Homeຂ່າວຕ່າງປະເທດປະທານາທິບໍດີອາຟຣິກາໃຕ້ຮຽກຮ້ອງໃຫ້ຢຸດຕິສົງຄາມຢູເຄຣນໃນລະຫວ່າງການເຈລະຈາກັບປະທານາທິບໍດີຢູເຄຣນ

ປະທານາທິບໍດີອາຟຣິກາໃຕ້ຮຽກຮ້ອງໃຫ້ຢຸດຕິສົງຄາມຢູເຄຣນໃນລະຫວ່າງການເຈລະຈາກັບປະທານາທິບໍດີຢູເຄຣນ

Published on

ທ່ານ ລາມາໂພຊາ ປະທານາທິບໍດີອາຟຣິກາໃຕ້ ໄດ້ຮຽກຮ້ອງໃຫ້ຢຸດຕິການຂັດແຍ່ງໃນຢູເຄຣນໃນລະຫວ່າງການໂອ້ລົມທາງໂທລະສັບກັບ ທ່ານ ແຊແລນສະກີ ປະທານາທິບໍດີຢູເຄຣນ ໂດຍເຕືອນວ່າສົງຄາມຈະຄຸກຄາມຕໍ່ຄວາມໝັ້ນຄົງດ້ານສະບຽງອາຫານໃນອາຟຣິກາ.

ທ່ານ ລາມາໂພຊາ ກ່າວວ່າ ທັງສອງໄດ້ປຶກສາຫາລືກ່ຽວກັບ “ຄ່າໃຊ້ຈ່າຍທີ່ໜ້າເສົ້າຂອງມະນຸດ” ຕໍ່ການໂຈມຕີຂອງໂມສກູ ລວມເຖິງ “ຄວາມເສຍຫາຍໃນທົ່ວໂລກ”. ທ່ານ ທວີດຕວ່າ “ພວກເຮົາຕົກລົງເຫັນດີກ່ຽວກັບຄວາມຈໍາເປັນໃນການເຈລະຈາຢຸດຕິຄວາມຂັດແຍ່ງທີ່ສົ່ງຜົນກະທົບຕໍ່ສະຖານະພາບຂອງຢູເຄຣນໃນຕ່ອງໂສ້ການສະຫນອງທົ່ວໂລກ, ລວມທັງໃນຖານະທີ່ເປັນຜູ້ສົ່ງອອກອາຫານລາຍໃຫຍ່ໄປຍັງທະວີບຂອງພວກເຮົາ.

ຢູເຄຣນເປັນປະເທດສົ່ງອອກເຂົ້າສາລີ ແລະ ສາລີລາຍໃຫຍ່ ລວມເຖິງບັນດາສະບຽງອາຫານອື່ນໆ ໄປຍັງອາຟຣິກາ ແລະ ສົງຄາມທີ່ແກ່ຍາວເປັນເວລາຫຼາຍອາທິດໃນປະເທດໄດ້ເຮັດໃຫ້ການສະໜອງອາຫານຢຸດໂຕລົງ ແລະ ສົ່ງລາຄາທີ່ສູງຂຶ້ນ ເຮັດໃຫ້ເກີດຄວາມກັງວົນວ່າຈະເກີດວິກິດໄພອຶດຫິວ. ໃນສ່ວນຂອງແຊແລນສະກີກ່າວວ່າ ລາວໄດ້ບອກລາມາໂພຊາກ່ຽວກັບ “ການຕໍ່ຕ້ານການໂຈມຕີຂອງຣັດເຊຍ” ຂອງຢູເຄຣນ ແລະ ຜູ້ນໍາທັງສອງໄດ້ປຶກສາຫາລືກ່ຽວກັບ “ໄພຄຸກຄາມຂອງວິກິດອາຫານທົ່ວໂລກ”.

ມາ​ຮອດ​ປະຈຸ​ບັນ ລາມາໂພຊາ ​ໄດ້​ຕ້ານ​ການ​ຮຽກຮ້ອງ​ໃຫ້​ປະນາມ​ຣັດ​ເຊຍ​ໃນ​ການ​ໂຈມ​ຕີ​. ໃນກາງເດືອນມີນາ, ທ່ານໄດ້ຕໍານິພັນທະມິດກອງທະຫານຂອງອົງການນາໂຕທີ່ນໍາພາໂດຍສະຫະລັດທີ່ບໍ່ສົນໃຈຄໍາເຕືອນຈາກໂມສກູກ່ຽວກັບການຂະຫຍາຍຕົວອອກໄປຕາເວັນອອກ.

ແຫຼ່ງທີ່ມາຈາກ: ALJAZEERA

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...