Homeຂ່າວຕ່າງປະເທດສາທາລະນະສຸກຫວຽດນາມແຈ້ງຢຸດການກວດກາໂຄວິດ

ສາທາລະນະສຸກຫວຽດນາມແຈ້ງຢຸດການກວດກາໂຄວິດ

Published on

ກະຊວງສາທາລະນະສຸກ ຫວຽດນາມ ໄດ້ອອກແຈ້ງການ ການຢຸດຕິການກວດກາໂຄວິດຢູ່ດ່ານກ່ອນເຂົ້າປະເທດ ຢູ່ທຸກດ່ານຊາຍແດນຂອງປະເທດຫວຽດນາມສໍາລັບຄົນເຂົ້າປະເທດ ເລີ້ມແຕ່ 00 ໂມງ 00 ນາທີ ຂອງວັນທີ 27/4/2022.

ອີງຕາມແຈ້ງການ ກະຊວງສາທາລະນະສຸກ ຫວຽດນາມ ກ່ຽວກັບການຢຸດຕິການກວດກາໂຄວິດຢູ່ດ່ານກ່ອນເຂົ້າປະເທດ, ເລກທີ 2118/BYT-DP, ລົງວັນທີ 26 ເມສາ 2022. ໃນປະຈຸບັນ ປະເທດຫວຽດນາມແມ່ນສາມາດຄວບຄຸມເຊື້ອພະຍາດໂຄວິດ-19 ໃນຂອບເຂດທົ່ວປະເທດ ເຊິ່ງອັດຕາການສັກວັກຊິນຕ້ານເຊື້ອໂຄວິດ-19 ແມ່ນສູງ.
ອີງຕາມສະຖານະການເຊື້ອພະຍາດໂຄວິດ-19 ແລະ ດໍາລັດ ເລກທີ 82/2018/ND-CP, ລົງວັນທີ 25/6/2018 ຂອງລັດຖະບານ. ກະຊວງສາທາລະນະສຸກ ໄດ້ສະເໜີຄະນະປະຈໍາພັກແຂວງ, ນະຄອນ ຊີ້ນໍາບັນດາຂະແໜງການກ່ຽວຂ້ອງຈັດຕັ້ງປະຕິບັດບັນດາເນື້ອໃນດັ່ງລຸ່ມນີ້:
1. ຢຸດມາດຕະການຮຽກຮ້ອງກວດກາໃບແຈ້ງກວດເຊື້ອພະຍາດໂຄວິດ-19 ຢູ່ທຸກດ່ານຊາຍແດນຂອງປະເທດຫວຽດນາມ ສໍາລັບຄົນເຂົ້າປະເທດ ເລີ້ມແຕ່ 00 ໂມງ 00 ນາທີ ຂອງວັນທີ 27/4/2022.
2. ເພີ່ມທະວິການສະໜອງຂໍ້ມູນຂ່າວສານຜ່ານທາງສື່ຕ່າງໆ, ຫ້ອງແນະນໍາ ແລະ ຕັກເຕືອນ, ຕ້ານເຊື້ອພະຍາດໂຄວິດ-19 ໃຫ້ເໝາະສົມກັບສະຖານະການປະຈຸບັນ ແລະ ຕື່ນຕົວສະໜອງ ແລະ ອັດເດດຂໍ້ມູນໃຫ້ທັນການ.
3. ກະຊວງສາທາລະນະສຸກສື່ບຕໍ່ຕິດຕາມສະຖານະການ, ສະໜອງຂໍ້ມູນກ່ຽວກັບສະຖານະການເຊື້ອພະຍາດໂຄວິດ-19 ໃນຂອບເຂດທົ່ວໂລກ ແລະ ພາຍໃນປະເທດ ເພື່ອຫາມາດຕະການ ແລະ ວິທີການຕ້ານການລະບາດເຊື້ອພະຍາດທີ່ເໝາະສົມ.

ແຫຼ່ງທີ່ມາ: TARGET Magazine

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...