Homeຂ່າວຕ່າງປະເທດພົບຜູ້ລອດຊີວິດ ຫຼັງຈາກທີ່ຕິດໃນເສດຕຶກຖະລົ່ມເຖິງ 6 ມື້

ພົບຜູ້ລອດຊີວິດ ຫຼັງຈາກທີ່ຕິດໃນເສດຕຶກຖະລົ່ມເຖິງ 6 ມື້

Published on

ຫຼັງຈາກຕຶກຖະລົ່ມ ທີ່ເມືອງສັງຊາ ປະເທດຈີນ ໄດ້ພົບຜູ້ເສຍຊີວິດເພິ່ມຂຶ້ນເປັນ 26 ຄົນ ແລະ ກູ້ໄພສາມາດຊ່ວຍຜູ້ຍິງຄົນໜຶ່ງ ທີ່ຕິດຢູ່ພາຍໃນເສດຕຶກຖະລົ່ມດົນເຖິງ 6 ມື້.

ໃນອາທິດທີ່ຜ່ານມານີ້, ທາງຈີນໄດ້ພົບຜູ້ເສຍຊີວິດໃນເຫດຕຶກອາຄານສູງ 6 ຊັ້ນ ພັງຖະລົ່ມທີ່ ເມືອງສັງຊາ, ໃນວັນພະຫັດ ທີ 5 ນີ້ໄດ້ພົບຜູ້ເສຍຊີວິດເພິ່ມຂຶ້ນ ແລະ ໃນຊ່ວງເຊົ້າມືດຂອງວັນທີ 5 ພຶດສະພາ ກໍໄດ້ພົບຜູ້ຍິງຄົນໜຶ່ງທີ່ຕິດຢູ່ໃນເສດຕຶກຖະລົ່ມທີ່ດົນເຖິງ 132 ຊົ່ວໂມງ ຫຼື ເກືອບ 6 ມື້.

ຜູ້ຍິງທີ່ລອດຊີວິດນີ້ ຖືກຊ່ວຍອອກມາໄດ້ໃນເວລາກາງຄືນວັນພຸດ, ໂດຍລາວຍັງມີສະຕິຢູ່ໃນຂະນະທີ່ເຈົ້າໜ້າທີ່ໄດ້ຂຸດຫາ ແລະ ຫາວິທີນຳຕົວລາວອອກມາ.

ຕອນນີ້ ເຈົ້າໜ້າທີ່ທີ່ສືບສວນຂອງຈີນ ໄດ້ຈັບຕົວຜູ້ທີ່ຕ້ອງຮັບຜິດຊອບໃນເຫດການຄັ້ງນີ້ແລ້ວຢ່າງໜ້ອຍ 9 ຄົນ ລວມເຖິງເຈົ້າຂອງອາຄານ ແລະ ອີກ 3 ຄົນ ທີ່ຮັບຜິດຊອບໃນເລື່ອງການກໍ່ສ້າງອາຄານ, ນອກຈາກນີ້ຍັງມີຄົນຖືກຈັບອີກ 5 ຄົນໃນສະຖານຂຽນລາຍງານຂໍ້ເທັດຈິງເລື່ອງຄວາມປອດໄພໃນອາຄານນີ້.

ແຫຼ່ງຂ່າວຈາກ ຊີບີເອສ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...