Homeຂ່າວທ້ອງຖິ່ນສະໜາມກີລາໃໝ່ ຮອງຮັບອຸດົມໄຊເກມສຳເລັດແລ້ວ ພ້ອມມີພິທີມອບຮັບເປັນທາງການ

ສະໜາມກີລາໃໝ່ ຮອງຮັບອຸດົມໄຊເກມສຳເລັດແລ້ວ ພ້ອມມີພິທີມອບຮັບເປັນທາງການ

Published on

f5a2521fa55ee795741c0c4723afbebc

 

ເພື່ອ​ກະ­ກຽມ​ຄວາມ​ພ້ອມ​ໃຫ້​ແກ່​ການ​ຈັດ​ງານ​ມະ­ຫາ​ກຳ​ກີ­ລາ​ແຫ່ງ​ຊາດ ຄັ້ງ​ທີ 10 ທີ່​ແຂວງ​ອຸ­ດົມ​ໄຊ ໄດ້​ຮັບ​ກຽດເປັນ

​ເຈົ້າ­ພາບ ຊຶ່ງ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 13-21 ທັນ­ວາ​ທີ່​ຈະ​ມາ​ເຖິງໃນ​ວັນ​ທີ 3 ພະ­ຈິກ 2014 ທີ່​ສະ­ໜາມ​ກີ­ລາ​ໃໝ່ ແຂວງ​ອຸ­

ດົມ​ໄຊ​ໄດ້​ຈັດ​ພິ­ທີ​ມອບ-ຮັບ​ສະໜາມ​ກີ­ລາ​ຢ່າງ​ເປັນ​ທາງ​ການ​ເປັນ​ ກຽດ ເຂົ້າ​ຮ່ວມໃນ​ພິ­ທີ ມີ​ທ່ານ ຄຳ​ຫຼ້າ ລິ້ງ​ນະສອນ

ເຈົ້າ­ແຂວງໆ​ອຸ­ດົມ​ໄຊ ປະ­ທານ​ຈັດງານ​ມະ​ຫະ​ກຳ​ກີ­ລາ​ແຫ່ງ​ຊາດ​ຄັ້ງ​ທີ 10, ມີ​ທ່ານ ບົວ​ລານ ສີ​ລິ​ປັນ­ຍາ ລັດ­ຖະ­ມົນ­ຕີ

ຊ່ວຍ​ວ່າ­ການ​ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ, ທ່ານ ບົວ​ເງິນ ຊາ​ພູ​ວົງ ລັດ­ຖະ­ມົນ­ຕີ​ຊ່ວຍ​ວ່າ­ການ​ກະ­ຊວງ​ຖະແຫຼງ

​ຂ່າວ, ວັດ­ທະ­ນະ­ທຳ ແລະ ທ່ອງທ່ຽວ, ບັນ­ດາ​ຫົວ­ໜ້າ​ກົມ, ຮອງ​ກົມ​ຈາກສູນ​ກາງ, ການ​ນຳ​ຂັ້ນ​ແຂວງ, ຫົວ­ໜ້າ-ຮອງ​

ຫົວ­ໜ້າພະ­ແນກ­ການ​ອ້ອມ​ຂ້າງ​ແຂວງ, ຕະ­ຫຼອດຮອດ​ພະ­ນັກ­ງານ, ພໍ່​ແມ່​ປະ­ຊາ­ຊົນ​ພາຍໃນ​ເທ­ສະ​ບານ​ແຂວງ​ເຂົ້າ​

ຮ່ວມ​ຢ່າງຫຼວງ­ຫຼາຍ.

 

ໃນ​ພິ­ທີ​ທ່ານ ສົມ​ເພັດ ມ້າວ​ປະ­ເສີດ ປະ­ທານ​ບໍ­ລິ­ສັດ​ເອ​ລີ-ສຳ​ຫຼວດ​ອອກ​ແບບ, ທີ່​ປຶກ­ສາ ແລະ ກໍ່­ສ້າງ ຊຶ່ງ​ເປັນ​ຜູ້​ຮັບ

​ເໝົາ ກໍ່­ສ້າງ​ສະ­ໜາມ​ກີ­ລາ​ແຂວງ​ອຸ­ດົມ​ໄຊ​ໄດ້ຂຶ້ນ​ລາຍ​ງານ​ວ່າ: ໂຄງ­ການ​ກໍ່­ສ້າງ​ສະໜາມ​ກີ­ລາ​ແຂວງ​ອຸ­ດົມ​ໄຊ ໄດ້​ເລີ່ມ

​ກໍ່­ສ້າງແຕ່​ວັນ​ທີ 1 ກໍ­ລະ­ກົດ 2010 ລວມ​ມີ​ສາມໜ້າ​ວຽກ​ໃຫ່​ຍ​ຄື: ວຽກ​ກໍ່­ສ້າງ​ສະ­ໜາມ​ກີລາ​ໃໝ່​ປະ­ກອບ​ມີ​ສະ­ໜາມ

​ເປີດ-ປິດ ສາ­ມາດ​ບັນ­ຈຸ​ຜູ້​ຊົມ​ໄດ້ 10 ພັນ​ຄົນ, ສະໜາມ​ກີ­ລາ​ໃນ​ຮົ່ມ (ບານ­ສົ່ງ ແລະ ບານບ້ວງ), ສະ​ລອຍ­ນ້ຳ, ສະ­ໜາມ

​ບານ­ສົ່ງຊາຍ​ຫາດ, ເທນ​ນິດ, ຍິງ​ປືນ, ເປ​ຕັງ, ສະ­ໜາມ​ບານ­ເຕະ​ສຳ­ລັບ​ຊ້ອມ, ສະ­ໜາມໝາກ​ຂ່າງ, ໜ້າ​ເກັກ, ສະ

­ໜາມ​ຊ່ວງ​ເຮືອ, ປະ­ຕູ­ໂຂງ ແລະ ຮົ້ວ​ອ້ອມ​ສະ­ໜາມ, ຫ້ອງນ້ຳ​ສາ­ທາ­ລະ­ນະ, ລານ​ຈອດ​ລົດ, ເສັ້ນທາງ​ຕ່າງໆ​ພາຍ​ໃນ​ສະ

­ໜາມ ແລະ ປູກຕົ້ນ­ໄມ້​ປະ­ດັບ.

 

ວຽກ​ສ້ອມ­ແປງ​ສະ­ໜາມ​ກີ­ລາ​ເກົ່າປະ­ກອບ​ມີ​ວຽກ​ສ້ອມ­ແປງ​ສະ­ໂມ­ສອນດອກ​ປີກ​ ໄກ່, ສ້ອມ­ແປງ​ສະ­ໂມ­ສອນ​ໂຮງຮຽນ​

ຊົນ­ເຜົ່າ ແລະ ສ້ອມ­ແປງ​ສະ­ໜາມກີ­ລາ​ບານ­ເຕະ​ຂອງ​ສະ­ໜາມ​ກີ­ລາ​ແຂວງເກົ່າ ແລະ ວຽກ​ສະ­ໜອງ​ອຸ­ປະ­ກອນ​ກີ­ລາ

ສຳ­ລັບ​ການ​ແຂ່ງ­ຂັນ​ກີ­ລາ 25 ປະ­ເພດ, ນອກ­ຈາກ​ນີ້​ ທາງ​ບໍ­ລິ­ສັດ​ຍັງ​ໄດ້​ກໍ່­ສ້າງໜ້າ​ວຽກ​ເພີ່ມ​ເຕີມ​ທີ່​ບໍ່​ຢູ່​ໃນ​ສັນ­ຍາ​ເບື້ອງ

ຕົ້ນ​ມີ​ສະ­ໜາມ​ມວຍ​ໃນ​ຮົ່ມ, ເດີ່ນ​ໝາກແຫຼ້, ສະ­ຖາ­ນີ​ດູດ​ນ້ຳ ແລະ ທາງ​ປູ­ຢາງສອງ​ຊັ້ນ​ອ້ອມ​ຮົ້ວ​ຂອງ​ສະ­ໜາມ​ກີ­ລາວ

ລວມ​ມູນ​ຄ່າ​ການ​ກໍ່­ສ້າງ​ ທັງ​ໝົດ 250 ຕື້ກວ່າ​ກີບ.

 

ໂອ­ກາດ​ນີ້​ທ່ານ ສົມ​ເພັດ ມ້າວ​ປະ­ເສີດ ປະ­ທານ​ບໍ­ລິ­ສັດ​ເອ​ລີ-ສຳ​ຫຼວດ​ອອກແບບ, ທີ່​ປຶກ­ສາ ແລະ ກໍ່­ສ້າງ​ໄດ້​ກ່າວ​ມອບສະ

­ໜາມ​ກີ­ລາ​ໃໝ່​ໃຫ້​ແກ່​ອຳ­ນາດ​ການປົກ­ຄອງ​ແຂວງ​ ອຸ­ດົມ​ໄຊຄຸ້ມ​ຄອງ​ນຳ​ໃຊ້ ໂດຍ​ແມ່ນ ທ່ານ ໂອ­ວາດ ຈັນ­ທະ​ວົງ ຄະ­ນະ​

ປະ­ຈຳ​ພັກ​ແຂວງ​ຫົວ­ໜ້າ​ພະ​ແນກສຶກ​ສາ​ທິ​ການ ແລະ ກີ­ລາ ແຂວງ​ອຸ­ດົມ​ໄຊ ເປັນ​ຜູ້​ຮັບ​ພ້ອມ​ທັງ​ລົງ​ນາມ​ເຊັນ​ບົດ​ບັນ

ທຶກ​ຮ່ວມ​ກັນ​ໂດຍ​ຊ້ອງ​ໜ້າ​ທ່ານ ​ເຈົ້າແຂວງ​ອຸ­ດົມ​ໄຊ,ບັນ­ດາ​ທ່ານ​ລັດ­ຖະ­ມົນ­ຕີຊ່ວຍ​ວ່າ­ການ​ຄະ­ນະ​ນຳ​ສູນ​ ກາງ ແລະ

ທ້ອງ­ຖິ່ນ​ເຂົ້າ​ຮ່ວມ​ເປັນ​ສັກ­ຂີ​ພີ­ຍານ.

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...