spot_img
Homeຄວາມງາມເສື້ອຊ້ອນທີ່ແພງ​ທີ່ສຸດ​ໃນ​ໂລກ​

ເສື້ອຊ້ອນທີ່ແພງ​ທີ່ສຸດ​ໃນ​ໂລກ​

Published on

215

         ເສື້ອຊ້ອນທີ່​ແພງ​ສຸດ​ໃນ​ໂລກ​ປະມານ 2 ລ້ານ​ໂດລ້າ ຈາກ​ແບ​ຣນ Victoria’s Secret ທີ່​ຖືກ​ສວມ​ໃສ່​ໂດຍ​ນາງ​ແບບ​ຊື່​ດັງ ອາເລັກຊານດຣາ ແອມ​ໂບນ​ຊິ​ໂອ້ ແລະ ເອ​ເດ​ລີ​ນາ ລິ​ມ່າ ງານ​ນີ້​ງາມ​ເລີດ​ສົມ​ກັບ​ການ​ລໍ​ຄອຍ​ແທ້ໆ
ເມື່ອໃດ​ທີ່​ມີ​ຂ່າວ​ເປີດ​ຕົວ​ສິນ​ຄ້າ ​ຫລື ​ໂຊວຈາກ Victoria’s Secret ເທື່ອໃດ ກໍ​ບໍ່​ເຮັດໃຫ້​ສາວໆ ທີ່​ເປັນ​ແຟນ​ຂອງ​ແບ​ຣນ​ນີ້​ຜິດ​ຫວັງ​ແທ້ໆ ລ່າ​ສຸດ​ແບ​ຣນ​ນີ້​ກໍ​ໄດ້​ເປີດ​ຕົວ​ແຟນ​ຕາ​ຊີ​ບຣາ​ຂອງ​ປີ​ນີ້ ໂດຍ 2 ນາງ​ຟ້າ​ ວິກ​ຕໍ​ເລຍ ​ຊີ​ເຄັດ​ສຸດ​ຮອ໋ດ ອາເລັກຊານດຣາ ແອມ​ໂບນ​ຊິ​ໂອ້ (Alessandra Ambrosio) ແລະ ເອ​ເດ​ລີ​ນາ ລິ​ມ່າ (Adriana Lima) ຖືກ​ເລືອກ​ໃຫ້ເປັນ​ຜູ້​ສວມ​ໃສ່​​ສຸ​ດອາ​ລັງ​ການ​ນີ້
ສຳລັບ​ແຟນ​ຕາ​ຊີບຣາ​ນີ້​ຖືກ​ເຮັດ​ຂຶ້ນ​ດ້ວຍ​ຝີ​ມື​ຂອງ (Pascal Mouawad) ຊຶ່ງ​ໃນ​ຊຸດເສື້ອຊ້ອນ ແສນ​ແພງ​ນີ້​ມີ​ທັງ​ເພັດ ທັບ​ທິມ ແລະ ​ແຊ​ໄຟລ໌​ທີ່​ຖືກ​ຕົກ​ແຕ່ງ​ເຂົ້າ​ກັນ​ຢ່າງ​ສວຍງາມ ຈົນ​ໄດ້​ຊື່​ວ່າ​ເປັນ​ເສື້ອຊ້ອນ​ທີ່​ແພງ​ທີ່ສຸດ​ໃນ​ໂລກ ເພາະ​ມີ​ມູນ​ຄ່າ​ປະມານ 2 ລ້ານ​ໂດລ້າ

ນອກ​ຈາກ​ຕົວເສື້ອຊ້ອນແລ້ວ ໃນ​ເຊດ​ດຽວ​ກັນ​ຍັງມີ​ເຄື່ອງ​ປະ​ດັບ​ແຂນ, ບ່າ ແລະ ​ສາຍ​ກ່ຽວ​ສະລິບ​ກັບ​ຖົງ​ນ່ອງ ທີ່​ມີ​ອັນ​ຍະ​ມະນີ​ລ້ຳ​ຄ່າ​ກວ່າ 16, 000 ອັນ ຊຶ່ງ​ຕ້ອງ​ໃຊ້​ເວລາ​ເຮັດ​ດ້ວຍມື​ດົນ​ກວ່າ 1, 380 ຊົ່ວ​ໂມງ​ເລີຍ​ ໂດຍ​ແຟນ​ຕາ​ຊີບຣາ​ສຸ​ດອາ​ລັງ​ການນີ້​ຈະ​ຖືກ​ໃສ່​ຍ່າງ​ເທິງ​ລັນ​ເວ​ໃນ​ງານ​ແຟ​ຊັ່ນ​ໂຊຂອງ Victoria’s Secret ໃນ​ເດືອນ​ທັນວານີ້

214

 

216

218

224

217

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...