Homeຂ່າວຕ່າງປະເທດສະຫຼຸບ 5 ເຫດການສຳຄັນ ລະຫ່ວາງຣັດເຊຍ ແລະ ຢູເຄຣນ ມື້ທີ 30

ສະຫຼຸບ 5 ເຫດການສຳຄັນ ລະຫ່ວາງຣັດເຊຍ ແລະ ຢູເຄຣນ ມື້ທີ 30

Published on

ສະຫຼຸບ 5 ເຫດການສຳຄັນປະຈພວັນທີ 25 ມີນາ 2022

1.ສະມັດຊາໃຫຍ່ຂອງອົງການສະຫະປະຊາຊາດໄດ້ລົງຄະແນນໃຫ້ມີການປົກປ້ອງພົນລະເຮືອນ ແລະ ຄວາມເປັນມະນຸດສະທຳໃຫ້ກັບປະເທດຢູເຄຣນ ໃນວັນພະຫັດທີ່ຜ່ານມານີ້. ໃນຂະນະດຽວກັນ, ຍັງໄດ້ຕຳໜິປະເທດຣັດເຊຍທີ່ໄດ້ສ້າງຄວາມເສຍຫາຍຕໍ່ກັບຄວາມເປັນມະນຸດສະທຳຈາກການບຸກໂຈມຕີປະເທດຢູເຄຣນໃນ 1 ເດືອນທີ່ຜ່ານມາ.

2. ມື້​ນີ້​ເປັນ​ວັນ​ຄົບ​ຮອບ 1 ເດືອນ​ຂອງ​ການ​ປະ​ຕິ​ບັດ​ງານ​ທາງ​ທະ​ຫານ​ພິ​ເສດ​ຂອງຣັດ​ເຊຍ (ການ​ໂຈມ​ຕີ) ທີ່ປະເທດຢູ​ເຄຣນ. ເຊິ່ງກອງ​ກຳລັງ​ຂອງຣັດ​ເຊຍ​ໄດ້​ບຸກ​ເຂົ້າ​ໄປ​ໃນ​ດິນ​ແດນ​ຢູ​ເຄຣນອີກ 4 ກິ​ໂລ​ແມັດ ​ແລະ​ ໄດ້​ເຂົ້າ​ຄວບ​ຄຸມ​ເຂດ Batmanka, Mikhailovka, Krasny Partizan, Stavki, ​ແລະ Troitskoye.

3. ທ່ານ ໂຈ ໄບເດັນ (Joe Biden) ປະທານາທິບໍດີສະຫະລັດອາເມລິກາ ໄດ້ໄປຢ້ຽມຢາມໃກ້ເຂດຊາຍແດນຢູເຄຣນທີ່ເມືອງ Rzeszow (ຕາເວັນອອກຂອງໂປໂລຍ), ​ເຊິ່ງທ່ານ ໂຈ ໄບເດັນ ຈະໄດ້ຢູ່ຫ່າງຈາກສົງຄາມພຽງ 80 ກິໂລແມັດ.

4. ກະຊວງ​ປ້ອງ​ກັນ​ປະ​ເທດຂອງຣັດ​ເຊຍ ໄດ້​ທຳລາຍ​ຖານ​ຝຶກ​ຊ້ອມ​ຂອງທະຫານຮັບຈ້າງ​ຕ່າງປະ​ເທດທີ່ ​ຢູເຄຣນ ໂດຍ​ໂຈມ​ຕີ​ໂດຍລູກ​ສອນ​ໄຟ “Iskander”

5. ທ່ານ Jonas Gahr Støre ນາຍົກລັດຖະມົນຕີ ນອກແວ ກ່າວ​ວ່າ ນອກ​ແວ​ຈະ​ບໍ່​ອະນຸຍາດ​ໃຫ້​ມີ​ຖານ​ທັບ​ທະຫານ​ຕ່າງປະ​ເທດ​ໃນ​ດິນ​ແດນ​ຂອງ​ຕົນ​ ​ເຖິງ​ແມ່ນ​ວ່າ​ການ​ພົວພັນ​ກັບຣັດ​ເຊຍ​ຊຸດ​ໂຊມ​ລົງກໍ​ຕາມ.

ອ້າງອີງ:

https://news.un.org/en/story/2022/03/1114632

https://sputniknews.com/20220325/live-updates-russia-destroys-major-fuel-depot-outside-of-kiev-mod-says-1094175215.html

https://www.france24.com/en/europe/20220325-live-biden-to-visit-polish-town-near-ukraine-border

https://sputniknews.com/20220325/ukrainian-training-base-for-foreign-mercenaries-destroyed-in-iskander-missile-strike—russian-mod–1094173179.html

https://sputniknews.com/20220325/no-nato-bases-in-norway-pm-insists-1094170003.html

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...