Homeຂ່າວຕ່າງປະເທດສະຫະລັດທຸ່ມເພີ່ມ 700 ລ້ານຊ່ວຍເຫຼືອດ້ານອາວຸດໃຫ້ແກ່ຢູເຄຣນ

ສະຫະລັດທຸ່ມເພີ່ມ 700 ລ້ານຊ່ວຍເຫຼືອດ້ານອາວຸດໃຫ້ແກ່ຢູເຄຣນ

Published on

ອີງຕາມການລາຍງານຂອງສຳນັກຂ່າວ ບີບີຊີ ໃນວັນທີ 25 ເມສາ 2022  ໃຫ້ຮູ້ວ່າ: ປະທານາທິບໍດີ ໂວໂລດີມີ ເຊເລນສະກີ ຜູ້ນຳຢູເຄຣນ ຮ່ວມຫາລືຄັ້ງສຳຄັນກັບ ທ່ານ ແອນໂທນີ ບິງເຄນ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດອາເມລິກາ ແລະ ທ່ານ ລອຍ ອອສຕິນ ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດ ໄດ້ເດີນທາງດ້ວຍລົດໄຟຈາກປະເທດໂປໂລຍ ໄປເມືອງຄຽບ ເມືອງຫຼວງຂອງຢູເຄຣນໃນ ວັນທີ 24 ເມສາ 2022.

ການ​ເຄື່ອນ​ໄຫວ​ຂອງ​ເຈົ້າ​ໜ້າ​ທີ່​ລະດັບສູງ​ຂອງ​ລັດ​ຖະ​ບານ​ອາ​ເມ​ລິ​ກາ​ຖືວ່າເປັນຄວາມ​ເຄື່ອນ​ໄຫວ​ທີ່​ຫລາຍ​ຝ່າຍ​ຈັບ​ຕາ​ເບິ່ງ​ທ່າມກາງຄວາມ​ວິ​ຕົກ​ກັງ​ວົນ​ວ່າ​ຈະເຮັດໃຫ້ຝ່າຍ​ຣັດ​ເຊຍບໍ່ພໍໃຈ.

ເພາະກ່ອນໜ້ານີ້ທາງການຣັດເຊຍຖະແຫຼງຂົ່ມຂູ່ວ່າ ຈະມີຜົນລັບຮຸນແຮງທີ່ຄາດບໍ່ເຖິງ ຫາກສະຫະລັດ ຍັງສະໜັບສະໜຸນ ອາວຸດຍຸດໂທປະກອນ ແກ່ຢູເຄຣນ ແນວໃດກໍຕາມທາງການ ສະຫະລັດປະກາດເພີ່ມເງິນຊ່ວຍເຫລືອ ທາງການທະຫານ ແກ່ຢູເຄຣນ ອີກກວ່າ 700 ລ້ານໂດລາ.

ທ່ານ ບິງເຄນ ກ່າວວ່າ: ການໄປກຸງຄຽບໃນຄັ້ງນີ້ຖືເປັນໂອກາດໃນການສະແດງຈຸດຢືນວ່າລັດຖະບານສະຫະລັດສະໜັບສະໜູນຢູເຄຣນຢ່າງຕໍ່ເນື່ອງໂດຍລະຫວ່າງການປະຊຸມຮ່ວມກັບເຈົ້າໜ້າທີ່ຢູເຄຣນ ທ່ານ ເຊເລນສະກີ ປະທານາທິບໍດີຢູເຄຣນ ກໍກ່າວສະແດງຄວາມຂອບໃຈ ທ່ານ ໂຈ ໄບເດນ ປະທານາທິບໍດີສະຫະລັດ ທີ່ໃຫ້ການຊ່ວຍເຫຼືອຢູເຄຣນ.

ຂະນະທີ່ ທ່າຮ ອອສຕິນ ກ່າວຫຼັງຈາກາກນຫາລືທີ່ກເມືອງຄຽບວ່າ: ສະຖານະການໃນເມືອງຂອງຢູເຄຣນເລີ່ມກັບເຂົ້າສູ່ພາວະປົກກະຕິແລ້ວ ແຕ່ການຕໍສູ້ທີ່ມີຮູບແບບປ່ຽນໄປນັ້ນຢູເຄຣນຈຳເປັນຕ້ອງມີອາວຸດທາງໄກ ແລະ ລັດຖະບານຢູເຄຣນເອງມີຄວາມຕ້ອງການທີ່ຈະໃຊ້ລົດຖັງ.

ອ້າງອິງ:BBC

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...