Homeຂ່າວຕ່າງປະເທດຊາວກະສິກຳຮັບຜົນເສຍຫາຍຢ່າງໜັກ ເນື່ອງຈາກມາດຕະການກວດໂຄວິດທີ່ເຂັ້ມງວດໃນຈີນ

ຊາວກະສິກຳຮັບຜົນເສຍຫາຍຢ່າງໜັກ ເນື່ອງຈາກມາດຕະການກວດໂຄວິດທີ່ເຂັ້ມງວດໃນຈີນ

Published on

ຊາວກະຊິກຳໃນໄທໄດ້ຮັບຜົນກະທົບ ຈາກນະໂຍບາຍປອດໂຄວິດຂອງຈີນ, ເຮັດໃຫ້ຍອດຂາຍຕົກ ເນື່ອງຈາກມີການກວດສອບທີ່ເຂັ້ມງວດຂຶ້ນ.

ຈີນໄດ້ລັອກດາວເມືອງໃຫຍ່ຢ່າງຕໍ່ເນື່ອງເນື່ອງຈາກຜົນກະທົບທີ່ອາດຈະເພິ່ມຂຶ້ນ.

ໃນວັນທີ 26 ເມສາ ຈີນປິດດ່ານ ໂມຫານ (Mohan) ໃນມົນທົນຢຸນນານ (Yunnan) ຊາຍແດນຕິດກັບລາວ, ຫຼັງຈາກທີ່ໄດ້ພົບໄວຣັສໃນບັນຈຸພັນທຸລຽນຂອງໄທ ເຊິ່ງເປັນເທື່ອທີ 2 ໃນເດືອນເມສາ ທີ່ຈີນໄດ້ປະກາດປິດຊາຍແດນ ຫຼັງຈາກພົບໄວຣັສໃນບັນຈຸພັນທຸລຽນຂອງໄທ. ສົ່ງຜົນໃຫ້ທຸລຽນທີ່ບໍ່ສາມາດສົ່ງໄປຈີນໄດ້ນັ້ນເນົ່າ ແລະ ເຮັດໃຫ້ຜູ້ທີ່ປູກທຸລຽນຂາດທຶນມາຫາສານ.

ສົມຊາຍ ຊຸມນວນ ຜູ້ປູກທຸລຽນ ໄດ້ກ່າວວ່າ: “ຊາວກະສິກຳຕ້ອງການຄວາມຊ່ວຍເຫຼືອຢ່າງຮີບດ່ວນຈາກລັດຖະບານ, ເນື່ອງຈາກບໍ່ສາມາດຂາຍທຸລຽນອອກໄດ້”.

ໃນປີນີ້ຈີນມີການກວດສອບຢ່າງເຂັ້ມງວດ ເຮັດໃຫ້ໄທບໍ່ສາມາດສົ່ງຜົນຜະລິດໄປຈີນໄດ້ ເຮັດໃຫ້ລາຄາທຸລຽນຕ່ຳລົງ ແລະ ຈະຍັງຄົງຕ່ຳລົງອີກ.

ແຫຼ່ງຂ່າວຈາກ ນິກເຄອິ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...