Homeຂ່າວຕ່າງປະເທດຄູສອນຊາວຈີນສາມຄົນ ຖືກວາງລະເບີດໃນລົດໂດຍສານ

ຄູສອນຊາວຈີນສາມຄົນ ຖືກວາງລະເບີດໃນລົດໂດຍສານ

Published on

ສໍານັກຂ່າວ ຣອຍເຕີ ລາຍງານວ່າ ຜູ້ຕ້ອງສົງໄສມືວາງລະເບີດປິດຊີບລາຍໜຶ່ງໄດ້ສັງຫານຄູສອນຊາວຈີນ 3 ຄົນ ທີ່ເມືອງກາຣາຈີໃນວັນອັງຄານທີ່ຜ່ານມາ.

ຕໍາຫຼວດ ແລະ ເຈົ້າໜ້າທີ່ກ່າວວ່າ ທັງສາມຄົນແມ່ນລວມຢູ່ໃນບັນດາຜູ້ໂດຍສານໃນລົດເມທີ່ເດີນທາງກັບໄປມະຫາວິທະຍາໄລກາຣາຈີຫລັງຈາກທີ່ກິນອາຫານທ່ຽງ ເມື່ອລະເບີດແຕກຂຶ້ນທີ່ທາງເຂົ້າສະຖາບັນຂົງຈື້ຂອງມະຫາວິທະຍາໄລເຮັດໃຫ້ຄູສອນຊາວຈີນ  3 ຄົນ ແລະ ຊາວປາກີສະຖານຄົນໜຶ່ງເສຍຊີວິດ.

ກຸ່ມ​ແບ່ງ​ແຍກ​ດິນ​ແດນ, ກອງທັບ​ປົດ​ປ່ອຍບາລູຈິສ໌ (BLA) ທີ່​ຕັ້ງ​ຢູ່​ແຂວງບາລູຈິສ໌ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຕິດ​ກັບ​ອັຟກາ​ນິສຖານ​ ແລະ ​ອີຣ່ານ ​ໄດ້​ອ້າງ​ເອົາ​ຄວາມ​ຮັບຜິດຊອບ​ໃນເຫດ​ການ​ໂຈມ​ຕີ​ດ້ວຍ​ລະ​ເບີດ​ດັ່ງກ່າວ ໂດຍກ່າວໃນອີມິວເຖິງສໍານັກງານຣອຍເຕີວ່າ ການ​ໂຈມ​ຕີ​ດັ່ງກ່າວແມ່ນ​ໄດ້​ດຳ​ເນີນ​ການ​ໂດຍ​ມື​ວາງ​ລະ​ເບີດ​ຍິງລາຍໜຶ່ງ​. ຜູ້ບັນຊາການຕຳຫຼວດເມືອງກາຣາຈີກ່າວວ່າ “ຈາກລາຍງານທີ່ພວກເຮົາໄດ້ຮັບບອກໃຫ້ຮູ້ວ່າພວກເຂົາເປັນຄົນຈີນ.” ທ່ານກ່າວຕື່ມວ່າພວກເຂົາເປັນຄູສອນຢູ່ສະຖາບັນຂົງຈື້ ເຊິ່ງເປັນສູນພາສາ ແລະ ວັດທະນະທໍາຈີນ. ທ່ານກ່າວຕໍ່ Geo News TV ວ່າ “ຂໍ້ມູນທີ່ພວກເຮົາໄດ້ຮັບແມ່ນຜູ້ວາງລະເບີດອາດຈະເປັນນັກສຶກສາຢູ່ໃນມະຫາວິທະຍາໄລ.

ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ປະນາມ​ຢ່າງ​ຮຸນ​ແຮງ​ຕໍ່​ການ​ໂຈມ​ຕີ​ດັ່ງກ່າວ ​ແລະ​ ຮຽກຮ້ອງ​ໃຫ້​ປາ​ກີ​ສະຖານ​ລົງ​ໂທດ​ຜູ້​ກະທຳຄວາມ​ຜິດ, ປົກ​ປ້ອງ​ພົນລະ​ເມືອງ​ຈີນ ​ແລະ ​ປ້ອງ​ກັນ​ບໍ່​ໃຫ້​ເຫດການ​ດັ່ງກ່າວ​ເກີດ​ຂຶ້ນ​ອີກ. ເຫດການວາງລະເບີດຄັ້ງນີ້ເປັນການໂຈມຕີຄັ້ງໃຫຍ່ຄັ້ງທຳອິດຕໍ່ຊາວຈີນຢູ່ໃນປາກີສະຖານນັບຕັ້ງແຕ່ເດືອນກໍລະກົດປີທີ່ຜ່ານມາ ເມື່ອມີມືລະເບີດວາງລະເບີດລົດເມໂດຍສານໃນພາກເໜືອຂອງປາກີສະຖານເຮັດໃຫ້ມີຜູ້ເສຍຊີວິດ 13 ຄົນ ລວມທັງຊາວຈີນ 9 ຄົນ ທີ່ເຮັດວຽກໃນໂຮງງານໄຟຟ້າພະລັງງານນໍ້າ.

ເຫດການ​ດັ່ງກ່າວ​ໄດ້​ສ້າງ​ຄວາມ​ທ້າ​ທາຍ​ອັນ​ໃຫຍ່​ຫຼວງ​ໃຫ້​ແກ່​ນາຍົກລັດຖະມົນຕີ ປາ​ກິີສະຖານ ທ່ານ ເຊບາຊ໌ ຊາຣີຟ ທີ່​ຫາກໍ່ໄດ້​ຮັບ​ເລືອກ​ຕັ້ງ​ເປັນນາຍົກລັດຖະມົນຕີຄົນໃໝ່ຂອງປາກີສະຖານໃນ​ເດືອນ​ນີ້. ລາວໄດ້ປະນາມຕໍ່ເຫດການດັ່ງກ່າວທີ່ເກີດຂື້ນວ່າ ການກໍ່ການຮ້າຍທີ່ຂີ້ຂາດ. ທ່ານ ເຊບາຊ໌ ຊາຣີຟ ນາຍົກລັດຖະມົນຕີຄົນໃໝ່ຂອງປາກີສະຖານ ກ່າວ​ໃນ​ຖະ​ແຫຼງການ​ວ່າ “ຂ້າພະ​ເຈົ້າຂໍສະແດງຄວາມເສຍໃຈອັນສຸດຊື້ງຕໍ່ການສູນເສຍຊີວິດອັນລໍ້າຄ່າ ລວມທັງ​ເພື່ອນ​ມິດຊາວ​ຈີນ​ຂອງ​ພວກ​ເຮົາ​ໃນ​ການ​ໂຈມ​ຕີ​ຄັ້ງ​ຮ້າຍ​ແຮງ​ໃນກາຣາຈີ​ໃນ​ຄັ້ງນີ້.”

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...