Homeປະເພນີ-ວັດທະນະທຳຊາວລາວຮ່ວມແຫ່ຜາສາດເຜິ້ງ ໃນງານບຸນນະມັດສະການພະທາດຫຼວງ

ຊາວລາວຮ່ວມແຫ່ຜາສາດເຜິ້ງ ໃນງານບຸນນະມັດສະການພະທາດຫຼວງ

Published on

69e00a41e924924cf06fc703cb3ea473

 

ໃນ​ມື້​ຂື້ນ 14 ຄ່ຳ ເດືອນ 12 ລາວ ກົງ​ກັບ​ວັນ​ທີ 5 ພະ­ຈິກ 2014 ປວງ​ຊົນ​ລາວ​ທັງ​ຊາດ ໂດຍ​ສະ­ເພາະຊາວ​ນະ­ຄອນ­ຫຼວງ​

ວຽງ​ຈັນ​ນ້ອຍ-ໃຫຍ່ທຸກ​ຖ້ວນ​ໜ້າ​ໄດ້​ຮ່ວມ​ຂະ​ບວນ ​ແຫ່​ຜາສາດ​ເຜິ້ງ​ຢ່າງ​ຄຶກ­ຄື້ນ ເນື່ອງ​ໃນ​ງານບຸນ​ນະ­ມັດ­ສະ­ການ​ພະ

​ທາດ­ຫຼວງ​ວຽງ ຈັນ​ທີ່​ຈັດ​ຂຶ້ນ​ໃນ​ລະ­ຫວ່າງ​ວັນ​ທີ 31 ຕຸ­ລາ-6 ພະ­ຈິກ 2014.

 

ບັນ­ຍາ­ກາດ​ຂະ​ບວນ​ແຫ່​ຜາ­ສາດເຜີ້ງ​ເຕັມ​ໄປ​ດ້ວຍ​ຄວາມ​ເບີກ­ບານ​ມ່ວນຊື່ນ​ ຂອງ​ພໍ່​ແມ່​ປະ­ຊາ­ຊົນ​ຊາວ​ລາວ​ສະແດງ​

ອອກ​ໃນ​ການ​ສົ່ງ​ສຽງ​ໂຮ​ຮ້ອງ​ຢ່າງຟົດ​ ສະ­ໜັ່ນ​ມີ​ຂະ​ບວນ​ແຫ່​ຜາ­ສາດ​ເຜິ້ງທີ່​ມາ​ຈາກ​ຫຼາຍ​ພາກ­ສ່ວນ ຊຶ່ງ​ໃຫ້​ກຽດນຳ­

ພາ​ຂະ​ບວນ​ແຫ່ ໂດຍ​ທ່ານ ດຣ.ພັນຄຳ ວິ­ພາ​ວັນ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ​ຜູ້​ຊີ້​ນຳ​ວຽກ​ງານ​ວັດ­ທະ­ນະ­ທຳ-ສັງ­ຄົມ ທ່ານ

ດຣ. ສິນ​ລະ​ວົງ ຄຸດ​ໄພ­ທູນ ເຈົ້າຄອງ​ນະ­ຄອນ­ຫຼວງ​ວຽງ​ຈັນ ພ້ອມ​ດ້ວຍ​ພໍ່​ແມ່​ປະ­ຊາ­ຊົນ​ທຸກ​ໝູ່​ເຫຼົ່າ​ເຂົ້າ​ຮ່ວມ​ຢ່າງ​ຄັບ­ຄາ

​ໜາ​ແໜ້ນ.

 

ບຸນ​ນະ­ມັດ­ສະ­ການ​ພະ​ທາດ­ຫຼວງວຽງ​ຈັນ​ ແມ່ນ​ບຸນ​ປາງ​ໃຫຍ່​ສຸດ​ຂອງລາວ​ທີ່​ເປັນ​ຮີດ­ຄອງ​ປະ­ເພ­ນີ​ທີ່​ດີ­ງາມຂອງ​ຊາດ ​

ທີ່​ສືບ​ທອດ​ກັນ​ມາ​ແຕ່​ບູ­ຮານນະ​ການ ຈົນ​ຮອດ​ປະ­ຈຸ​ບັນ​ກໍ​ຍັງ​ຈັດ​ຂຶ້ນເປັນ​ປະ­ຈຳ​ໃນ​ທຸກໆ​ປີ, ສຳ­ລັບ​ປີ​ນີ້ ມີຫຼາກ​ຫຼາຍ​

ກິດ­ຈະ­ກຳ​ທີ່​ສ້າງ​ຄວາມ​ສົນ ໃຈ​ເປັນ​ຢ່າງ​ຍິ່ງ​ຕໍ່​ແຂກ​ຕ່າງ​ດ້າວ​ຊາວຕ່າງ​ແດນ​ເມື່ອ​ພົບ​ເຫັນ ໂດຍ​ສະ­ເພາະຂະ​ບວນ​ແຫ່

​ຜາ­ສາດ​ເຜິ້ງ​ທີ່​ມີ​ຄວາມ​ສວຍງາມ​ເປັນ​ເອ­ກະ­ລັກ​ ສະ­ເພາະ​ຍິ່ງ​ເມື່ອ​ມີຫຼາຍ​ຂະ​ບວນ​ທີ່​ມາ​ຈາກ 9 ຕົວ ເມືອງຂອງ​ນະ­ຄອນ

­ຫຼວງ, ພາກ­ສ່ວນ​ອົງ­ການຈັດ​ຕັ້ງ​ສາ­ກົນ, ບໍ­ລິ­ສັດ​ຫ້າງ​ຮ້ານ​ແຫ່​ເຂົ້າສະ­ໜາມ​ຫຼວງ​ຍິ່ງ​ສ້າງ​ຄວາມ​ຕື່ນ​ຕາ​ຕື່ນ​ໃຈ.

 

ແນວ­ໃດ​ກໍ​ດີ ການ​ແຫ່​ຜາ­ສາດ​ເຜີ້ງໃນ​ງານ​ບຸນ​ນະ­ມັດ­ສະ­ການ​ພະ​ທາດ­ຫຼວງແມ່ນ​ສະ­ແດງ​ໃຫ້​ ເຫັນ​ວ່າ ປະ­ຊາ­ຊົນ​ລາວ

ມີ​ຄວາມ​ເຫຼືອມ​ໃສ​ສັດ­ທາ​ທາງ​ພຸດ​ທະ​ສາສະ­ໜາ ແລະ ເຫັນ​ໄດ້​ຄວາມ​ສຳ­ຄັນ​ຂອງພະ​ທາດ­ຫຼວງ​ອັນ​ເປັນ​ປູ­ຊະ­ນີ­ຍະ­ສະ­

ຖານບູ­ຮານ​ ອັນ​ເກົ່າ​ແກ່​ຂອງ​ຊາດ​ລາວ​ທີ່ໄດ້​ສ້າງ​ຂຶ້ນ​ໃນ​ສະ­ໄໝ​ເຈົ້າ​ໄຊ​ເສດ​ຖາ​ທິລາດ.

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...