spot_img
Homeຂ່າວພາຍ​ໃນ(ຄບຕ) ພົບຄວາມຄວາມຫຍຸ້ງຍາກ ແລະ ຍັງມີຫາງສຽງຈາກສັງຄົມໃນການເກັບມ້ຽນຂີ້ເຫຍື້ອ

(ຄບຕ) ພົບຄວາມຄວາມຫຍຸ້ງຍາກ ແລະ ຍັງມີຫາງສຽງຈາກສັງຄົມໃນການເກັບມ້ຽນຂີ້ເຫຍື້ອ

Published on

ປັດຈຸບັນ, ຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ (ຄບຕ) ຍັງພົບຄວາມຄວາມຫຍຸ້ງຍາກ ໃນການເກັບມ້ຽນຂີ້ເຫຍື້ອ ແລະ ຍັງມີຫາງສຽງຈົ່ມວ່າຈາກສັງຄົມ ໃນການຈັດຕັ້ງປະຕິບັດວຽກງານ ເພາະບໍ່ ທັນໄດ້ດີເທົ່າທີ່ຄວນ, ແຕ່ຢ່າງໃດກໍຕາມໃນຕໍ່ຫນ້າ ຫ້ອງການ ຄບຕ ຈະມີການປັບປຸງຮ່າງນິຕິກໍາຄືນໃຫມ່ ແລະ ຂອດຈັດຕັ້ງປະຕິບັດໃຫ້ດີກວ່າເກົ່າ.

ອີງຕາມ ທ່ານ ບຸນຈັນ ແກ້ວສີທໍາມະ ຫົວຫນ້າຫ້ອງການ ຄບຕ ໃຫ້ສໍາພາດ ວ່າ: ຜ່ານມາ, ການຈັດຕັ້ງປະຕິບັດກ່ຽວກັບ ການເກັບມ້ຽນຂີ້ເຫຍື້ອ ໃນນະຄອນຫຼວງວຽງຈັນ ຍັງພົບ ຄວາມຫຍຸ້ງຍາກຫຼາຍ ຍ້ອນວ່າຍັງມີປະຊາຊົນຈໍານວນໜຶ່ງບໍ່ເຮັດສັນຍາເກັບມ້ຽນຂີ້ເຫຍື້ອ ຍ້ອນບໍ່ຢາກຈ່າຍເງິນ, ເຮັດໃຫ້ເກີດມີການລັກເອົາຂີ້ເຫຍື່ອໄປຖີ້ມໃສ່ເນື້ອທີ່ດິນເປົ່າຫວ່າງຕ່າງໆ; ຂະນະດຽວກັນ, ບາງຄອບຄົວທີ່ເຮັດສັນຍາແລ້ວເອົາຂີ້ເຫຍື້ອອອກມາປະໄວ້ໜ້າເຮືອນ ກ່ອນມື້ລົດຈະໄປເກັບເອົາ ເຮັດໃຫ້ມີສັດ ແລະ ບຸກຄົນຈໍານວນຫນຶ່ງທີ່ເລາະເກັບເອົາຕຸກເປົ່າໄປຂາຍ ຄົ້ນຮື້ຈົນເປົ້າຂາດ ຫຼື ເຂັ້ງລົ້ມ ເຮັດໃຫ້ຂີ້ເຫຍື້ອ ຕົກເຮຍຊະຊາຍໄປບ່ອນອື່ນ. ນອກນີ້, ມີບາງບ່ອນເປັນທາງຮ່ອມແຄບ ເຮັດໃຫ້ລົດເກັບມ້ຽນຂີ້ເຫຍື້ອ ເຂົ້າເຖິງບໍ່ໄດ້ ແລະອື່ນໆ.

ຄຽງຄູ່ກັນນີ້, ໃນໄລຍະຜ່ານມາ ການຈັດຕັ້ງປະຕິບັດເກັບມ້ຽນຂີ້ເຫຍື້ອຂອງ ຫ້ອງການ ຄບຕ ຍັງມີ ຫາງສຽງຈໍານວນໜຶ່ງເກີດຂຶ້ນໃນສັງຄົມກ່ຽວກັບ ບັນຫາລົດບໍ່ໄປເກັບເອົາຂີ້ເຫຍື້ອຢູ່ບັນດາຄອບຄົວທີ່ມີ ສັນຍາກັນໄວ້, ເຊິ່ງຄະນະຮັບຜິດຊອບທີ່ກ່ຽວຂ້ອງຂອງ ຄບຕ ໄດ້ກວດກາຢ່າງລະອຽດ ເຫັນວ່າ: ມີຄົນຂັບລົດ ແລະ ແອັດລົດເກັບມ້ຽນຂີ້ເຫຍື້ອຈໍານວນໜຶ່ງ ສວຍຊ່ອງວ່າງຫາຜົນປະໂຫຍດສ່ວນຕົວ ດ້ວຍການເຮັດສັນຍາເກັບມ້ຽນຂີ້ເຫຍື້ອກັບປະຊາຊົນໂດຍທີ່ ຄບຕ ບໍ່ຮູ້ເລື່ອງນໍາ.

ນອກຈາກນີ້, ຍັງໄດ້ສວຍໂອກາດເກັບເງິນນໍາບາງຄອບຄົວ ທີ່ໄດ້ເຮັດສັນຍາເກັບມ້ຽນຂີ້ເຫຍື້ອ ແຕ່ມີຂີ້ເຫຍື້ອເກີນກໍານົດ ເນື່ອງຈາກຕາມສັນຍາທີ່ເຮັດໄວ້ກັບ ຄບຕ ຄອບຄົວຫນຶ່ງແມ່ນ ອະນຸຍາດໃຫ້ມີຂີ້ເຫຍື້ອ 1 ເຄັ່ງ ຫຼື 1 ເປົ້າຕໍ່ອາທິດ (ອາທິດໜຶ່ງມີລົດໄປເກັບເອົາຂີ້ເຫຍື້ອ 1 ຄັ້ງ), ລວມ 1 ເດືອນ ລົດຕ້ອງໄປເກັບ ມ້ຽນຂີ້ເຫຍື້ອ ທັງໝົດ 4 ຄັ້ງ ໃນລາຄາ 40.000 ກີບ/ເດືອນ, ແຕ່ບາງຄອບຄົວມີຂີ້ເຫຍື້ອເກີນກໍານົດ ເຮັດໃຫ້ຄົນຂັບລົດ ແລະ ແອັດລົດສວຍໂອກາດຂໍເງິນເພີ່ມແຕ່ເອົາເຂົ້າຖົງຕົວເອງ, ຖ້າຄອບຄົວໃດຈ່າຍກໍເກັບມ້ຽນຂີ້ເຫຍື້ອໄປ ແຕ່ຄອບຄົວໃດບໍ່ຈ່າຍກໍ່ປະຖີ້ມຂີ້ເຫຍື້ອທີ່ເກີນກໍານົດນັ້ນໄວ້ແລ້ວໜີໄປ ເຮັດໃຫ້ຂີ້ເຫຍື້ອ ທີ່ປະໄວ້ເຮ່ຍຊະຊາຍ ເມື່ອຄົນມາເຫັນຈຶ່ງຕີລາຄາວ່າລົດບໍ່ໄປເກັບມ້ຽນຂີ້ເຫຍື້ອ ແລ້ວເກີດມີຫາງສຽງຂຶ້ນ.

ເພື່ອແກ້ໄຂບັນຫາທີ່ເກີດຂຶ້ນ ທາງ ຄບຕ ໄດ້ຮຽກຄົນຂັບລົດ ແລະ ແອັດລົດທີ່ກະທໍາຜິດມາສຶກສາ ອົບຮົມກ່າວເຕືອນແລ້ວ, ຖ້າມີການກະທໍາຜິດອີກ ຈະຖືກໄລ່ອອກທັນທີ.

ນອກຈາກນີ້, ຄບຕ ກໍາລັງປັບປຸງ ນິຕິກໍາກ່ຽວກັບ ການເກັບມ້ຽນຂີ້ເຫຍື້ອຄືນໃຫມ່ໃຫ້ເຂັ້ມງວດ ເພື່ອໃຫ້ແຕ່ລະຄອບຄົວໄດ້ຈ່າຍຄ່າຂີ້ເຫຍື້ອ ຕາມຕົວຈິງທີ່ມີໃນຄອບຄົວ ແລະ ຮັບປະກັນບໍ່ໃຫ້ມີການສວຍໃຊ້ຊ່ອງວ່າງຫາຜົນປະໂຫຍດສ່ວນຕົວເກີດຂຶ້ນ ແລະ ຮັບປະກັນບໍ່ໃຫ້ມີລາຍຮັບຕົກເຮ່ຍເສຍຫາຍເກີດຂຶ້ນ ເພາະນີ້ຖືເປັນມາດຕະການນຶ່ງໃນການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຂອງ ລັດຖະບານ, ເຊິ່ງຄາດວ່າ ການປັບປຸງຈະສໍາເລັດໃນອີກບໍ່ດົນນີ້ ເພື່ອໃຫ້ກອງປະຊຸມສະພາປະຊາຊົນ ນະຄອນຫຼວງວຽງຈັນ ພິຈາລະນາ ແລະ ຮັບຮອງເອົາໃນຕໍ່ຫນ້າ.

ດັ່ງນັ້ນ, ຫົວໜ້າຫ້ອງການ ຄບຕ ໄດ້ຮຽກຮ້ອງໃຫ້ທຸກຄອບຄົວ ຈົ່ງເຮັດສັນຍາເກັບມ້ຽນຂີ້ເຫຍື້ອນໍາ ຄບຕ ເພື່ອບໍ່ໃຫ້ມີການຖີ້ມຂີ້ເຫຍື້ອຊະຊາຍເກີດຂຶ້ນ, ທັງເປັນການປະກອບສ່ວນໃນການຈັດຕັ້ງປະຕິບັດ ສ.ສະອາດ ຂອງນະຄອນຫຼວງວຽງຈັນ ຕື່ມອີກ.

ແຫຼ່ງຂ່າວ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...