທະນາ ກະຊວງການຕ່າງປະເທດ ຈັດກອງປະຊຸມຄະນະຊີ້ນໍາລະດັບຊາດ ເພື່ອຈັດຕັ້ງປະຕິບັດແຜນດໍາເນີນງານຂອງ ສປຊ ສໍາລັບປະເທດດ້ອຍພັດທະນາ ໃນວັນທີ 24 ເມສາ 2025 ໂດຍການເປັນປະທານຂອງ...

ປະທານປະເທດ ລາວ ແລະ ຫວຽດນາມ ຮ່ວມເປັນສັກຂີພິຍານ ໃນພິທີລົງນາມເອກະສານສຳຄັນ ຈໍານວນ 03 ສະບັບ

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນແບບພິເສດ ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ...

ສົມເດັດພະເທບ ຢ້ຽມຢາມໂຮງຮຽນວັດທະນະທໍາປ້ອງກັນຄວາມສະຫງົບ ທີ່ແຂວງວຽງຈັນ.

ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງຣາຊະອານາຈັກໄທ ຢ້ຽມຢາມໂຮງຮຽນວັດທະນະທໍາ ປກສ ຕອນບ່າຍວັນທີ 23 ເມສາ 2025 , ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ...