Homeຂ່າວພາຍ​ໃນພິທີປະກາດເລື່ອນຊັ້ນນາຍຕຳຫຼວດລະດັບສູງຈຳນວນ 7 ທ່ານ

ພິທີປະກາດເລື່ອນຊັ້ນນາຍຕຳຫຼວດລະດັບສູງຈຳນວນ 7 ທ່ານ

Published on

ອີງຕາມການລາຍງານເພສຂ່າວຄວາມສະຫງົບລາຍງານ: ໃນວັນທີ 6 ເມສາ 2022 ກະຊວງ ປກສ ໄດ້ຈັດພິທີປະກາດເລື່ອນຊັ້ນໃຫ້ນາຍຕໍາຫຼວດຂັ້ນສູງ ຈໍານວນ 7 ສະຫາຍ; ໃນນີ້, ເລື່ອນຊັ້ນ ພົນຈັດຕະວາ ຂຶ້ນ ພົນ ຕີ 1 ສະຫາຍ ແລະ ເລື່ອນຊັ້ນ ພັນເອກ ຂຶ້ນ ພົນຈັດຕະວາ 6 ສະຫາຍ, ປະດັບຊັ້ນ ໂດຍ ພົອ ວິໄລ ຫຼ້າຄໍາຟອງ ລັດຖະມົນ ຕີກະຊວງ ປກສ , ມີບັນດາຮອງລັດຖະ ມົນຕີ, ຫົວໜ້າ-ຮອງຫົວໜ້າກົມໃຫຍ່, ຫ້ອງວ່າການກະຊວງ, ກົມ -ກອງອ້ອມ ຂ້າງກະຊວງ ເຂົ້າຮ່ວມ.

ພິທີປະກາດເລື່ອນຊັ້ນໃຫ້ນາຍຕໍາຫຼວດຂັ້ນສູງ ຈໍານວນ 7 ສະຫາຍ ໃນນີ້ມີ:

  • ທ່ານ ດວງຕາ ຈູມພາວັນ ຫົວໜ້າກົມ ຄຸ້ມຄອງພະນັກງານ ຕາງໜ້າຄະນະຈັດ ຕັ້ງສູນກາງພັກ ໄດ້ຜ່ານລັດຖະດໍາລັດ ຂອງປະທານປະເທດ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍຕໍາຫຼວດ ກະຊວງ ປກສ;
  • ເລື່ອນຊັ້ນ ພົນຈັດຕະວາ ຂຶ້ນ ພົນຕີ ຈຳ ນວນ 1 ສະຫາຍ ຄື: ພົນຕີ ຈັນສະແຫວງ ທິບຄູນທອງ ຮອງຫົວໜ້າຫ້ອງວ່າການ ກະຊວງ ປກສ
  • ເລື່ອນຊັ້ນ ພັນເອກຂຶ້ນ ພົນຈັດຕະວາ ຈຳນວນ 6 ສະຫາຍ ຄື:
  • ພົນຈັດຕະວາ ຄອນສະຫວັນ ສົມ ພາໄຊ ຮອງຫົວໜ້າກົມຍ່ການເມືອງ
  • ພົນຈັດຕະວາ ສຸລິນະ ແກ້ວປະເສີດ ຮອງ ຫົວໜ້າຫ້ອງວ່າການ ກະຊວງ ປກສ
  • ພົນ ຈັດຕະວາ ໜູໃບ ອິນທິສານ ຫົວໜ້າກົມ ຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກ ຖານ
  • ພົນຈັດຕະວາ ແສງປະເສີດ ສຸທຳ ມະວົງ ຫົວໜ້າ ກົມສື່ສານ
  • ພົນຈັດຕະວາ ອານຸເດດ ຄູນ ຄໍາ ຮອງຫົວໜ້າຫ້ອງວ່າການ ກະຊວງ ປກສ
  • ພົນຈັດຕະວາ ບຸນ ລົດ ຄຳແພງພັນ ຫົວໜ້າກອງບັນຊາການ ປກສ ແຂວງຊຽງຂວາງ.

ໃນພິທີ ພົອ ວິໄລ ຫຼ້າຄໍາຟອງ ກໍໄດ້ ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ໂອ້ ລົມໃຫ້ທິດຊີ້ນຳຫຼາຍບັນຫາສຳຄັນຕໍ່ນາຍ ຕຳຫຼວດຂັ້ນສູງທີ່ໄດ້ຮັບການເລື່ອນຊັ້ນ ໃໝ່ໃນຄັ້ງນີ້ ໂດຍໄດ້ເນັ້ນໃຫ້ພ້ອມກັນ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການ ເມືອງຂອງຕົນໃຫ້ສູງກວ່າເກົ່າ, ປັບປຸງ ແບບແຜນວິທີເຮັດວຽກໃຫ້ມີວິທະຍາ ສາດບົນພື້ນຖານປະຕິບັດຕາມຫຼັກການລວມສູນປະຊາທິປະໄຕເຮັດວຽກເປັນໝູ່ຄະນະ ແລ້ວໃຫ້ບຸກຄົນຮັບຜິດຊອບ, ພ້ອມກັນກໍ່ສ້າງກຳລັງປ້ອງກັນຄວາມສະຫງົບໃຫ້ເປັນກຳລັງປະຕິວັດ, ມີແບບແຜນ ທີ່ທັນສະໄໝ ແລະ ລະບຽບວິໄນເຂັ້ມ ງວດ; ເປັນເຈົ້າການໃນການແກ້ໄຂທຸກປະກົດການຫຍໍ້ທໍ່ທີ່ເກີດຂຶ້ນຕໍ່ກໍາລັງປ້ອງ ກັນຄວາມສະຫງົບ ເພື່ອອັດຊ່ອງຫວ່າງ ຫາງສຽງຈົ່ມວ່າບໍ່ດີຈາກສັງຄົມຕໍ່ກໍາລັງ ເຮົາ; ກໍ່ສ້າງ ແລະ ປັບປຸງກົມກອງຂອງ ຕົນໃຫ້ມີຄວາມເຂັ້ມແຂງ, ປັບປຸງກົງຈັກການຈັດຕັ້ງໃຫ້ຖືກລະບົບ ປັບປຸງກໍ່ສ້າງພະນັກງານໃຫ້ມີຄວາມຮູ້-ຄວາມສາມາດ ແລະ ມີຄຸນນະພາບ ເພື່ອພ້ອມກັນເຮັດສໍາ ເລັດໜ້າທີ່-ທີ່ການຈັດຕັ້ງມອບໝາຍໃຫ້.

ແຫຼ່ງຂໍ້ມູນ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...