Homeຂ່າວຕ່າງປະເທດອັງກິດ-ອິນເດຍ ສົ່ງເສີມການຮ່ວມມືທາງເສດຖະກິດ

ອັງກິດ-ອິນເດຍ ສົ່ງເສີມການຮ່ວມມືທາງເສດຖະກິດ

Published on

ຕາມ​ການລາຍງານຂ່າວ​ຈາກ Ahmedabad ໃຫ້ຮູ້ວ່າ: ທ່ານ ບໍຣີສ ຈອນ​ສັນ ນາຍົກ ລັດຖະມົນຕີ ອັງກິດ ​ເດີນທາງ ​ມາ​ເຖິງ ​ອິນ​ເດຍ ​ໃນວັນ​ທີ 21 ​ເມສາ​ນີ້ເພື່ອເຂົ້າຮ່ວມກອງ​ປະຊຸມ​ ສຸດ​ຍອດ ສຳລັບ​ຜູ້ນຳ​ທັງ​ສອງປະ​ເທດ ​ເຊິ່ງຈະ​ມີຂຶ້ນ ໃນ​ວັນ​ທີ 22 ​ເມສາ​ນີ້ ຢ່າງ​ເປັນ​ທາງ​ການ.

​ກອງປະຊຸມດັ່ງກ່າວເພື່ອ​ສົ່ງ​ເສີມ ​ການ​ຮ່ວມ​ມື ​ທາງ​ເສດຖະກິດ ​ໂດຍ​ສະ​ເພາະ ການ​ລົງທຶນ ​ໃນ​ອິນ​ເດຍ​ ໃຫ້​ຫຼາຍຂຶ້ນ ​ໂດຍ​ຄາດ​ວ່າ​ ຈະ​ມີ​ການ​ເຮັດ ​ຂໍ້​ຕົກລົງ ດ້ານ​ການ​ ລົງທຶນ 2 ຝ່າຍ ມູນ​ຄ່າ​ຫລາຍ​ກວ່າ 1 ​ຕື້​ປອນ ລວມທັງ​ ຫຸ່ນ​ຍົນ, ລົດ​ໄຟຟ້າ ​ແລະ ການ​ປ່ອຍດາວ​ທຽມ ​ແລະ ຈະ​ເກີດ​ ການ​ຈ້າງ​ງານ ​ໃນ​ອັງກິດເກືອບ 11.000 ຕຳ​ແໜ່​ງ.
ຂໍ້ມູນ: ຂປລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...