Homeຂ່າວພາຍ​ໃນນາຍົກລັດຖະມົນຕີ ໄດ້ມີການເຈລະຈາຊື້ນ້ຳມັນເຊື້ອໄຟລາຄາຍ່ອມເຍົາຈາກປະເທດຣັດເຊຍ

ນາຍົກລັດຖະມົນຕີ ໄດ້ມີການເຈລະຈາຊື້ນ້ຳມັນເຊື້ອໄຟລາຄາຍ່ອມເຍົາຈາກປະເທດຣັດເຊຍ

Published on

ແຈ້ງການຈາກຫ້ອງວ່າສຳນັກງານນາຍົກລັດຖະມົນຕີ ໄດ້ມີການເຈລະຈາຊື້ນ້ຳມັນເຊື້ອໄຟລາຄາຍ່ອມເຍົາຈາກປະເທດຣັດເຊຍ ເພື່ອຫຼຸດຕົ້ນທຶນການນຳເຂົ້ານ້ຳມັນເຊື້ອໄຟ.

ທ່ານນາຍົກລົກຖະມົນຕີ ໄດ້ແຈ້ງການຊີ້ນຳ ເຫັນດີກຕາມການສະເໜີຂອງກະຊວງການເງິນຄື:

  1. ໃຫ້ກະຊວງອຸດສາຫະກຳ ແລະ ການຄ້າ ເປັນໃຈກາງສົມທົບກັບກະຊວງການເງິນ ແລະ ພາກສ່ວນກ່ຽວຂ້ອງ ຄົ້ນຄວ້າກົນໄກການນຳເຂົ້າເຊື້ອໄຟ ຜ່ານບໍລິສັດໃດໜຶ່ງໃນການເຈລະຈາຕໍ່ລອງຊື້ນ້ຳມັນ, ໃຫ້ສາມາດລວມສູນໃນການນຳເຂົ້າ ແລະ ແຈກຢາຍນ້ຳມັນເຊື້ອໄຟເຊັ່ນ: ໃຫ້ລັດວິສະຫະກິດນ້ຳມັນເຊື້ອໄຟ ຮ່ວມກັບບໍລິສັດ ນ້ຳມັນເຊື້ອໄຟເອກະຊົນຈຳນວນໜຶ່ງ ຕັ້ງເປັນບໍລິສັດນ້ຳມັນເຊື້ອໄຟແຫ່ງຊາດ ເພື່ອນຳເຂົ້າ ແລະ ແຈກຢາຍນ້ຳມັນເຊື້ອໄຟ ໃຫ້ມີຄວາມຄ່ອງຕົວ, ກວດກາ ແລະ ສະດວກໃນການຕິດຕາມການເກັບລາຍຮັບ, ພ້ອມທັງເຈລະຈາຊື້ນ້ຳມັນເຊື້ອໄຟ ລາຄາຍ່ອມເຍົາຈາກປະເທດຣັດເຊຍ ເພື່ອຫຼຸດຕົ້ນທຶນການນຳເຂົ້ານ້ຳມັນເຊື້ອໄຟ.
  2. ໃຫ້ກະຊວງການເງິນ ສົມທົບກັບທະນາຄານແຫ່ງ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ຄົ້ນຄວ້າກົນໄກການຄຸ້ມຄອງອັດຕາແລກປ່ຽນເງິນຕາຕ່າງປະເທດ ແລະ ສະໜອງເງິນຕາຕ່າງປະເທດໃຫ້ພຽງພໍ ເພື່ອຮັບປະກັນ ໃຫ້ມີນ້ຳມັນເຊື້ອໄຟພຽງພໍກັບຄວາມຕ້ອງການ ແລ້ວລາຍງານທ່ານນາຍົກລັດຖະມົນຕີ ມີທິດຊີ້ນຳໃນເວລາອັນຄວນ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...