Homeຂ່າວພາຍ​ໃນນາຍົກລາວ ຮຽກຮ້ອງສ້າງຂົວຂ້າມນ້ຳຂອງແຫ່ງໃໝ່ໄປສູ່ລາຊະອານາຈັກກຳປູເຈຍ

ນາຍົກລາວ ຮຽກຮ້ອງສ້າງຂົວຂ້າມນ້ຳຂອງແຫ່ງໃໝ່ໄປສູ່ລາຊະອານາຈັກກຳປູເຈຍ

Published on

ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີລາວ ໄດ້ຮຽກຮ້ອງໃຫ້ມີການສ້າງຂົວຂ້າມນໍ້າຂອງລະຫວ່າງກໍາປູເຈຍ ແລະ ລາວ ເພື່ອສົ່ງເສີມການຕິດຕໍ່ພົວພັນລະຫວ່າງປະຊາຊົນຢ່າງໃກ້ຊິດ. ທ່ານ​ວາງ​ແຜນ​ຈະ​ໄປ​ຢ້ຽມຢາມ​ບັນດາ​ແຂວງ​ຕ່າງໆທີ່​ມີ​ຊາຍ​ແດນ​ຕິດ​ກັບ​ກຳປູ​ເຈຍ ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ.

ຄຳຮຽກຮ້ອງຂອງ ທ່ານ ພັນຄຳ ໄດ້ມີຂຶ້ນໃນວັນທີ 23 ເມສາ ໃນການພົບປະກັບ ທ່ານ ຮຸນ ເຊນ ນາຍົກລັດຖະມົນຕີຍິປຸ່ນ ທີ່ເມືອງຄຸມາໂມໂຕະປະເທດຍິປຸ່ນ, ນອກຮອບກອງປະຊຸມສຸດຍອດອາຊີ-ປາຊີຟິກ ຄັ້ງທີ 4 ທີ່ຈັດຂຶ້ນເປັນເວລາສອງວັນໃນວັນທີ 23-24 ເມສາ.

​ໃນ​ການ​ລົງໂພສ໌ໃນ​ສື່​ສັງຄົມ, ທ່ານ ​ຮຸນ ເຊນ ກ່າວ​ວ່າ ທ່ານ ​ພັນ​ຄຳ ມີ​ແຜນ​ຈະ​ມາ​ຢ້ຽມຢາມ​ແຂວງ​ຈຳປາ​ສັກ​ຂອງ​ລາວ ເຊິ່ງມີຊາຍແດນຕິດກັບລາຊະອານາຈັກ ເພື່ອ​ແນ​ໃສ່​ການສ້າງຄວາມສໍາພັນການ​ຮ່ວມ​ມື​ລະຫວ່າງ​ບັນດາ​ແຂວງ​ຂອງ​ສອງ​ປະ​ເທດ ​ແລະ ​ເນັ້ນ​ໜັກ​ເຖິງ​ນະ​ໂຍບາຍຂອງທັງສອງປະເທດໃນການ​ສົ່ງ​ເສີມ ​ແລະ ຮັບ​ໃຊ້​ຜົນ​ປະ​ໂຫຍ​ດຂອງ​ສອງ​ປະ​ເທດຂອງ​ພົນລະ​ເມືອງ​ຂອງ​ຕົນ.

“ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ​ຍັງ​ໄດ້​ຮຽກ​ຮ້ອງ​ຂໍໃຫ້​ມີ​ການ​ກໍ່​ສ້າງ​ຂົວຕໍ່​ລະ​ຫວ່າງ​ສອງ​ປະ​ເທດ. ກ່ຽວ​ກັບ​ການ​ກໍ່​ສ້າງ​ນີ້, ຈະ​ຕ້ອງ​ໄດ້​ປຶກ​ສາ​ຫາ​ລື​ເພີ່ມ​ເຕີມ​ກັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ໂຍ​ທາ​ທິ​ການ​ຂອງ​ລາວ,” ໃນໂພສ໌ກ່າວ. ທ່ານ ​ຮຸນ​ ເຊນ​ ກ່າວ​ຕື່ມ​ວ່າ ຂົວ​ດັ່ງກ່າວ​ຈະ​ເປັນ​ວິທີ​ທີ່ດີໃນການ​ເຊື່ອມ​ຕໍ່​ບັນດາ​ປະ​ເທດ​ຕ່າງໆ.

ທ່ານ ພັນຄຳ ວິພາວັນ ຍັງໄດ້ຮຽກຮ້ອງ​ໃຫ້​ມີ​ການ​ຢ້ຽມຢາມແລກປ່ຽນ​​ກັນລະຫວ່າງ​ຜູ້​ບັນຊາ​ການ​ບັນດາ​ກຳລັງ​ປະກອບ​ອາວຸດ​ຂອງ​ສອງ​ປະ​ເທດ. ທ່ານ​ໄດ້​ເຊື້ອ​ເຊີນ ​ທ່ານ ​ພົນ​ໂທ ຮຸນ ມາເນດ ຮອງ​ຜູ້​ບັນຊາ​ການທະຫານສູງສຸດແຫ່ງກອງທັບ​​ກຳປູ​ເຈຍ ​ແລະ ຜູ້​ບັນຊາ​ການ​ກອງທັບ​ບົກ​ກຳປູ​ເຈຍ ມາ​ຢ້ຽມຢາມ​ລາວ​ໃນ​ອະນາຄົດອັນໃກ້ນີ້.

ທ່ານ​ ຮຸນ ​ເຊນ​ ໄດ້​ເຫັນ​ດີ​ຕໍ່​ຄຳ​ເຊື້ອ​ເຊີນ​ດັ່ງກ່າວ ໂດຍ​ກ່າວ​ວ່າ ມັນ​​ເປັນການເສີມສ້າງສາຍພົວພັນ​ທາງ​ການ​ທະຫານ​ລະຫວ່າງ​ສອງ​ກອງທັບ​ໃຫ້​ແໜ້ນ​ແຟ້ນຫຍິ່ງ​ຂຶ້ນ.

ທ່ານ ພັນຄຳ ວິພາວັນ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະດໍາເນີນການຕັດສິນໃຈຕໍ່ບັນດາມະຕິທີ່ໄດ້ຕົກລົງກັນໃນເມື່ອກ່ອນ, ໂດຍສະເພາະແມ່ນບັນດາເອກະສານຫຼັກກ່ຽວກັບຊາຍແດນຂອງສອງປະເທດ.

ອ້າງອີງຈາກ: The Phnom Penh Post

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...