Homeຂ່າວຕ່າງປະເທດທະນາຄານກາງຂອງຣັດເຊຍໄດ້ຕັດເງິນສໍາຮອງໂດລາ

ທະນາຄານກາງຂອງຣັດເຊຍໄດ້ຕັດເງິນສໍາຮອງໂດລາ

Published on

ໃນ​ທ້າຍ​ປີ 2021, ກ່ອນ​ທີ່​ຈະ​ເກີດ​ສົງ​ຄາມຢູເຄຣນ ຣັດ​ເຊຍ​ໄດ້​ເລີ່ມ​​ຫຼຸດ​ຜ່ອນ​ການ​ເປີດຮັບ​ເງິນ​ໂດ​ລາ​ ແລະ ​ເພີ່ມ​ເງິນ​ຢວນ ​ແລະ​ ເງິນ​ເອີ​ໂຣ​ໃນ​ການ​ຄອບ​ຄອງ​ຂອງ​ຕົນ.

ໃນປັດຈຸບັນ ຣັດເຊຍມີທຶນສໍາຮອງໃນສະກຸນເງິນຢວນ ແລະ ທອງຄໍາພຽງພໍ ເຖິງແມ່ນວ່າຈະມີມາດຕະການຂວ້າມບາດຂອງຕາເວັນຕົກທີ່ຕັດການເຂົ້າເຖິງສະກຸນເງິນບາງປະເທດ, ທ່ານ ເອລວິຣາ ນາບິລລິນາ, ຜູ້ວ່າການທະນາຄານຂອງຣັດເຊຍ ກ່າວໃນບົດລາຍງານປະຈໍາປີຕໍ່ລັດຖະສະພາໃນວັນຈັນທີ່ຜ່ານມາ.

ວັນ​ທີ 1 ມັງກອນ​, ທະນາຄານ​ກາງຣັດ​ເຊຍ​ໄດ້​ຫຼຸດ​ຄັງ​ສຳຮອງ​ເງິນ​ໂດ​ລາ​ຈາກ 21,2% ​ເປັນ 10,9% ​ເມື່ອ​ທຽບ​ໃສ່​ປີ​ກ່ອນ, ອີງ​ຕາມ​ບົດ​ຄວາມ​ຂອງ Bloomberg.

​ໃນ​ຂະນະ​ດຽວກັນ, ການ​ຖື​ຄອງ​ເງິນ​ຢວນຂອງຣັດ​ເຊຍ​ໄດ້​ເພີ່ມ​ຂຶ້ນ​ຈາກ 12,8% ຂຶ້ນເປັນ 17,1% ​ເມື່ອ​ທຽບ​ໃສ່​ປີ​ກາຍ. ສ່ວນແບ່ງຂອງເອີໂຣແມ່ນເພີ່ມຂຶ້ນຈາກ 29.2% ເປັນ 33.9%, ແລະ ທອງຄໍາສຳຮອງໄດ້ຫຼຸດລົງເລັກນ້ອຍ ອີງຕາມຂໍ້ມູນຂອງທະນາຄານ.

ທ່ານ ນາບິລລິນາ ກ່າວຕໍ່ລັດຖະສະພາວ່າ ເສດຖະກິດຂອງຣັດເຊຍໃນທີ່ສຸດຈະສາມາດກັບຄືນສູ່ເສັ້ນທາງການຂະຫຍາຍຕົວຫຼັງຈາກ GDP ຂອງປະເທດຫຼຸດລົງ.

ນັບ​ຕັ້ງ​ແຕ່​ຣັດ​ເຊຍ​ໂຈມຕີຢູເຄຣນ​ຄັ້ງ​ທຳ​ອິດ​ໃນ​ວັນ​ທີ 24 ກຸມພາ​, ອາ​ເມ​ລຣິກາ ​ແລະ ​ປະ​ເທດ​ອື່ນໆ​ໄດ້​ວາງ​ມາດ​ຕະການ​ຂວ້າມບາດ​ດ້ານ​ການ​ເງິນ​ຢ່າງ​ເຂັ້ມ​ງວດ​ຕໍ່​ເສດຖະກິດ​ຂອງ​ປະ​ເທດ, ບໍລິສັດ​ຂອງ​ຕົນ ​ແລະ​ ບັນດາ​ອຳນາດ​ການ​ປົກຄອງ​ທີ່​ຮັ່ງມີ​ທີ່​ສຸດບາງສ່ວນ.

​ເຈົ້າ​ໜ້າ​ທີ່ຣັດ​ເຊຍ​ກ່າວວ່າ, ມາດຕະການຂວ້ຳບາດລວມມີ​ຂໍ້​ຈຳກັດ​ດ້ານ​ການ​ຄ້າ ​ແລະ ການ​ລະງັບ​ເງິນສໍາຮອງເງິນຕາ​ຕ່າງປະ​ເທດ. ມາດຕະການ​ຂວ້າມບາດ​ເຫຼົ່າ​ນີ້​ໄດ້​ຢຸດ​ສະ​ງັກເງິນຄັງສໍາຮອງໄວ້ປະມານເຄິ່ງໜຶ່ງ​ຈາກເງິນສໍາຮອງ 642 ພັນລ້ານໂດ​ລາ​ສະຫະລັດ.

ອາທິດທີ່ຜ່ານມາ, ຄໍາເມີແຊນ ການເງິນລາຍວັນຂອງຣັດເຊຍ ລາຍງານວ່າ ທະນາຄານຂະຫນາດໃຫຍ່ຂອງຣັດເຊຍໄດ້ເຫັນວ່າເງິນທີ່ປ່ຽນຈາກໂດລາ ແລະ ເອີໂຣເປັນເງິນຢວນເພີ່ມຂຶ້ນຢ່າງໄວວາ ແລະ ມີການເປີດບັນຊີໃຫມ່ຈໍານວນຫຼາຍໃນເງິນຢວນ.

ແຫຼ່ງທີ່ມາ: MARKETS INSIDER

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...