Homeຂ່າວພາຍ​ໃນທາງການລາວກຽມເປີດການທ່ອງທ່ຽວຄືນໃໝ່ຢ່າງເຕັມຮູບແບບ

ທາງການລາວກຽມເປີດການທ່ອງທ່ຽວຄືນໃໝ່ຢ່າງເຕັມຮູບແບບ

Published on

ທາງການລາວກໍາລັງກະກຽມທີ່ຈະເລີ່ມເປີດໃຫ້ບໍລິການທ່ອງທ່ຽວໄລຍະໃໝ່ອີກຄັ້ງ ເຊິ່ງຈະຕ້ອງໄດ້ມີການກວດພະຍາດໂຄວິດ-19 ກ່ອນອອກເດີນທາງ ແລະ ເວລາເດີນທາງມາຮອດ.

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ໄດ້ກ່າວໃນພິທີຖະແຫຼງຂ່າວຂອງຄະນະສະເພາະກິດເພື່ອປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ວ່າ: ປັດຈຸບັນປະເທດເຮົາກໍາລັງກະກຽມການເປີດບໍລິການຄືນໃໝ່ຢ່າງເຕັມຮູບແບບ. ອີງຕາມກົດລະບຽບການເຂົ້າປະເທດສະບັບໃໝ່, ເຊິ່ງຈະຖືກປະກາດຢ່າງເປັນທາງການໃນກອງປະຊຸມຖະແຫຼງຂ່າວໃນອະນາຄົດ, ນັກທ່ອງທ່ຽວທີ່ເດີນທາງເຂົ້າມາໃນລາວຈະຕ້ອງຜ່ານການກວດພະຍາດໂຄວິດ-19 ສອງຄັ້ງ.

ທ່ານ ດຣ. ສີສະຫວາດ ກ່າວວ່າ ນັກທ່ອງທ່ຽວຈະຕ້ອງໄດ້ເຮັດການທົດສອບ RT-PCR 72 ຊົ່ວໂມງກ່ອນອອກເດີນທາງ, ເຊັ່ນດຽວກັນກັບ RDT (Rapid Diagnostic Test) ເມື່ອເດີນທາງມາຮອດ. ທ່ານ ກ່າວວ່າ “ໄລຍະເວລາທີ່ລໍຖ້າຜົນກວດແມ່ນຂຶ້ນກັບຈໍານວນນັກທ່ອງທ່ຽວທີ່ເດີນທາງມາຮອດ.”

ຜູ້ທີ່ຕິດເຊື້ອໂຄວິດ-19 ແລະ ຫາຍດີແລ້ວບໍ່ຈໍາເປັນຕ້ອງເຮັດການທົດສອບ RT-PCR, ຢ່າງໃດກໍ່ຕາມຕ້ອງມີໃບຢັ້ງຢືນການແພດຢ່າງເປັນທາງການ.

ນັກທ່ອງທ່ຽວຜູ້ທີ່ມີຜົນກວດ RDT ເປັນລົບອາດຈະໄດ້ເຂົ້າປະເທດຢ່າງອິດສະຫຼະ, ໃນຂະນະດຽວກັນຜູ້ທີ່ມີຜົນກວດເປັນບວກຈະຕ້ອງໄດ້ກັກໂຕຢູ່ໂຮງແຮມທີ່ກໍານົດໄວ້. ຜູ້​ທີ່​ມີ​ອາ​ການ​ຮ້າຍ​ແຮງ​ຈະ​ໄດ້​ຮັບ​ການ​ເຂົ້າ​ປິ່ນປົວຢູ່ໂຮງ​ຫມໍ​.

ຂ່າວ​ດັ່ງກ່າວ​ມີ​ຂຶ້ນຫຼັງ​ຈາກ​ທີ່​ ທ່ານ ພັນ​ຄຳ ວິພາ​ວັນ ​ນາຍົກລັດຖະມົນຕີ ​ໄດ້​ຕົກລົງ​ຈະ​ເປີດ​ປະ​ເທດ​ຄືນ​ໃໝ່ດ້ານ​ການທ່ອງທ່ຽວ​ຢ່າງ​ເຕັມ​ຮູບແບບ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ກ່າວ​ວ່າ, ທ່ານ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ “ໃນ​ຫຼັກ​ການ” ໃນການເປີດປະເທດຄືນໃໝ່ ແລະ ​ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ​ຄວນ “ຖອດ​ຖອນ​ບົດ​ຮຽນ​ຈາກ​ປະ​ເທດ​ເພື່ອນບ້ານ​” ເມື່ອ​ຮ່າງ​ລະ​ບຽບ​ການ​ໃໝ່.

ແຫຼ່ງຂ່າວຈາກ: The Laotian Times

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...