Homeຂ່າວພາຍ​ໃນເປີດນຳໃຊ້ລົດເມໄຟຟ້າ EV BUS

ເປີດນຳໃຊ້ລົດເມໄຟຟ້າ EV BUS

Published on

ໃນວັນທີ 23 ມີນາ 2022 ຢູ່ນະຄອນຫຼວງວຽງຈັນໄດ້ມີພິທີເປີດການທົດລອງນຳໃຊ້ລົດເມໄຟຟ້າ (EV BUS) ເພື່ອບໍລິການຂົ່ນສົ່ງສາທາລະນະຢູ່ນະຄອນຫຼວງວຽງຈັນໃຫ້ມີຄວາມສະດວກສະບາຍ ແລະ ທັນສະໄໝ, ພ້ອມກັນນັ້ນກໍປະຕິບັດການຂົນສົ່ງສີຂຽວເປັນມິດຕໍ່ສິ່ງແວດລ້ອມ ແລະ ບັນລຸເປົ້າໝາຍຂອງການພັດທະນາຕົວເມືອງນະຄອນຫຼວງວຽງຈັນແບບຍືນຍົງຮອດປີ 2030.

ໃນເບື້ອງຕົ້ນ ໃນການທົດລອງໃຫ້ບໍລິການດ້ວຍລົດເມໄຟຟ້ານີ້ ແມ່ນມີທັງໝົດ 3 ສາຍທາງ ເຊັ່ນ:

1 ສາຍທາງທີ 48 ເລີ່ມຈາກສະຖານີລົດເມຂົວດິນ – ດົງນາໂຊກ – ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ – ສີເກີດ ລວມໄລຍະທາງ 15 ກິໂລແມັດ ຄ່າໂດຍສານຕະຫຼອດສາຍແມ່ນ 5,000 ກີບຕໍ່ຖ້ຽວ.

2 ສາຍທາງທີ 35 ເລີ່ມຈາກ ສະຖານີລົດເມຕະຫຼາດເຊົ້າ – ສູນການຄ້າທາດຫຼວງພລາຊ່າ – ຕະຫຼາດຫົວຂົວ – ສະຖານີລົດໄຟລາວຈີນ ລວມໄລຍະທາງ 17 ກິໂລແມັດ ຄ່າໂດຍສານຕະຫຼອດສາຍແມ່ນ 5,000 ກີບຕໍ່ຖ້ຽວ.

3 ສາຍທາງທີ 22 ເລີ່ມຈາກ ສະຖານີລົດເມຂົວດິນ – ສູນການຄ້າທາດຫຼວງພລາຊ່າ – ສູນການຄ້າລາວ-ໄອເຕັກ – ເຂດເສດຖະກິດພິເສດບຶງທາດຫຼວງ – ສະຖານີລົດໄຟລາວ-ໄທ – ຕະຫຼາດໄຮຄຳ – ເຂດເສດຖະກິດກວມລວມໄຊເສດຖາ (ຫຼັກ 21) – ສະຖານີລົດໄຟລາວ-ຈີນ ລວມໄລຍະທາງ 26 ກິໂລແມັດ ຄ່າໂດຍສານຕະຫຼອດສາຍ 8,000 ກີບຕໍ່ຖ້ຽວ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...