spot_img
Homeຂ່າວພາຍ​ໃນປະທານປະເທດ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈໍາຕ່າງປະເທດ

ປະທານປະເທດ ມອບສານຕາຕັ້ງໃຫ້ທູດລາວ ໄປປະຈໍາຕ່າງປະເທດ

Published on

ໃນວັນທີ 28 ເມສາ 2022 ຢູ່ຫໍປະຊຸມສະພາແຫ່ງຊາດ ນະຄອນຫລວງວຽງຈັນໄດ້ມີພິທີມອບສານຕາຕັ້ງ ໂດຍ ທ່ານ ທອງລຸນ ສີສຸລິດ ປະທານປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃຫ້ແກ່ບັນດາທ່ານເອກອັກຄະລັດຖະທູດແຕ່ງຕັ້ງແຫ່ງ ສປປ ລາວ ໄປປະຈໍາຢູ່ຕ່າງປະເທດ ດັ່ງນີ້:

ທ່ານ ຄໍາພັນ ອັ່ນລາວັນ ເອກອັກຄະລັດຖະທູດແຕ່ງຕັ້ງແຫ່ງ ສປປ ລາວ ປະຈໍາຣາຊະອານາຈັກໄທ, ທ່ານ ສີສະຫວາດ ອິນພະຈັນ ເອກອັກຄະລັດຖະທູດແຕ່ງຕັ້ງແຫ່ງ ສປປ ລາວ ປະຈໍາສະຫະລັດອາເມລິ ກາ, ທ່ານ ບຸນ ອິນທະບັນດິດ ເອກອັກຄະລັດຖະທູດແຕ່ງຕັ້ງແຫ່ງ ສປປ ລາວ ປະຈໍາລັດກູເວດ ແລະ ທ່ານ ວັນທາ ແສງເມືອງ ເອກອັກຄະລັດຖະທູດແຕ່ງຕັ້ງແຫ່ງ ສປປ ລາວ ປະຈໍາ ສ.ກູ ບາ.

ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາທ່ານເອກອັກຄະລັດຖະທູດ ທີ່ຈະໄປປະຕິບັດໜ້າທີ່ການທູດຢູ່ຕ່າງປະເທດ ຈົ່ງສືບຕໍ່ປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນການທູດທີ່ມີມາແຕ່ດົນນານ ລະຫວ່າງ ສປປ ລາວ ກັບບັນດາປະເທດ ເພື່ອນມິດໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...