spot_img
Homeຂ່າວພາຍ​ໃນຊົມເຊີຍວັນຄົບຮອບການພັດທະນາເຂດເສດຖະກິດພິເສດສາມຫຼ່ຽມຄໍາ ສປປ ລາວ ຄົບຮອບ 15 ປິ

ຊົມເຊີຍວັນຄົບຮອບການພັດທະນາເຂດເສດຖະກິດພິເສດສາມຫຼ່ຽມຄໍາ ສປປ ລາວ ຄົບຮອບ 15 ປິ

Published on

ເຂດເສດຖະກິດພິເສດສາມຫຼຽມຄຳຕັ້ງຢູ່ ທີ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ສປປ ລາວ ເຊິ່ງມີຊາຍແດນຕິດກັບຣາຊະອານາຈັກໄທ ແລະ ສະຫະພາບມຽນມາ ຫຼື ເອີ້ນວ່າເຂດສາມຫຼຽມຄຳ. ໃນວັນທີ 26 ເມສາ ປີ 2007 ລັດຖະບານ ແຫ່ງ ສປປລາວ ໄດ້ອະນຸມັດເຊັນສັນຍາວ່າດ້ວຍການພັດທະນາເຂດເສດຖະກິດພິເສດໃນຂອບເຂດເນື້ອທີ່ 827 ເຮັກຕາ, ອາຍຸໄລຍະສຳປະທານ ເປັນເວລາ 50 ປີ ຫຼັງຈາກນັ້ນ ຜູ້ລົງທຶນພັດທະນາ ກໍໄດ້ສ້າງຕັ້ງກຸ່ມບໍລິສັດດອກງິ້ວຄໍາຈໍາກັດ ຂຶຶ້ນຢ່າງເປັນທາງການ ພ້ອມທັງດຳເນີນການລົງທຶນພັດທະນາພື້ນຖານໂຄງລ່າງ, ການດຶງດູດບັນດານັກທຸລະກິດ ຢູ່ພາຍໃນ ແລະ ຕ່າງປະເທດ, ການພັດທະນາການທ່ອງທ່ຽວ, ການຜະລິດກະສິກໍາ ເຊິ່ງເຮັດໃຫ້ທຸລະກິດການລົງທຶນມີການເຕີບໃຫຍ່ຂະຫຍາຍຕົວຢ່າງວ່ອງໄວ, ເປັນລະບົບ ແລະ ຕໍ່ເນື່ອງ.

ສະນັ້ນ, ໄລຍະຕໍ່ມາ ລັດຖະບານໄດ້ອອກດຳລັດສະບັບເລກທີ 090/ນຍ ລົງວັນທີ 4 ກຸມພາ 2010 ວ່າດ້ວຍການຈັດຕັ້ງ ການເຄື່ອນໄຫວ ແລະ ຄຸ້ມຄອງ ເຂດເສດຖະກິດ ສາມຫຼ່ຽມຄຳ ແລະ ເພີ່ມໄລຍະສຳປະທານເປັນເວລາ 99 ປີ ໂດຍຖືເອົາຕັ້ງແຕ່ປີ 2007 ເປັນຕົ້ນມາ, ລວມເນື້ອທີ່ທັງໝົດ 10,000 ເຮັກຕາ ແລະ ປ່ຽນຊື່ຈາກເຂດເສດຖະກິດ ແລະ ການທ່ອງທ່ຽວຄົບວົງຈອນອາຊຽນ ມາເປັນເຂດເສດຖະກິດພິເສດສາມຫຼຽມຄຳ ໃນປັດຈຸບັນ.

ການພັດທະນາເຂດເສດຖະກິດພິເສດສາມຫຼ່ຽມຄຳ ມາຮອດປັດຈຸບັນ ແມ່ນຄົບຮອບ 15 ປີ (26 ເມສາ 2007 -26 ເມສາ 2022) ເຊິ່ງມີຜົນງານການພັດທະນາທີ່ພົ້ນເດັ່ນຫຼາຍດ້ານ ເຊິ່ງໄດ້ກາຍເປັນຕົວເມືອງທີ່ທັນສະໄໝ, ມີການລົງທຶນການພັດທະນາເສດຖະກິດ ຢ່າງຕໍ່ເນື່ອງ ເປັນຕົ້ນການພັດທະນາພື້ນຖານໂຄງລ່າງ ໃນນັ້ນກໍາລັງສ້າງສະໜາມບິນສາກົນ ບໍ່ແກ້ວ ທີ່ຈະເປີດບໍລິການຢ່າງເປັນທາງການໃນໄວໆ ນີ້, ການທ່ອງທ່ຽວ, ການຜະລິດກະສິກໍາ ແລະ ການດຶງດູດການລົງທຶນບັນດານັກທຸລະກິດ ຢູ່ພາຍໃນ ແລະ ຕ່າງປະເທດ​ ມີຸມູນຄ່າການລົງທຶນຫຼາຍກວ່າ 2 ຕື້ກວ່າໂດລາສະຫະລັດ.

ນອກນັ້ນ, ເຫັນໄດ້ວ່າການພັດທະນາເຂດເສດຖະກິດພິເສດສາມຫຼ່ຽມຄໍາ ໄດ້ສ້າງໂອກາດໃຫ້ ປະຊາຊົນລາວ ມີວຽກເຮັດງານທໍາ, ມີອາຊີບທີ່ໝັ້ນຄົງ, ມີການຄ້າຂາຍ, ມີການລົງທຶນທຸລະກິດ ແລະ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ໄດ້ປະກອບສ່ວນຊ່ວຍເຫຼືອສັງຄົມ ກໍຄືປະຊາຊົນ ຢ່າງຕໍ່ເນື່ອງ ໂດຍສະເພາະໄລຍະເກີດໄພພິບັດທໍາມະຊາດ ເຊັ່ນ: ໃນວັນທີ 31/7/2018 ໄດ້ຊ່ວຍເຫຼືອມອບເງິນສົດໃຫ້ແກ່ຜູ້ປະສົບໄພເຫດການນໍ້າຖ້ວມ ເມືອງສະໜາມໄຊ ແຂວງອັດຕະປື ຈໍານວນ 10 ລ້ານບາດ, ໃນວັນທີ 17 ກັນຍາ 2019 ໄດ້ມອບເງິນສົດໃຫ້ລັດຖະບານ ເພື່ອຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຢູ່ພາກໃຕ້ ຈໍານວນ 3 ຕື້ກີບ, ໄລຍະການລະບາດຂອງພະຍາດໂຄວິດ-19 ກໍໄດ້ປະກອບສ່ວນຊ່ວຍເຫຼືອສັງຄົມ ກໍຄືປະຊາຊົນ ຫຼາຍສົມຄວນ ແລະ ດ້ານອື່ນໆ. (ສ່ວນຂໍ້ມູນທີ່ພົ້ນເດັ່ນອື່ນຈະລາຍງານໃຫ້ຊາບຕື່ມອີກຕໍ່ໄປ).

ແຫລ່ງຂໍ້ມູນ: ຫ້ອງການສະພາບໍລິຫານເຂດເສດຖະກິດພິເສດສາມຫລ່ຽມຄຳ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...