Homeຂ່າວຕ່າງປະເທດສານສູງສຸດ ປາກິດສະຖານ ຊີ້ຂາດນາຍົກລັດຖະມົນຕີ ຫຼີກຫຼ່ຽງໃນການລົງຄຳເຫັນ

ສານສູງສຸດ ປາກິດສະຖານ ຊີ້ຂາດນາຍົກລັດຖະມົນຕີ ຫຼີກຫຼ່ຽງໃນການລົງຄຳເຫັນ

Published on

ວັນທີ 4 ເມສາ ບີບີຊີ ລາຍງານວ່າ: ສານສູງສຸດຂອງ ປາກິດສະຖານ ຈະຕັດສິນຊີ້ຂາດ ທ່ານ ອິມຣານ ຂ່ານ ນາຍົກລັດຖະມົນຕີ ປາກິສຖານ ທີ່ພະຍາຍາມດິ້ນຮົນທາງການເມືອງ 1 ມື້ ຫຼັງສະມາຊິກພັກ ເຕຣີກ-ເອ-ອິນຊາຟ (ພີທີໄອ) ພັກລັດຖະບານຂອງທ່ານ ຂ່ານ ຂັດຂວາງການລົງຄວາມເຫັນ ເຊິ່ງເປັນຄວາມພະຍາຍາມທີ່ຈະຖອດຖອນນາຍົກລັດຖະມົນຕີອອກຈາກຕຳແໜ່ງໃນຊ່ວງບໍ່ເທົ່າໃດມື້ທີ່ຜ່ານມາ.

ສະມາຊິກສະພາ ຈັດການລົງຄວາມເຫັນເມື່ອວັນທີ 3 ເມສາທີ່ຜ່ານມາ ຊຶ່ງຄາດວ່າ ທ່ານ ນາຍົກລັດຖະມົນຕີ ປາກິສຖານ ຈະພ່າຍແພ້ແຕ່ໄດ້ຮັບແຈ້ງຈາກລັດຖະມົນຕີສາລະສົນເທດວ່າ ລັດຖະບານຕ່າງຊາດປະຕິບັດການລົ້ມການປົກຄອງຂອງປາກີສະຖານ ແລະ ຮອງປະທານສະພາ ເຊິ່ງເປັນພັນທະມິດທີ່ໃກ້ຊິດ ທ່ານ ຂ່ານ ປະກາດວ່າກນລົງຄວາມເຫັນດັ່ງກ່າວຂັດຕໍ່ກົດໜາຍລັດທະທຳມະນູນ.

ຫຼັງຈາກນັ້ນ ທ່ານ ອາຣີຟ ອັນວີ ປະທານາທິບໍດີ ປາກິດສະຖານ ເຊິ່ງມາຈາກພັກ ເຕຣີກ-ເອ-ອິນຊາຟ ປະກາດຢຸບສະພາພື່ອຈັດການເລືອກຕັ້ງກ່ອນກຳໜົດ ໂດຍຄວາມເຄື່ອນໄຫວດັງກ່າວສ້າງຄຽດແຄ້ນໃນກຸ່ມຝ່າຍຄ້ານ ໂດຍນັກການເມືອງບາງຄົນກ່າວຫານາຍຍົກ ຂ່ານ ເປັນຄົນທໍລະຍົດທີ່ບໍ່ຍອມໃຫ້ການລົງມະຕິໃຫ້ດຳເນີນຕໍ່ໄປ

ທ່ານຂ່ານໄດ້ກ່າວວ່າ: ການວິຈານນະໂຍບາຍຂອງສະຫະລັດ ແລະ ການຕັດສິນໃຈນະໂຍບາຍຕ່າງປະເທດອື່ນໆ ເຮັດໃຫ້ສະຫະລັດພະຍາຍາມເຮັດໃຫ້ເຂົາເຈົ້າຫຼຸດຈາກອຳນາດ ແຕ່ຝ່າຍຄ້ານບໍ່ເຊື່ອ ແລະ ສະຫະລັດປະຕິເສດຂໍ້ກ່າວຫາ.

ຂ່າວສານບີບີຊີລາຍງານວ່າມີຜູ້ສະໜັບສະໜຸນທ່ານ ຂ່ານ ຫຼຄຳເວົ້າຂອງເຂົາ ເຖິງແມ່ນວ່າຄວາມນິຍົມຂອງ ທ່ານ ຂ່ານ ຫຼຸດລົງຢ່າງລາຍເນື່ອງຈາກຄ່າຄອງຊິບເພີ່ມຂຶ້ນສູງ ແຕ່ນາຍຍົກ ຂ່ານ ຍັງມີຜູ້ຕິດຕາມຈຳນວນຫຼວງຫຼາຍ ແລະ ມີໂອກາດໃນການເລືອກຕັ້ງຄັ້ງໃໝ່ດີກວ່າການລົງຄະແນນສຽງໃນສະພາ.

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...