Homeຂ່າວຕ່າງປະເທດWHO ຖະແຫລງ ຄວາມພະຍາຍາມຢັບຢັ້ງອີໂບລາ ເລີ່ມເຫັນຜົນ ຫລັງຜູ້ຕິດເຊື້ອຊະລໍຕົວໃນລີເບຍຣີ

WHO ຖະແຫລງ ຄວາມພະຍາຍາມຢັບຢັ້ງອີໂບລາ ເລີ່ມເຫັນຜົນ ຫລັງຜູ້ຕິດເຊື້ອຊະລໍຕົວໃນລີເບຍຣີ

Published on

557000013193301

 

ອົງການອະນາໄມໂລກ ຖະແຫລງພົບຫລັກຖານບົ່ງຊີ້ ເຖິງຄວາມພະຍາຍາມຈັດການກັບອີໂບລາໄດ້ຜົນ ຫລັງພົບ

ຜູ້ຕິດເຊື້ອເລີ່ມຊະລໍຕົວ.

 

ສຳນັກຂ່າວຕ່າງປະເທດລາຍງານວ່າ ອົງການອະນາໄມໂລກ ຫລື WHO ໄດ້ຖະແຫລງເມື່ອວັນພຸດທີ 5 ພະຈິກຜ່ານ

ມານີ້ ພົບຫລັກຖານທີ່ບົ່ງບອກເຖິງ ຄວາມສາມາດໃນການຈັດການກັບການລະບາດຂອງເຊື້ອອີໂບລາ ເລີ່ມໄດ້ຜົນ

ຫລັງພົບຈຳນວນຜູ້ຕິດເຊື້ອເລີ່ມຊະລໍຕົວລົງ ໃນປະເທດລີເບຍຣີ 2 ອາທິດຕິດຕໍ່ກັນ ແລະ ຈຳນວນຜູ້ຕິດເຊື້ອໄດ້

ຢຸດຈຶ້ງຢູ່ປະເທດກີນີ ເຖິງແມ່ນວ່າໃນເຊຍຣາ ລີໂອນ ຍັງຄົງເພີ່ມຂຶ້ນຢ່າງຕໍ່ເນື່ອງກໍຕາມ.

 

ຂໍ້ມູນລ່າສຸດຂອງອົງການອະນາໄມໂລກລະບຸວ່າ ໃນໄລຍະ 21 ມື້ທີ່ຜ່ານມາ ເຊິ່ງຖືເປັນເວລາດົນນານສຸດຂອງໄລຍະ

ຟັກຕົວຂອງເຊື້ອດັ່ງກ່າວນັ້ນ ທັງ 3 ປະເທດທີ່ມີການລະບາດ ແມ່ນມີລາຍງານຜູ້ຕິດເຊື້ອເພີ່ມຕື່ມອີກ 1,828 ຄົນ

ໂດຍ 64% ຂອງຜູ້ຕິດເຊື້ອລາຍໃຫຍ່ ແມ່ນຢູ່ເຊຍຣາ ລີໂອນ 22% ແມ່ນຢູ່ໃນລີເບຍຣີ ແລະ ກີນີ ມີຜູ້ຕິດເຊື້ອໃໝ່

14% ຂອງຈຳນວນດັ່ງກ່າວ.

 

ອົງການອະນາໄມໂລກກ່າວວ່າ ເຖິງແມ່ນພາວະການແຜ່ລະບາດ ຈະມີການຊະລໍຕົວລົງໃນລີເບຍຣີເປັນຄັ້ງທຳອິດ

ເມື່ອໜຶ່ງອາທິດກ່ອນກໍຕາມ, ໄວຣັສຊະນິດນີ້ກໍຍັງອາດຈະຄົງແຜ່ລະບາດຂຶ້ນໃນອັດຕາທະວີຄູນ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...