Homeຂ່າວຕ່າງປະເທດຈີນ-ປາກິດສະຖານໄດ້ຮ່ວມມືກັນຄັບໄລ່ຜູ້ກໍ່ການຮ້າຍ

ຈີນ-ປາກິດສະຖານໄດ້ຮ່ວມມືກັນຄັບໄລ່ຜູ້ກໍ່ການຮ້າຍ

Published on

ໂຄສົກກະຊວງການຕ່າງປະເທດຂອງຈີນໄດ້ກ່າວເຖິງການໂຈມຕີຂອງກຸ່ມຜູ້ກໍ່ການຮ້າຍໃນເມືອງກາລາຈີປະເທດປະກິດສະຖານຂອງວັນອັງຄານວ່າໂຫດຮ້າຍເປັນຢ່າງຍິ່ງ, ເຊິ່ງຈີນໄດ້ຮ່ວມມືກັບປາກິດສະຖານເພື່ອຈະນຳໂຕຜູ້ກໍ່ການຮ້າຍມາເຂົ້າສູ່ຂະບວນການຍຸດຕິທຳ ແລະ ໃຫ້ພວກເຂົາໄດ້ຮັບໂທດຢ່າງໜັກ.

ທ່ານ ຫວັງ ເຫວິນປິງ ໂຄສົກກະຊວງການຕ່າງປະເທດຂອງຈີນໄດ້ກ່າວໃນວັນພຸດໂດຍບັນລະຍາຍການສະຫຼຸບຂ່າວກ່ຽວກັບການໂຈມຕີຂອງຜູ້ກໍ່ການຮ້າຍເທິງລົດຕູ້ຂອງສະຖາບັນຂົງຈື້ ທີ່ມະຫາໄລກາລາຈີ ນີ້ວ່າ: ເຮົາຂໍສະແດງຄວາມເສຍໃຈຢ່າງສຸດຊື້ງຕໍ່ຜູ້ເຄາະຮ້າຍຂອງທັງສອງປະເທດ ແລະ ຂໍສະແດງຄວາມເສຍໃຈຕໍ່ກັບຜູ້ບາດເຈັບ ແລະ ຄອບຄົວຜູ້ເສຍຊີວິດ ຕໍ່ເຫດການທີ່ເກີດຂື້ນເຊິ່ງເປັນການໂຈມຕີຂອງຜູ້ກໍ່ການຮ້າຍທີ່ຕັ້ງໃຈຈະຂ້າໂຕຕາຍໂດຍມີການໄຕ່ຕອງໄວ້ລ່ວງໜ້າ ໂດຍຈະໂຈມຕີພົນລະເມືອງຂອງຈີນ.

ຜູ້ກໍ່ການຮ້າຍໄດ້ມຸງເປົ້າໄປທີ່ຄູ-ອາຈານ, ຜູ້ສືບທອດອາຍະການມະນຸດ ແລະ ຜູ້ສົ່ງເສີມການແລກປ່ຽນທາງວັດທະນະທຳ ເຊິ່ງເຮັດໃຫ້ການໂຈມຕີໃນຄັ້ງນີ້ເປັນການກະທຳທີ່ໂຫດຮ້າຍ. ທ່ານ ຫວັງ ໄດ້ກ່າວເພິ່ມວ່າ ປະຊາຊົນຈີນໄດ້ກ່າວປະນາມຢ່າງຮຸນແຮງຕໍ່ການກະທຳດັ່ງກ່າວ.

ຫຼ້າສຸດ ເຈົ້າໜ້າທີ່ກະຊວງການຕ່າງປະເທດຂອງຈີນ ແລະ ຄະນະທູດຂອງປາກິດສະຖານໄດ້ຮຽກຮ້ອງໃຫ້ຝ່າຍປາກິດສະຖານດຳເນີນການຢ່າງດີທີ່ສຸດເພື່ອຮັກສາຜູ້ບາດເຈັບ, ຈັດການຕິດຕາມຜູ້ທີ່ເສຍຊີວິດ ດຳເນີນການກວດສອບການໂຈມຕີໂດຍທັນທີ, ເພື່ອຈັບກຸມຜູ້ກະທຳຄວາມຜິດ ແລະ ລົງໂທດພວກເຂົາຢ່າງໜັກຕາມລະບຽບກົດໝາຍ.

ໃນຄະນະດຽວກັນນັ້ນ, ຄວນມີມາດຕະການຢ່າງເຂັ້ມງວດເພື່ອຮອງຮັບຄວາມປອດໄພຂອງພົນລະເມືອງຈີນ ແລະ ສະຖາບັນໃນປາກິດສະຖານ ເພື່ອບໍ່ໃຫ້ເກີດເຫດການດັ່ງກ່າວຂື້ນອີກ”

ທ່ານ ຫວັງ ໄດ້ກ່າວເສີມວ່າ “ຝ່າຍປາກິດສະຖານໃຫ້ຄຳໝັ້ນວ່າຈະໃຊ້ມາດຕະການເພິ່ມເຕີມເພື່ອເສີມສ້າງຄວາມໝັ້ນຄົງໃຫ້ກັບບຸກຄະລາກອນໂຄງການ ແລະ ສະຖາບັນຂອງຈີນໃນປາກິດສະຖານຢ່າງຮອບດ້ານ.
ທ່ານ ຊາລິຟ ໄດ້ກ່າວວ່າ “ລັດຖະບານຂອງພວກເຂົາຈະບໍ່ມີວັນຍອມໃຫ້ກອງກຳລັງໃດໆມາທຳລາຍມິດຕະພາບ ແລະ ຄວາມຮ່ວມມືລະຫວ່າງປາກິດສະຖານ-ຈີນ”.

ນອກນັ້ນ ຈີນສະໜັບສະໜູນຄວາມພະຍາຍາມຕໍ່ຕ້ານການກໍ່ການຮ້າຍຂອງປະກິດສະຖານຢ່າງແໜ້ນໜາ ແລະ ຈະເຮັດວຽກຮ່ວມກັບປາກິດສະຖານເພື່ອນຳໂຕຜູ້ກະທຳຄວາມຜິດສູ່ຂະບວນການຍຸດຕິທຳ ແລະ ໃຫ້ພວກເຂົາໄດ້ຮັບໂທດຢ່າງໜັກ. ເຮົາຂໍເຕືອນພົນລະເມືອງຈີນໃນປາກິດສະຖານອີກຄັ້ງໃຫ້ໃສ່ໃຈກັບສະຖານະການຄວາມໝັ້ນຄົງໃນທ້ອງຖິ່ນ ແລະ ປ້ອງກັນຄວາມສ່ຽງດ້ານຄວາມປອກໄພ”.

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...