spot_img
Homeຂ່າວພາຍ​ໃນກະຊວງການເງິນອອກແຈ້ງການ

ກະຊວງການເງິນອອກແຈ້ງການ

Published on

ກະຊວງການເງິນ ອອກແຈ້ງການ:
1. ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ນໍາໃຊ້ຍານພາຫະນະທຸກປະເພດຢູ່ ສປປ ລາວ ຕ້ອງເສຍຄ່າທໍານຽມທາງ ປະຈໍາປີ 2022 ນັບແຕ່ວັນທີ 01 ມັງກອນ ຫາ ວັນທີ 30 ມິຖຸນາ 2022, ກໍານົດເວລາເສຍຄ່າທໍານຽມທາງ ທີ່ໄດ້ກໍານົດໄວ້ໃນລະບຽບການ ແມ່ນນັບແຕ່ວັນທີ 01 ມັງກອນ ຫາວັນທີ 31 ມີນາ 2022, ແຕ່ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ-19 ໃນປະຈຸບັນມີທ່າອ່ຽງເພີ່ມຂື້ນ ແລະ ແຜ່ກະຈາຍໄປໃນຂອບເຂດທົ່ວປະເທດ ສະນັ້ນ, ເພື່ອຮັບປະກັນໃນການປ້ອງກັນບໍ່ໃຫ້ມີການຕິດເຊື້ອພະຍາດດັ່ງກ່າວ ແລະ ທັງຮັບປະກັນໃຫ້ສາມາດຈັດເກັບຄ່າທໍານຽມທາງໄດ້ຢ່າງຄົບຖ້ວນ, ຈຶ່ງເຫັນດີເລື່ອນເວລາເສຍຄ່າທໍານຽມທາງ ປະຈໍາປີ 2022 ໄປຈົນເຖິງວັນທີ 30 ມິຖຸນາ 2022 ໂດຍບໍ່ມີການປັບໃຫມ;
2. ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງໃດຫາກເສຍຄ່າທໍານຽມທາງ ຊັກຊ້າ ຫຼື ບໍ່ເສຍຄ່າທໍານຽມທາງໃນປີຜ່ານໆມາ ຈະຖືກປະຕິບັດມາດຕະການປັບໃຫມ ດັ່ງນີ້:
– ເສຍຄ່າທໍານຽມທາງຊັກຊ້າກວ່າກໍານົດເວລາທີ່ລະບຸໄວ້ ຂໍ້ 1 ຂ້າງເທິງ ຖືກປັບໃຫມ 0,1% ຕໍ່ມື້ ຂອງມູນຄ່າທີ່ຕ້ອງເສຍຄ່າທໍານຽມທາງ ປະຈໍາປີ;
– ບໍ່ເສຍຄ່າທໍານຽມທາງຂອງປີຜ່ານມາ ຫນຶ່ງປີ ຖືກປັບໃຫມ 40% ຂອງມູນຄ່າທີ່ຕ້ອງເສຍຄ່າທໍານຽມທາງ ປະຈໍາປີ;
– ບໍ່ເສຍຄ່າທໍານຽມທາງຂອງປີຜ່ານມາ ສອງປີຂື້ນໄປ ຖືກປັບໃຫມ 60% ຂອງມູນຄ່າທີ່ຕ້ອງເສຍຄ່າທໍານຽມທາງ ປະຈໍາປີ; ເສຍຄ່າທໍານຽມທາງ ບໍ່ຖືກຕ້ອງຕາມທີ່ໄດ້ກໍານົດໄວ້ໃນລະບຽບການ ຕ້ອງໄດ້ເສຍຄ່າທໍານຽມທາງຕື່ມໃຫ້ຄົບຖ້ວນຕາມຈໍານວນທີ່ຕ້ອງເສຍ ພ້ອມທັງຖືກປັບໃຫມ 60% ຂອງມູນຄ່າທີ່ຕ້ອງເສຍຕື່ມ;
– ປອມແປງການເສຍຄ່າທໍານຽມທາງໃນທຸກຮູບແບບ ຖືກປັບໃຫມສອງເທົ່າຂອງຄ່າທໍານຽມທາງທີ່ຕ້ອງເສຍແລະ ຈະຖືກລົງໂທດທາງອາຍາ ຕາມກໍລະນີ ເບົາ ຫຼື ຫນັກ.


3. ການຊໍາລະຄ່າທໍານຽມທາງ ໃຫ້ຊໍາລະຜ່ານລະບົບທະນາຄານ ເປັນຕົ້ນ ທະນາຄານ ການຄ້າຕ່າງປະເທດລາວ ແລະ
ບັນດາທະນາຄານຕົວແທນ ຄື: ທະນາຄານ ສົ່ງເສີມກະສິກໍາ, ທະນາຄານ ພັດທະນາລາວ, ທະນາຄານ ຮ່ວມທຸລະ ກິດລາວ-ຫວຽດ, ທະນາຄານ ລາວ-ຈີນ, ທະນາຄານ ບີໄອຊີ, ທະນາຄານ ອິນໂດຈີນ, ທະນາຄານ ຮ່ວມ ພັດທະນາ, ທະນາຄານ ເອັສທີ ແລະ ທະນາຄານ ລາວ-ຝຣັ່ງ, ດ້ວຍຊ່ອງທາງຕ່າງໆ ເຊັ່ນ: ຊໍາລະຜ່ານ ເຄົາເຕີ ທະນາຄານ(Counter),
BCEL One ຫລື BCEL i-bank, ATM, ຕູ້ອັດຕະໂນມັດ(Kiosk) ຫຼື ຊໍາລະຜ່ານ
ຈຸດບໍລິການທີ່ໄດ້ຮັບອະນຸຍາດ(BCOME);
4. ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ໄດ້ຊື້ຍານພາຫະນະໃຫມ່ (ຊື້ອອກຮ້ານ, ມືຫນຶ່ງ) ພາຍໃນເດືອນ ຕຸລາ ຫາເດືອນ ທັນວາ 2022 ແມ່ນຖືກງົດເກັບຄ່າທໍານຽມທາງ ປະຈໍາປີ 2022;
5. ເຈົ້າຫນ້າທີ່ຈາລະຈອນ ເປັນຜູ້ເຮັດຫນ້າທີ່ກວດກາ, ຊຸກຍູ້ການເສຍຄ່າທໍານຽມທາງ ແລະ ນໍາໃຊ້ມາດຕະການປັບໃຫມຕໍ່ຜູ້ລະເມີດໃນການເສຍຄ່າທໍານຽມທາງ ໃນຂອບເຂດທົ່ວປະເທດ;


6. ກົມສ່ວຍສາອາກອນ ເປັນເຈົ້າການປະສານສົມທົບກັບທະນາຄານ ການຄ້າຕ່າງປະເທດລາວ(ຄູ່ສັນຍາ) ເພື່ອຊີ້ນໍາ, ຕິດຕາມ, ກວດກາ ແລະ ຊຸກຍູ້ ຂະແຫນງການຂອງຕົນໃນຂອບເຂດທົ່ວປະເທດ ຈັດຕັ້ງປະຕິບັດເກັບຄ່າທໍານຽມທາງ ປະຈໍາປີ 2022 ໃຫ້ມີປະສິດທິຜົນ, ໂປ່ງໃສ, ທັນເວລາ; 7. ສ່ວຍສາອາກອນ ປະຈໍາ ແຂວງ, ນະຄອນຫລວງ, ສ່ວຍສາອາກອນ ປະຈໍາ ເມືອງ ແລະ ນະຄອນ ຕ້ອງເພີ່ມທະວີ
ແລະ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງຈັດຕັ້ງປະຕິບັດເກັບຄ່າທໍານຽມທາງ ປະຈໍາປີ 2022 ໃຫ້ຖືກຕ້ອງ, ຄົບຖ້ວນ ຕາມລະບຽບການ ແລະ ໃຫ້ບັນລຸຕາມແຜນການ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...