Homeຂ່າວຕ່າງປະເທດເກີດເຫດລະເບີດໃນກາງເມືອງກົວລາລຳເປີ ປະເທດມາເລເຊຍ

ເກີດເຫດລະເບີດໃນກາງເມືອງກົວລາລຳເປີ ປະເທດມາເລເຊຍ

Published on

ໃນຕອນແລງຂອງວັນທີ 26 ເມສາ 2022 ທີ່ຜ່ານມາເກີດເຫດລະເບີດໃນກາງເມືອງກົວລາລຳເປີ ປະເທດມາເລເຊຍ ເຫດການດັ່ງກ່າວມີຜູ້ໄດ້ຮັບບາດເຈັບ 3 ຄົນ ແລະ ລົດໃຫຍ່ 50 ຄັນເສຍຫາຍຈາກການລະເບີດ.

ຕາມການລາຍງານຂອງເຈົ້າໜ້າທີ່ ໜ່ວຍງານດັບໄຟ ແລະ ກູ້ໄພ ກົວລາລຳເປີລາຍງານວ່າໃນເວລາ 19:04 ສາມາດຄວບຄຸມໄຟໄດ້ແລ້ວ ສ່ວນສາເຫດຂອງການລະເບີດເກີດຂຶ້ນຍ້ອນມີການຈູດໝາກກະໂພກ ໃນລານເກັບຫຼັກຖານຂອງຕຳຫຼວດ ເຂດເຊັນຕູ (Sentul) ເຊື່ອກັນວ່າເປັນບ້ານທີ່ຖືກຍຶດຂອງເຖື່ອນໃນນັ້ນລວມເຖິງໝາກກະໂພກ ໂດຍມີຜູ້ເຫັນເຫດການລາຍງານການລະເບີດພາຍໃນອາຄານບໍລິເວນນັ້ນ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...