Homeຂ່າວຕ່າງປະເທດອັບຟການິສະຖານ ຜະເຊີນໄພນ້ຳຖ້ວມ ເສຍຊີວິດແລ້ວ 22 ຄົນ

ອັບຟການິສະຖານ ຜະເຊີນໄພນ້ຳຖ້ວມ ເສຍຊີວິດແລ້ວ 22 ຄົນ

Published on

ໃນວັນທີ 5 ພຶດສະພາ, ກາບູນໄດ້ເກີດເຫດຝົນຕົກໜັກ ແລະ ນ້ຳຖ້ວມຄັ້ງໃຫຍ່ໃນ 12 ແຂວງ ເຮັດໃຫ້ມີຜູ້ເສຍຊີວິດ 22 ຄົນ ແລະ ບາດເຈັບ 40 ຄົນ ໂດຍສະເພາະແມ່ນຢູ່ພາກຕາເວັນຕົກແຂວງແບດກິສ (Badgis) ແລະ ຟາຢັບ (Farjab) ແລະ ແຂວງແບກລັນ (Baghlan) ຢູ່ທາງພາກເໜືອຂອງປະເທດ.

ເຈົ້າໜ້າທີ່ຂອງຕະລີບັນໄດ້ກ່າວວ່າ: ກຳລັງຫາທາງເພື່ອຮັບມືກັບໄພພິບັດທີ່ສົ່ງຜົນກະທົບຫຼາຍກວ່າ 3 ແຂວງ ແລະ ຈະຕິດຕໍ່ຂໍຄວາມຊ່ວຍເຫຼືອຈາກອົງກອນຊ່ວຍເຫຼືອສາກົນ.

ນອກຈາກນີ້ຍັງມີເຮືອນ 500 ຫຼັງທີ່ຖືກທຳລາຍ, ມີ 2.500 ຫຼັງ ທີ່ໄດ້ຮັບຜົນກະທົບເສຍຫາຍ, ມີສັດລ້ຽງຕາຍ 300 ໂຕ ແລະ ຜົນຜະລິດກະສິກຳເສຍຫາຍກວ່າ  3.000 ເຮັກຕາ.

ຂະນະນີ້ ຄະນະກຳມະການກາແດງສາກົນ ພວມເລັ່ງໃຫ້ການຊ່ວຍເຫຼືອ ຜູ້ເຄາະຮ້າຍຈາກໄພພິບັດໃນຄັ້ງນີ້.

ແຫຼ່ງຂ່າວຈາກ ນິວຢອກໂພດສ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...