Homeຂ່າວພາຍ​ໃນລົງມືກໍ່ສ້າງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ

ລົງມືກໍ່ສ້າງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ

Published on

ໃນວັນທີ 25 ເມສາ 2022 ເປັນວັນທີ່ມີຄວາມໝາຍ-ຄວາມສໍາຄັນ ກົງກັບວັນສ້າງຕັ້ງສາຍພົວພັນການທູດລາວ-ຈີນ ຄົບຮອບ 61 ປີ (25 ເມສາ 1961 – 25 ເມສາ 2022) ທີ່ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຕສ) ໄດ້ມີພິທີວາງສີລາລືກ ໂຄງການກໍ່ສ້າງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ດ້ວຍທຶນຊ່ວຍເຫຼືອລ້າຈາກລັດຖະບານ ສປ ຈີນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບໍ່ວຽງຄໍາ ວົງດາລາ, ລັດຖະມົນຕີ ກະຊວງ ຕສ, ທ່ານ ຈຽງ ຈ່າຍຕົງ (Jiang Zai Dong) ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ, ທ່ານ ໄຊຊະນະ ສິດທິພອນ, ຮອງປະທານຄະນະກຳມະການຮ່ວມມື ລາວ-ຈີນ, ບັນດາຄະນະນຳກະຊວງເຕັກໂນໂລຊີ ແລະ ການສື່ສານ, ບໍລິສັດຜູ້ຮັບເໝົາໂຄງການ ແລະ ພາກສ່ວນຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ປະດັບໄຊ ໄຊຍະໂຄດ, ຮອງຫົວໜ້າ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກະຊວງ ຕສ ກ່າວວ່າ: ເພື່ອຜັນຂະຫຍາຍ ແລະ ການໂຄສະນາ ສາຍສຳພັນການພັດທະນາເສດຖະກິດ ແລະ ການຄ້າ ລະຫ່ວາງສອງປະເທດລາວ-ຈີນ, ຈີນ-ລາວ ທັງເປັນການຈັດຕັ້ງປະຕິບັດຕາມແນວຄິດລິເລີ່ມຂອງແນວທາງ “ໜຶ່ງແລວໜຶ່ງເສັ້ນທາງ” ແຫ່ງ ສປ ຈີນ.

ໂຄງການກໍ່ສ້າງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແມ່ນໂຄງການຊ່ວຍເຫຼືອລ້າຈາກລັດຖະບານ ສປ ຈີນ ດ້ວຍມູນຄ່າສູງສຸດເຖິງ 85,72 ລ້ານຢວນ ຫຼື ປະມານ 150 ຕື້ກວ່າກີບ ຊຶ່ງໄດ້ມີການລິເລີ່ມເກັບກໍາຂໍ້ມູນ ແລະ ສໍາຫຼວດສຶກສາຄວາມເປັນໄປໄດ້ໂດຍ ສະຖາບັນອອກແບບວິສະວະກໍາເອເລັກໂຕຣນິກ ສປ ຈີນ ໃນປີ 2019. ແລະ ໄດ້ອອກແບບກໍ່ສ້າງສູນຝຶກອົບຮົມດ້ານໄອຊີທີ 5 ຊັ້ນ ຈຳນວນ 1 ຫຼັງ ໂດຍມີເນື້ອທີ່ໃຊ້ສອຍທັງໝົດ 5.524,56 ຕາແມັດ ປະກອບດ້ວຍຫ້ອງຮຽນທຳມະດາ, ຫ້ອງຮຽນທັນສະໄໝ, ຫ້ອງທົດລອງ, ຫ້ອງການ, ຫ້ອງສະໝຸດ, ຫ້ອງປະຊຸມໃຫຍ່ ເປັນຕົ້ນ. ໃນອາຄານແມ່ນຈະປະກອບດ້ວຍອຸປະກອນການຮຽນ-ການສອນ ທີ່ຈຳເປັນ, ອຸປະກອນຫ້ອງທົດລອງ ແລະ ສິ່ງອຳນວຍຄວາມສະດວກໃນການສອບເສັງ. ພາຍຫຼັງໂຄງການລິເລີ່ມການກໍ່ສ້າງ, ຄູອາຈານ ແລະ ນັກສຶກສາ ຈໍານວນ 312 ຄົນ ຈະໄດ້ຮັບການຝຶກອົບຮົມ ແລະ ສອບເສັງວັດລະດັບໃນ 4 ຫຼັກສູດ ເພື່ອກຽມພ້ອມຮອງຮັບໃນການເປີດສູນ. ໃນນັ້ນ, ຜູ້ບໍລິຫານລະດັບສູງ ຈຳນວນ 20 ທ່ານ ແມ່ນຈະໄດ້ຮັບເຊີນເຂົ້າຮ່ວມການຝຶກອົບຮົມ “ຜູ້ບໍລິຫານຂັ້ນສູງ” ທີ່ ສປ ຈີນ ເປັນເວລາ 5 ວັນ ອີກດ້ວຍ.

ຊຶ່ງໂຄງການດັ່ງກ່າວນີ້, ຈະເປັນພື້ນຖານໂຄງລ່າງທີ່ສຳຄັນສຳລັບສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ກໍ່ຄື ຂະແໜງການເຕັກໂນໂລຊີ ແລະ ການສື່ສານຂອງ ສປປ ລາວ ທີ່ຈະການກໍ່ສ້າງ ແລະ ພັດທະນາບຸກຄະລາກອນ ໃຫ້ມີຄວາມຮູ້-ຄວາມສາມາດດ້ານໄອຊີທີ ເພື່ອປະກອບສ່ວນເຂົ້າໃນວຽກງານການຫັນເປັນເສດຖະກິດ ດິຈິຕອນ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ.

ໃນພິທີ, ທ່ານ ຈຽງ ຈ່າຍຕົງ (Jiang Zai Dong) ເອກອັກຄະລັດຖະທູດ ສປ ຈີນ ປະຈຳ ສປປ ລາວ ໄດ້ຕາງໜ້າໃຫ້ລັດຖະບານ ກໍຄືປະຊາຊົນຈີນ ກ່າວມອບໂຄງການ ແລະ ທ່ານ ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກະຊວງ ຕສ ໄດ້ຕາງໜ້າໃຫ້ແກ່ລັດຖະບານ ກໍຄືປະຊາຊົນລາວ ກ່າວຮັບເອົາໂຄງການຊ່ວຍເຫຼືອໃນຄັ້ງນີ້ ແລະ ໄດ້ຖືໂອກາດດັ່ງກ່າວສະແດງຄວາມຂອບໃຈໄປຍັງ ລັດຖະບານ ແລະ ປະຊາຊົນ ສປ ຈີນ ທີ່ໄດ້ໃຫ້ການຊ່ວຍເຫຼືອໃນໂຄງການດັ່ງກ່າວ. ພ້ອມທັງໄດ້ຮ່ວມກັນຊວ້ານດິນໃສ່ສີລາລຶກ ເພື່ອປະກາດການກໍ່ສ້າງໂຄງການຢ່າງເປັນທາງການ.
Cr: ກະຊວງ ຕສ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...