Homeຂ່າວຕ່າງປະເທດເຮືອບິນອິນເດຍ ຕົກຂຸມອາກາດເຮັດໃຫ້ຜູ້ໂດຍສານໄດ້ຮັບບາດເຈັບຫຼາຍຄົນ

ເຮືອບິນອິນເດຍ ຕົກຂຸມອາກາດເຮັດໃຫ້ຜູ້ໂດຍສານໄດ້ຮັບບາດເຈັບຫຼາຍຄົນ

Published on

ໃນວັນທີ 3 ພຶດສະພາທີ່ຜ່ານມາ ບີບີຊີ ລາຍງານວ່າ: ເຮືອບິນອິນເດຍ ສາຍການບິນສະໄປເຈັດ (SpiceJet) ພ້ອມຜູ້ໂດຍສານທັງໝົດ 200 ຄົນ ເຊິ່ງກຳລັງເດີນທາງຈາກນະຄອນມຸມໄບ ຫາ ເມືອງທຸຣປຸຣະ ລັດເບັງກໍຕາເວັນຕົກ ຕົກຂຸມອາກາດຫຼາຍຄັ້ງ ກ່ອນລົງຈອດໃນຕອນແລງວັນອາທິດທີ 1 ພຶດສະພາ ນີ້ ເຮັດໃຫ້ຜູ້ໂດຍສານໄດ້ຮັບບາດເຈັບຢ່າງໜ້ອຍ 17 ຄົນ.

ໃນຂະນະທີ່ເຮືອບິນອອກເດີນທາງຈາກມຸມໄບເວລາ 17:53 ນາທີ ເຮືອບິນບໍ່ມີຜິດປົກກະຕິລະຫວ່າງທ່ຽວບິນ ຈົນເຖິງເວລາກ່ອນທີ່ຈະລົງຈອດຕາມກຳນົດ 35 ນາທີ ເຮືອບິນໄດ້ມີການຕົກຂຸມອາກາດເລັກໜ້ອຍ, ຈົນເຖິງ 15 – 17 ນາທີຕໍ່ມາ ເຮືອບິນໄດ້ເດັ້ງຂື້ນ-ລົງ ແລະ ອອກທາງດ້ານຂ້າງຢ່າງຮຸນແຮງ ຈົນເຮັດໃຫ້ເຮືອບິນໂບອິງ 737 ມີສະພາບຄືກັບ ໝາກບານຢາງ.

ໃນບັນດາຜູ້ໂດຍສານທີ່ບໍ່ໄດ້ໃສ່ສາຍນິລະໄພ ໄດ້ເດັ້ງຂື້ນ ແລ້ວຕົກຈາກບ່ອນນັ່ງ ແລະ ໄດ້ມີກະເປົາຜູ້ໂດຍສານທີ່ເກັບໄວ້ດ້ານເທິງຕົກລົງມາ ໃສ່ຜູ້ໂດຍສານບາງສ່ວນໄດ້ຮັບບາດເຈັບຮຸນແຮງ.

ເມື່ອເຮືອບິນລົງຈອດໃນເວລາ 19:15 ນາທີ ຕ້ອງໃຊ້ເວລາ 1 ຊົ່ວໂມງທີ່ລົດໂຮງໝໍຈະມາຮອດເພື່ອຊ່ວຍຜູ້ໂດຍສານທີ່ໄດ້ຮັບບາດເຈັບ ແລ້ວນຳໄປຮັກສາທີ່ໂຮງໝໍ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...