Homeຂ່າວພາຍ​ໃນປະເທດລາວສູນເສຍທຶນຈາກການສໍ້ລາດບັງຫຼວງຫຼາຍກວ່າ 8 ພັນຕື້ກີບ ຕັ້ງແຕ່ປີ 2016

ປະເທດລາວສູນເສຍທຶນຈາກການສໍ້ລາດບັງຫຼວງຫຼາຍກວ່າ 8 ພັນຕື້ກີບ ຕັ້ງແຕ່ປີ 2016

Published on

ນັບແຕ່ປີ 2016 ເປັນຕົ້ນມາ ລັດຖະບານລາວໄດ້ສູນເສຍເງິນທຶນໃນສະກຸນເງິນຕ່າງໆເປັນຈໍານວນທັງໝົດ 732 ລ້ານໂດລາ ຫຼື ຫຼາຍກວ່າ 8 ພັນຕື້ກີບຈາກການສໍ້ລາດບັງຫລວງ, ອີງຕາມລາຍງານຫຼ້າສຸດ.

ອົງການກວດກາແຫ່ງລັດກ່າວໃນກອງປະຊຸມທີ່ຈັດຂຶ້ນຢູ່ແຂວງອຸດົມໄຊວ່າ ສະມາຊິກພັກຈໍານວນ 3,690 ຄົນ ໄດ້ຖືກລົງໂທດທາງວິໄນກ່ຽວກັບການສໍ້ລາດບັງຫຼວງນັບຕັ້ງແຕ່ປີ 2016 ເປັນຕົ້ນມາ. ວຽງຈັນທາມສ໌ ລາຍງານວ່າ ມີຫຼາຍກວ່າ 2,000 ຄົນໃນຈຳນວນນີ້ຖືກໄລ່ອອກ ໃນຂະນະທີ່ຜູ້ອື່ນຖືກຫຼຸດຊັ້ນ ແລະ ຖືກຫ້າມບໍ່ໃຫ້ເຂົ້າຮ່ວມການເຄື່ອນໄຫວຂອງພັກ. ອົງການກວດກາແຫ່ງລັດໄດ້ເຜີຍແຜ່ບົດລາຍງານພາຍຫຼັງສຳເລັດການກວດກາໂຄງການພັດທະນາພື້ນຖານໂຄງລ່າງ, ບໍລິສັດຂຸດຄົ້ນບໍ່ແຮ່ ແລະ ໄມ້ແປຮູບ ພ້ອມທັງຄຸ້ມຄອງການນຳໃຊ້ທີ່ດິນ ໂດຍສົມທົບກັບອົງການປົກຄອງແຂວງ.

ຈາກການສູນເສຍ​ຈຳນວນ​ມະຫາສານ​ຈາກ​ການ​ສໍ້​ລາດ​ບັງ​ຫຼວງ​ນັບ​ແຕ່​ປີ 2016, ອຳນາດ​ການ​ປົກຄອງ​ສາມາດ​​ກູ້ຄືນ​ໄດ້​ພຽງແຕ່ 1,82 ຕື້​ກີບ (ປະມານ 152 ລ້ານໂດລາ) ​ທີ່ຖືກສໍ້ໂກງໂດຍ​ເຈົ້າ​ໜ້າ​ທີ່​ສໍ້​ລາດ​ບັງ​ຫຼວງ. ເຈົ້າໜ້າທີ່ກວດກາຍັງໄດ້ກວດກາໂຄງການລົງທຶນຂອງລັດ ແລະ ພົບວ່າມີເຈົ້າໜ້າທີ່ຈໍານວນໜຶ່ງມີສ່ວນພົວພັນກັບການໃຊ້ງົບປະມານໃນທາງທີ່ຜິດ ລວມທັງເຈົ້າໜ້າທີ່ລັດ ແລະ ຜູ້ບໍລິຫານຂອງບໍລິສັດ. ໂຄງ​ການ​ກໍ່​ສ້າງ​ຂົວ ​ແລະ​ ຖະ​ໜົນ​ຫົນ​ທາງ​ເປັນໂຄງການ​ຫຼັກ​ໃນການ​ສໍ້​ລາດ​ບັງ​ຫຼວງ​, ອີງ​ຕາມ​ການ​ລາຍ​ງານ​.

ທ່ານ ດຣ. ບຸນທອງ ຈິດມະນີ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານສູນກາງພັກ, ຮອງປະທານປະເທດລາວ ທີ່ເຂົ້າຮ່ວມກອງປະຊຸມ ໄດ້ຮຽກຮ້ອງໃຫ້ອົງການກວດກາແຫ່ງລັດ ແລະ ຂະແໜງການທີ່ກ່ຽວຂ້ອງ ຈົ່ງເອົາໃຈໃສ່ ແລະ ມີຄວາມຮັບຜິດຫຼາຍຂື້ນໃນການເປີດ​ເຜີຍ​ການ​ສໍ້​ລາດ​ບັງ​ຫຼວງ​ ແລະ​ ເຈົ້າ​ໜ້າ​ທີ່​ສໍ້​ລາດ​ບັງ​ຫຼວງ.

ສປປ ລາວ ຢູ່ໃນອັນດັບທີ 128 ຂອງດັດຊະນີການຮັບຮູ້ການສໍ້ລາດບັງຫຼວງ (CPI) ຈາກ 180 ປະເທດ ໃນປີ 2021.

ອ້າງອີງຈາກ: The Laotian Times

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...