spot_img
Homeຂ່າວພາຍ​ໃນຮອງນາຍົກ ເນັ້ນ 7 ບັນຫາຍຸດທະສາດ ພັດທະນາກາເຟລາວ

ຮອງນາຍົກ ເນັ້ນ 7 ບັນຫາຍຸດທະສາດ ພັດທະນາກາເຟລາວ

Published on

607c51c54eccb6a31bbdfa2ad618ff09

 

ທ່ານ​ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ ສົມ​ສະ­ຫວາດ ເລັ່ງ​ສະ​ຫວັດ ໄດ້​ເນັ້ນ​ໜັກພາກ­ສ່ວນ​ກ່ຽວ­ຂ້ອງ​ເອົາ­ໃຈ​ໃສ​ຕໍ່ 7 ບັນຫາ​

ຍຸດ​ທະ​ສາດ ເພື່ອ​ພັດ­ທະ­ນາ​ກາ­ເຟລາວ​ໃຫ້​ມີ​ຄວາມ​ເຂັ້ມ­ແຂງ​ຮອບ­ດ້ານ ພ້ອມ​ຢ້ຳ​ໃຫ້​ສອງ​ກະ­ຊວງ​ຕົ້ນ­ຕໍ​ສະ­ເໜີ

ລັດ­ຖະ­ບານ​ປະ­ກາດ​ໃຊ້​ບັນ­ດາ​ນະ​ໂຍບາຍ ແລະ ສ້າງ​ນິ­ຕິ​ກຳ​ຢ່າງ​ລະ­ອຽດ ເພື່ອ​ອຳ­ນວຍ​ຄວາມ​ສະ­ດວກ​ແກ່​ຜູ້​ຜະ­ລິດ

ແລະ ຜູ້​ປະ­ກອບ​ການ​ໃນ​ຂົງ­ເຂດ​ກາ­ເຟທົ່ວ​ປະ­ເທດ.

 

ໃນ​ໂອ­ກາດ​ທີ່ ທ່ານ ສົມ​ສະ­ຫວາດ ເລັ່ງ​ສະ​ຫວັດ ຮອງ​ນາ­ຍົກ­ລັດ­ຖະ­ມົນ­ຕີ, ຜູ້​ຊີ້​ນຳ​ວຽກ​ງານ​ເສດ­ຖະ­ກິດ​ເຂົ້າ​ຮ່ວມ

ແລະ ກ່າວ​ເປີດ​ງານ​ບຸນ­ມະ­ໂຫ­ລານ​ກາ­ເຟ​ລາວ​ຄັ້ງ​ທຳ​ອິດທີ່​ແຂວງ​ຈຳ­ປາ​ສັກ ເປັນ​ເຈົ້າ­ພາບ​ເມື່ອ​ທ້າຍ​ເດືອນ​ຕຸ­ລາ​ທີ່

ຜ່ານ​ມາ​ ທ່ານ​ໄດ້​ກ່າວ​ບາງ​ຕອນ​ທີ່​ສຳຄັນ­ວ່າ: ປະ­ຈຸ​ບັນ​ສັງ­ຄົມ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ ໄດ້​ມີ​ການ​ບໍ­ລິ­ໂພກ​ກາ

ເຟ​ນັບ​ມື້​ເພີ່ມ​ຂຶ້ນ ຊຶ່ງ​ເປັນ​ໂອ­ກາດ​ອັນ​ດີ ໃຫ້​ແກ່​ປະ­ເທດ​ລາວ​ທີ່​ມີ​ເງື່ອນ­ໄຂ​ທາງທຳ​ມະ​ຊາດ​ອຳ­ນວຍໃຫ້​ແກ່​ການ​ ພັດ

­ທະ­ນາ​ກາ­ເຟ​ໃຫ້​ນັບ​ມື້ຫຼາຍ​ຂຶ້ນ​ກວ່າ​ເກົ່າ, ທີ່​ສຳ­ຄັນ​ລັດ­ຖະ­ບານໄດ້​ຖື​ເອົາ​ກາ­ເຟ​ເປັນ​ສິນ­ຄ້າ​ປາຍ​ແຫຼມດ້ານ​ກະ​ສີ​ ກຳ

​ປະ­ເພດ​ໜຶ່ງ, ເພື່ອ​ເຮັດ​ໃຫ້ກາ­ເຟ​ໄດ້​ຮັບ​ການ​ພັດ­ທະ­ນາ​ຢ່າງ​ໜັກແໜ້ນ ແລະ ຕໍ່​ເນື່ອງ​ປະ­ກອບ­ສ່ວນ​ຫຼາຍຂຶ້ນ​ກວ່າ

​ເກົ່າ​ໃນ​ການ​ຍົກ​ລະ­ດັບ​ຊີ­ວິດການ​ ເປັນ​ຢູ່​ຂອງ​ປະ­ຊາ­ຊົນ ແລະ ເພີ່ມ​ທ່າແຮງ​ສິນ­ຄ້າ​ສົ່ງ​ອອກ​ຂອງ​ປະ­ເທດ​ໃຫ້ນັບ​ມື້​

ຫຼາຍ​ຂຶ້ນ​ເພື່ອ​ ປະ­ຕິ­ບັດ​ຕາມ​ວິ​​ໄສທັດ​ທີ່​ວ່າ “ກາ­ເຟ​ລາວ​ຕ້ອງ​ເຕີບ​ໂຕ​ຢ່າງຕໍ່​ເນື່ອງ​ຂຶ້ນ​ສູ່​ຄຸນ​ນະ​ພາບ ແລະ ເປັນ​ມິດ

ຕໍ່​ສິ່ງ­ແວ­ດລ້ອມ, ສ້າງ​ແຫຼ່ງ​ລາຍ​ຮັບ​ທີ່ໝັ້ນ­ຄົງ​ໃຫ້​ແກ່​ຜູ້​ຜະ­ລິດ​ຂະ­ໜາດ​ນ້ອຍ ລວມ​ທັງ​ສ້າງ​ເງື່ອນ­ໄຂ​ອຳ­ນວຍ​

ຄວາມສະ­ດວກ​ໃຫ້​ແກ່​ພາກ​ເອ­ກະ​ຊົນ​ຜູ້​ທີ່​ ມີສ່ວນ​ຮ່ວມ” ຢາກ​ປະ­ຕິ­ບັດ​ໄດ້​ຄື​ແນວ​ນັ້ນຕ້ອງ​ໄດ້​ເອົາ­ໃຈ­ໃສ່​ຫຼາຍ​ບັນ­

ຫາ​ເພີ່ມຂຶ້ນ.

 

ບັນ­ຫາ​ທີ​ໜຶ່ງ: ແຕ່​ນີ້​ເປັນ­ຕົ້ນ​ໄປການ​ສົ່ງ­ເສີມ​ກາ­ເຟ​ລາວ​ຕ້ອງ​ຮັບ­ປະ­ກັນ 4 ເປົ້າ​ໝາຍ​ຕົ້ນ­ຕໍ​ຄື: ເປົ້າ​ໝາຍ​ທຳ​ອິດ

ຕ້ອງ​ພັດ­ທະ­ນາ​ການ​ປູກ​ໃນ​ບໍ­ລິ­ເວນ​ທີ່​ສາມາດ​ປູກ​ໄດ້ ໂດຍ​ເລັ່ງ​ໃສ່​ກາ­ເຟ​ທີ່​ມີ​ຄຸນນະ​ພາບ​ສູງ, ສອງ: ຕ້ອງ​ປັບ­ປຸງ​ຄຸນ​

ນະພາບ ແລະ ການ​ຕະ­ຫຼາດ​ໃຫ້​ໝັ້ນ​ທ່ຽງເພື່ອ​ເພີ່ມ​ມູນ​ຄ່າ ແລະ ຜົນ​ກຳ­ໄລ​ໃຫ້​ສູງຂຶ້ນ​ເລື້ອຍໆ, ສາມ: ຕ້ອງ​ເພີ່ມ​ສ່ວນ

​ແບ່ງດ້ານ​ມູນ​ຄ່າ​ເພີ່ມເພື່ອ​ສ້າງ​ຜົນ​ປະ­ໂຫຍດ​ໃຫ້​ແກ່​ຊາວ ​ສວນ​ຜູ້​ປູກ​ກາ­ເຟ ແລະ ເປົ້າ​ໝາຍ​ສຸດ​ທ້າຍ​ຕ້ອງ​ປັບ­ປຸງ​

ປະ­ສິດ­ທິ­ພາບ​ຄວາມ​ສາ­ມາດ​ປັບ​ຕົວ​ຂອງ​ ລະ­ບົບ​ຕ່ອງໂສ້​ການ​ຜະ­ລິດ​ໄປ​ຄວບ​ຄູ່​ກັບ​ການ​ຮ່ວມ​ມື​ກັນ​ຂອງ​ຜູ້​ທີ່​ມີ

​ສ່ວນ​ກ່ຽວ­ຂ້ອງ.

 

ບັນ­ຫາ​ທີ​ສອງ: ເພີ່ມ​ທະ­ວີ​ການ​ຄົ້ນຄວ້າ ແລະ ພັດ­ທະ­ນາ​ທາງ​ດ້ານ​ວິ­ຊາການ, ດ້ວຍ​ການ​ນຳ​ໃຊ້​ຜົນ­ສຳ­ເລັດ​ໃໝ່ໆທາງ

​ດ້ານ​ວິ­ທະ­ຍາ­ສາດ ແລະ ເຕັກ​ໂນ​ໂລຊີ ຕິດ​ພັນ​ກັບ​ການ​ເສີມ​ຂະ­ຫຍາຍ​ມູນເຊື້ອ​ຂອງ​ປະ­ຊາ­ຊົນ​ລາວ, ເພື່ອ​ເຮັດ​ໃຫ້ກາ

­ເຟ​ລາວ​ນັບ​ມື້​ມີ​ຄຸນ​ນະ​ພາບ​ສູງ ແລະ ເປັນ​ທີ່​ຍອມ­ຮັບ​ຂອງ​ຜູ້​ບໍ­ລິ­ໂພກ​ທັງ​ພາຍ​ໃນ ແລະ ຕ່າງ­ປະ­ເທດ, ໃນ​ສະ­ເພາະ​ໜ້າ

ນີ້​ ໃຫ້​ເອົາ­ໃຈ­ໃສ່​ຍົກ​ສູງ​ຄຸນ​ນະ​ພາບ​ຂອງສູນ​ຄົ້ນ​ຄົ້ວ​ທາງ​ດ້ານ​ກາ­ເຟ, ເປັນ­ຕົ້ນແມ່ນ​ສູນ​ຄົ້ນ​ຄົ້ວ​ກະ​ສີ​ກຳ​ພາກ​ໃຕ້.

 

ບັນ­ຫາ​ທີ​ສາມ: ຕ້ອງ​ເສີມ​ສ້າງຄວາມ​ເຂັ້ມ­ແຂງ, ຄວາມ​ສຳ​ນານ​ງານໃຫ້​ແກ່​ວົງ​ການ ແລະ ບຸກ​ຄະ­ລາ​ກອນ​ທີ່​ຮັບ­ຜິດ­

ຊອບ​ໃນ​ຂົງ­ເຂດ​ກາ­ເຟ, ເພື່ອ​ຍົກ​ຄຸນ​ນະ​ພາບ​ທາງ​ດ້ານ​ບໍ­ລິ­ການ​ໃຫ້​ສູງ​ຂຶ້ນ ແລະ ຊຸກ­ຍູ້​ການ​ຜະ­ລິດ​ກາ­ເຟ​ໃຫ້​ມີ​ຄວາມ​

ກ້າວ­ໜ້າ​ຂຶ້ນ​ເລື້ອຍໆ.

 

ບັນ­ຫາ​ທີ​ສີ່: ເອົາ­ໃຈ­ໃສ່​ຝືກ​ອົບ­ຮົມ​ຄວາມ​ຮູ້​ທາງ​ດ້ານ​ເຕັກ­ນິກ ແລະ ການໃຫ້​ຂໍ້​ມູນ​ຂ່າວ­ສານ​ແກ່​ຜູ້​ຜະ­ລິດ​ກາ­ເຟ ເພື່ອ

​ເຮັດ​ໃຫ້​ເຂົ້າ​ເຈົ້າ​ສາ­ມາດ​ເສີມ​ຂະຫຍາຍ​ມູນ­ເຊື້ອ​ອັນ​ດີ​ໃຫ້​ ແທດ­ເໝາະ​ກັບທ້ອງ­ຖິ່ນ ຕິດ​ພັນ​ກັບ​ການ​ຮັບ​ເອົາ​ເຕັກ​ໂນ

ໂລ​ຊີ​ໃໝ່ໆ ແນ­ໃສ່​ເຮັດ​ໃຫ້­ການ​ຜະ­ລິດກາ­ເຟ​ມີ​ຄຸນ​ນະ​ພາບ​ດີ​ຂຶ້ນ​ເລື້ອຍໆ.

 

ບັນ­ຫາ​ທີ​ຫ້າ: ເອົາ­ໃຈ­ໃສ່​ຄົ້ນ​ຄົ້ວ​ຮູບແບບ​ການ​ຜະ­ລິດ​ທີ່​ແທດ­ເໝາະ, ໂດຍຖອດ​ຖອນ​ບົດ­ຮຽນ​ຈາກ​ພຶດ­ຕິ​ກຳ​ຕົວ​ຈິງ

ໃນ​ໄລ­ຍະ​ຜ່ານ​ມາ ແລະ ກ້າວ​ຂຶ້ນ​ສູ່​ການຜະ­ລິດ, ຄື​ການ​ເຕົ້າ­ໂຮມ​ການ​ຜະ­ລິດ​ເຂົ້າກັນ ເພື່ອ​ສ້າງ​ກຳ­ລັງ​ແຮງ ແລະ

ຄວາມ​ສາ­ມາດ​ແຂ່ງ­ຂັນ​ໃນ​ເງື່ອນ­ໄຂ​ການ​ເຊື່ອມ​ໂຍງ​ພາກ​ພື້ນ ແລະ ສາ­ກົນ.

 

ບັນ­ຫາ​ທີ​ຫົກ: ໃຫ້​ຄະ­ນະ​ກຳ­ມະ­ການແຫ່ງ​ຊາດ​ເພື່ອ​ສົ່ງ­ເສີມ​ກາ­ເຟ​ສົມ­ທົບ ຢ່າງ​ແໜ້ນ​ແຟ້ນ​ກັບ​ອຳ­ນາດ​ການ​ປົກຄອງ

ແລະ ສະ­ພາ​ການ​ຄ້າ, ອຸດ​ສາ​ຫະກຳ​ແຫ່ງ​ຊາດ​ລາວ​ທີ່​ເປັນ​ເອກ​ກະ​ພາບ, ໂດຍ​ປະ­ກອບ​ດ້ວຍ​ຕົວ​ແທນ​ຈາກ​ພາກສ່ວນ

​ກຸ່ມ​ຜູ້​ຜະ­ລິດ ແລະ ກຸ່ມ​ປຸງ​ແຕ່ງ​ກາເຟ​ໃນ​ທົ່ວ​ປະ­ເທດ, ເພື່ອ​ເຮັດ​ພາ­ລະ​ບົດບາດ​ໃນ​ການ​ຄຸ້ມ​ຄອງ​ການ​ຜະ­ລິດ, ການປຸງ

​ແຕ່ງ, ການ­ຈຳ­ໜ່າຍ ແລະ ການ​ສົ່ງ ອອກ​ກາ­ເຟ, ສ້າງ​ຍີ່­ຫໍ້​ກາ­ເຟ​ລາວ ແລະ ກຽມ​ຄວາມ​ພ້ອມ​ດ້ານ​ຕ່່າງໆ ເພື່ອ​ເຂົ້າ​

ເປັນ​ສະ­ມາ­ຊິກ​ອົງ­ການ​ການ​ຄ້າ​ກາ­ເຟໂລກ.

 

ບັນ­ຫາ​ສຸດ​ທ້າຍ​ແມ່ນ​ໃຫ້​ກະ­ຊວງ​ກະສິ​ກຳ ແລະ ປ່າ­ໄມ້, ກະ­ຊວງ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າເປັນ­ໃຈ​ກາງ​ປະ­ສານ​ສົບທົບ​

ກັບ​ບັນ­ດາ​ຂະ­ແໜງ­ການ​ທີ່​ ກ່ຽວ­ຂ້ອງຄົ້ນ­ຄວ້າ ແລະ ນຳ​ສະ­ເໜີ​ຕໍ່​ລັດ­ຖະ­ບານປະ­ກາດ​ໃຊ້​ບັນ­ດາ​ນະ­ໂຍ­ບາຍ ແລະ ສ້າງ

ນິ­ຕິ​ກຳ​ຢ່າງ​ລະ­ອຽດ ເພື່ອ​ສ້າງ​ສະ­ພາບແວດ​ລ້ອມ​ທີ່​ອຳ­ນວຍ​ໃຫ້​ຜູ້​ຜະ­ລິດ​ກໍ​ຄືຜູ້​ປະ­ກອບ​ການ​ ໃນ​ຂົງ­ເຂດ​ກາ­ເຟ​ທົ່ວ​ປະ

ເທດ.

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...