spot_img
Homeຂ່າວພາຍ​ໃນຄ່າແຮງງານຂັ້ນຕໍ່າທີ່ເຮັດໃຫ້ເກີດການຂາດແຄນແຮງງານ

ຄ່າແຮງງານຂັ້ນຕໍ່າທີ່ເຮັດໃຫ້ເກີດການຂາດແຄນແຮງງານ

Published on

ສູນກາງສະຫະພັນກໍາມະບານ​ລາວ (ສກລ) ຮຽກຮ້ອງ​ໃຫ້​ບັນດາ​ວິ​ສາ​ຫະກິດຕ່າງໆ ລວມທັງ​ບັນດາ​ໂຮງງານ​ຕັດຫຍິບ ​ຈ່າຍ​ຄ່າ​ແຮງ​ງານ​ຂັ້ນ​ຕ່ຳ​ໃຫ້​ແກ່​ຄົນ​ງານ ເຊິ່ງ​ເພີ່ມ​ຂຶ້ນ​ຈາກ 1,100,000 ກີບ​ ເປັນ 1,500,000 ກີບ ​ຕໍ່​ເດືອນ​ໃນ​ປີ​ນີ້.

ທາງສະຫະພັນກັງວົນວ່າ ປະເທດລາວຈະປະສົບກັບບັນຫາການຂາດແຄນແຮງງານທີ່ມີສີມື ຖ້າບໍລິສັດບໍ່ຈ່າຍຄ່າແຮງງານຂັ້ນຕ່ຳໃຫ້ສູງຂຶ້ນ ຍ້ອນວ່າມີຄົນງານຈໍານວນຫລາຍຄົນກັບຄືນໄປເຮັດວຽກຢູ່ໄທແລ້ວ.

ພວກເຂົາສ່ວນຫຼາຍແມ່ນມີທັກສະ ແລະ ສາມາດຫາເງິນໄດ້ຫຼາຍໃນໄທ ເຊິ່ງຄ່າແຮງງານຂັ້ນຕໍ່າສູງກວ່າຢູ່ລາວ.
ເຈົ້າໜ້າທີ່ສະຫະພັນກໍາມະບານອາວຸໂສ ຜູ້ທີ່ຂໍບໍ່ປະສົງອອກນາມກ່າວຕໍ່ວຽງຈັນທາມສ໌ວ່າ ການສົ່ງຄົນງານລາວ ຈາກໄທກັບຄືນປະເທດ ເມື່ອພວກເຂົາຖືກປົດອອກຈາກວຽກຍ້ອນພະຍາດລະບາດໃຫຍ່ໄດ້ສ້າງຄວາມຫວັງວ່າ ເຂົາເຈົ້າຈະຊອກຫາວຽກເຮັດງານທຳຢູ່ລາວໄດ້.

ແຕ່ຄ່າຄອງຊີບຢູ່ໃນລາວສູງຂຶ້ນ ແລະ ຄ່າແຮງງານຂັ້ນຕ່ຳຍັງບໍ່ຕອບສະໜອງຄວາມຕ້ອງການພື້ນຖານຂອງຄົນງານ.
​ໃນ​ຂະນະ​ດຽວ​ກັນ, ນາຍຈ້າງ​ຂອງ​ໄທ​ຍັງ​ມີ​ຄວາມ​ຕ້ອງການ​ແຮງ​ງານ​ທີ່​ມີ​ທັກສະ​ເພີ່ມ​ຂຶ້ນ ​ແລະ ​ໃຫ້​ຄ່າ​ຈ້າງ​ທີ່​ເໝາະ​ສົມ.
ບໍລິສັດຕ່າງໆໃນລາວກໍາລັງປະສົບກັບບັນຫາການຂາດແຄນແຮງງານ ແລະ ຂາດຂໍ້ມູນທີ່ຖືກຕ້ອງກ່ຽວກັບສະພາບ ການທີ່ພາໃຫ້ເກີດບັນຫາຕ່າງໆເຊັ່ນ: ຂະບວນການຈັດຫາງານຢ່າງບໍ່ເປັນທາງການ ແລະ ການຂາດການຄຸ້ມຄອງການຈ້າງງານ.

ໃນຂະນະ​ດຽວ​ກັນ​ຍັງ​ຂາດ​ຕົວ​ຊີ້​ວັດ​ຕະຫຼາດ​ວຽກ​ງານ​​ກ່ຽວ​ກັບ​ໂອກາດໃນ​ການ​ຈ້າງ​ງານ ​ແລະ ​ການ​ວ່າງ​ງານ, ເຈົ້າໜ້າທີ່ກ່າວ.
ຫຼາຍກວ່າ 50% ຂອງຄົນລາວທີ່ເດີນທາງກັບຈາກໄທໃນເດືອນມັງກອນ ແລະ ຄາດວ່າຈໍານວນດັ່ງກ່າວອາດມີເຖິງ 70% ແລະ ມີຄົນປະມານ 200,000 ຄົນ ໄດ້ກັບຄືນມາແລ້ວ.

ເຈົ້າໜ້າທີ່ກ່າວຕື່ມວ່າ “ຖ້າພວກເຮົາບໍ່ເຮັດບາງຢ່າງກ່ຽວກັບຄ່າຈ້າງທີ່ສະເໜີໃຫ້ຢູ່ໃນລາວ ກໍ່ມີແນວໂນ້ມວ່າທຸກຄົນທີ່ກັບລາວຈະເດີນທາງກັບຄືນໄປໄທ”. ລັດຖະບານ​ໄທ​ໄດ້​ຜ່ອນຜັນ​ຂໍ້​ຈຳກັດ​ກ່ຽວ​ກັບ​ພະຍາດ​ໂຄ​ວິດ-19 ​ແລະ ​ແຮງ​ງານ​ອົບ​ພະຍົບ​ຂ້າມປະເທດທີ່​ບໍ່​ມີ​ເອກະສານ​ຈະ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ຜ່ອນ​ຄາຍ​ຫຼາຍຂື້ນ.

ສະຖິຕິຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມກ່າວວ່າ ແຮງງານລາວ 246,000 ກວ່າຄົນ ເດີນທາງກັບລາວຈາກໄທ ນັບຕັ້ງແຕ່ເລີ່ມມີການແຜ່ລະບາດໃຫຍ່ ເມື່ອມີການເຊົາຈ້າງງານເປັນຈໍານວນຫຼວງຫຼາຍ, ແຕ່ວ່າແຮງງານທີ່ສີມື 150,000 ຄົນ ໄດ້ກັບຄືນໄປປະເທດໄທໃນເດືອນມັງກອນປີນີ້.

ແຫຼ່ງຂໍ້ມູນ: VienTiane Times

ບົດຄວາມຫຼ້າສຸດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...